ຄົນງານລາວຢູ່ໄທກັບເມືອ ລາວ ຕໍ່ເນື່ອງ

ຈໍາປາທອງ
2020.05.11
F-Covid-workers ຊາວລາວພວມ ລໍຖ້າຂຶ້ນຣົດເມ ເດີນທາງກັບ ພູມລຳເນົາ ທີ່ຄິວຣົດໂດຍສານສາຍໃຕ້ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 25 ເດືອນ ມີນາ 2020
RFA/TS

ຄົນງານລາວ ທີ່ຕົກຄ້າງຢູ່ປະເທດໄທ ຍັງສືບຕໍ່ກັບຄືນມາບ້ານ ທີ່ປະເທດລາວ ແລະພາກັນມາຄ້າງຢູ່ຕາມດ່ານຊາຍແດນສາກົລລາວ-ໄທ ເກືອບທຸກມື້ ເຊັ່ນເມື່ອວັນທີ 4 ພຶສພາ ນີ້ມີຄົນງານລາວ ທີ່ເຮັດວຽກ ຢູ່ໄທ ພາກັນມາລໍຖ້າຢູ່ດ່ານຂົວມິຕພາບ ລາວ-ໄທ ແຫ່ງທີ 1 ຈໍານວນ 29 ຄົນ ໄດ້ລັກຂີ່ເຮືອຫາງຍາວ ຂ້າມນໍ້າຂອງມາລີ້ຢູ່ດອນ ໃນເຂດດ່ານປະເພນີ ໂຄກແຮ່ ເມືອງສັງທອງ ນະຄອນຫລວງວຽງຈັນ, ແລ້ວ ອໍານາດການປົກຄອງບ້ານ ພົບເຫັນ ແລະໄດ້ແຈ້ງໃຫ້ພວກເຂົາເຈົ້າຮູ້ວ່າ ປະເທດລາວ ປິດດ່ານປະເພນີ ແລະດ່ານສາກົລໝົດແລ້ວ, ອີງ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ສະເພາະກິດ ນະຄອນຫລວງວຽງຈັນ ຕໍ່ RFA ໃນມື້ວັນທີ 11 ພຶສພາ ນີ້:

“ລະເພິ່ນລະເຄີຍເປັນຄົນ ທ້ອງຖິ່ນຢູ່ເຂດນັ້ນ ລະຂີ່ຣົດມາຢູ່ເຄິ່ງ ດ່ານປະເພນີຫັ້ນເນາະ. ແຕ່ດ່ານປະເພນີເພິ່ນປິດໝົດແລ້ວ ດ່ານສາກົລ ເພິ່ນກະປິດແລ້ວ. ລະອາສັຍເຮືອພີ່ນ້ອງ ຂອງປະເທດເພື່ອນບ້ານ ຂ້າມມາລີ້ຢູ່ດອນຢູ່ຫຍັງ ຄໍ່າລະຂຶ້ນມາບ້ານຫັ້ນ. ການຈັດຕັ້ງບ້ານ ອໍານາດການປົກຄອງເຫັນ ເພິ່ນກໍສເນີ ສເນີແລ້ວ ນະຄອນຫລວງເພິ່ນກະເຫັນດີວ່າ ສິມາຢູ່ໃສກະຕາມ ຕ້ອງເອົາເຂົ້າໄປບ່ອນສູນ ເພື່ອກວດກາ ຕິດຕາມ.”

ທ່ານກ່າວຕື່ມອີກວ່າ ເບື້ອງຕົ້ນຄະນະສະເພາະກິດ ໄດ້ນໍາຄົນງານລາວທັງ 29 ຄົນນັ້ນໄປຢູ່ສູນກັກກັນຊົ່ວຄາວທີ່ຫຼັກ 27 ນະຄອນຫຼວງ ວຽງຈັນ ເພື່ອປ້ອງກັນການຣະບາດຂອງເຊື້ອພຍາດໂຄວິດ-19 ເປັນ ເວລາ 14 ມື້. ຫາກໃນໄລຍະເວລາດັ່ງກ່າວ ກວດບໍ່ພົບວ່າຕິດເຊື້ອ ພຍາດ ນີ້ແລ້ວ ກໍຈະໄດ້ປ່ອຍໃຫ້ກັບໄປບ້ານໃຜເຮືອນລາວ ແລະບໍ່ໄດ້ປັບໃໝໃສ່ໂທດ ແຕ່ຢ່າງໃດ. ທີ່ຜ່ານມາ ທົ່ວເມືອງສັງທອງ ມີຄົນ ງານລາວທີ່ເຮັດວຽກຢູ່ໄທ ໄດ້ຮັບການຊ່ອຍເຫລືອ ແລະກັບບ້ານໄປແລ້ວ 345 ຄົນ.

ແລະມາໃນມື້ວັນທີ 9 ພຶສພານີ້ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ນະຄອນຫລວງວຽງຈັນ ປະຈໍາດ່ານສາກົລ ຂົວມິຕພາບ ລາວ-ໄທ ແຫ່ງທີ 1 ກໍໄດ້ຮັບເອົາຄົນງານລາວ ທີ່ເດີນທາງກັບຄືນປະເທດ 349 ຄົນ. ໃນນັ້ນເປັນຍິງ 177 ຄົນ. ຄົນທັງໝົດນັ້ນ ຖືກເຈົ້າໜ້າທີ່ ໄດ້ນໍາສົ່ງເຂົ້າສູນ ກັກກັນໂຕ ຊົ່ວຄາວ ທີ່ສນາມຍິງປືນກອງທັບ ຫລັກ 27 ເພື່ອໄຈ້ແຍກກໍຣະນີສົງສັຍ ຕິດເຊື້ອພຍາດໂຄວິດ-19. ກໍຣະນີສົງສັຍ ແມ່ນຈະໄດ້ ນໍາສົ່ງໄປໂຮງໝໍທັນທີ. ແຕ່ຖ້າບໍ່ມີອາການຫຍັງ ສໍາລັບຄົນຕ່າງແຂວງ ແມ່ນຈະໄດ້ມອບໃຫ້ຄະນະສະເພາະກິດ ຂອງແຕ່ລະແຂວງ ນໍາໂຕ ໄປສູນກັກກັນຊົ່ວຄາວ ຂອງແຂວງໃຜແຂວງລາວ ເພື່ອຕິດຕາມອາການ ເປັນໄລຍະເວລາ 14 ມື້. ຖ້າບໍ່ມີອາການຫຍັງ ກໍຈະໃຫ້ກັບເມືອ ເຮືອນ ແລະໃຫ້ຕິດຕາມອາການຂອງໂຕເອງ ຕື່ມອີກ 14 ມື້.

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ສະເພາະກິດ ແຂວງສວັນເຂດກ່າວວ່າ ຣາຍງານລ່າສຸດເມື່ອວັນທີ 10 ພຶສພານີ້ ມີຄົນງານລາວ ຈາກ ແຂວງສວັນນະເຂດ ທີ່ໄປໄທ ແລ້ວກັບມາຕົກຄ້າງ ລໍຖ້າກັບບ້ານ ຢູ່ດ່ານ ສາກົລ ວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ 11 ຄົນ ຖືກສົ່ງມາແຂວງສວັນນະເຂດ ເພື່ອສືບຕໍ່ກັກກັນໂຕຢູ່ສູນໃຫ້ຄົບ 14 ມື້. ຄະນະສະເພາະ ກິດແຂວງຈໍາປາສັກ ຈະສົ່ງໄປໃຫ້ເທື່ອລະໜ້ອຍ ເພື່ອໃຫ້ສູນ ແຕ່ລະແຫ່ງກັກກັນໂຕຊົ່ວຄາວ ເນື່ອງຈາກວ່າ ປັດຈຸບັນ ແຂວງສວັນນະເຂດ ຍັງມີສູນກັກກັນຢູ່ພຽງ 2 ແຫ່ງ ຈາກເດີມທີ່ມີ 400 ປາຍແຫ່ງ ດັ່ງທີ່ທ່ານກ່າວວ່າ:

“ພວກເຮົາເວົ້າກັນວ່າ ສລັບກັນ ໃຫ້ໄປເຂົ້າຢູ່ປາກເຊເນາະ ລະກະກວດລະຈັ່ງສົ່ງມາ ລັກສະນະແນວນັ້ນເນາະ ພວກຂ້ອຍຮັບເອົາກັນ. ຄັນເຮົາກັກໂຕເນາະ ບໍ່ແມ່ນເຮົາເອົາເຂົ້າສູນແຍກ ປ່ຽວເນາະ ຄົບຮອບ ລະເຮົາກະປ່ອຍອີກ ລະກໍມາໃໝ່ອີກ ຍັງທະຍອຍມາຢູ່ ບໍ່ໝົດ ດອກເພາະວ່າເມືອງໄທ ເຂົາເຈົ້າປິດປະເທດອິຫຍັງຫັ້ນນະ ລະບໍ່ມີວຽກເຮັດງານທໍາ ລະຂະເຈົ້າກະຢາກມາ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ທົ່ວແຂວງສວັນນະເຂດ ມີຄົນງານລາວ ທີ່ກັບມາຈາກປະເທດໄທ ໄດ້ຮັບການຊ່ອຍເຫຼືອ ແລະໄດ້ກັບເຮືອນ ໃຜເຮືອນລາວ ແລ້ວ 26 ພັນປາຍຄົນ. ໃນນັ້ນ ລັກເຂົ້າມາຕາມປ່າ ຕາມດົງ ແລ້ວຂີ່ເຮືອຂ້າມແມ່ນໍ້າຂອງມາ 1 ພັນປາຍຄົນ.

ເຈົ້າໜ້າທີ່ຄະນະສະເພາະກິດ ນະຄອນປາກເຊ ແຂວງຈໍາປາສັກ ກ່າວວ່າ ລາຍງານລ່າສຸດເມື່ອວັນທີ 9 ພຶສພານີ້ ມີຄົນງານລາວ ຕົກຄ້າງ ລໍຖ້າກັບບ້ານ ຢູ່ດ່ານສາກົລວັງເຕົ່າ 322 ຄົນ. ໃນນັ້ນ ເປັນຄົນ ແຂວງຈໍາປາສັກ ຫລາຍກວ່າໝູ່, ຮອງລົງມາແມ່ນແຂວງສາລະວັນ, ສວັນນະເຂດ ແລະອັດຕະປື.

ຄົນງານລາວ ທັງ 322 ຄົນນັ້ນ ໄດ້ຖືກສົ່ງໂຕໄປກັກກັນ ຢູ່ສູນໂຮງຮຽນການເງິນ, ສູນຫລັກ 7 ແລະສູນຫລັກ 21 ນະຄອນຫລວງວຽງຈັນ. ຫລັງຈາກນັ້ນ ພວກເຂົາເຈົ້າກໍຈະຖືກສົ່ງ ຕົວຂຶ້ນຣົດທະຫານໄປແຂວງ ຕ່າງໆຂອງໃຜລາວ ພ້ອມທັງຈະປະສານໃຫ້ເຈົ້າໜ້າທີ່ແຂວງລໍຖ້າ ຮັບໄປກັກກັນໂຕຢູ່ສູນກັກກັນຊົ່ວຄາວໃຫ້ຄົບກໍານົດ 14 ມື້ ດັ່ງທີ່ທ່ານກ່າວວ່າ,

“ໂຕເລກຂອງມື້ກ່ອນນີ້ແມ່ນ 322 ມີແຕ່ວ່າເວລາເຂົ້າມາ ເພິ່ນຈະແຈ້ງເນາະ ບາດນີ້ ເຮົາເອົາເຂົ້າຢູ່ໃນ 3 ສູນ. ສະເພາະເຮົາມັນມີສູນ ກັກກັນ ຢູ່ສູນຫລັກ 21 ສູນຫລັກ 7 ລະກະສູນໂຮງຮຽນການເງິນ.”

ທ່ານກ່າວຕື່ມວ່າ ຢູ່ດ່ານສາກົລວັງເຕົ່າ ຍັງມີຄົນງານລາວ ທີ່ລໍຖ້າກັບບ້ານຢູ່ອີກ ຈໍານວນນຶ່ງ ແຕ່ບໍ່ສາມາດຣາຍງານຈໍານວນ ຄັກແນ່ໄດ້ ຍ້ອນວ່າເຈົ້າໜ້າທີ່ ຄະນະສະເພາະກິດ ດ່ານສາກົລວັງເຕົ່າ ຈະຣາຍງານ ສະເພາະຈໍານວນ ທີ່ຈະສົ່ງໄປໃຫ້ແຕ່ລະເມືອງເທົ່ານັ້ນ, ບໍ່ໄດ້ ຣາຍງານລວມ ຂອງແຂວງທັງໝົດ. ເມືອງຂອງໃຜ ກໍຈະຮູ້ແຕ່ຈໍານວນຄົນຂອງເມືອງຕົນເທົ່ານັ້ນ ເພື່ອປ້ອງກັນການຄາດເຄື່ອນຂອງຂໍ້ມູນ.

ຄົນງານລາວທີ່ເຮັດວຽກຢູ່ໄທຜູ້ນຶ່ງເວົ້າວ່າ ຕົນເອງ ແລະໝູ່ຄູ່ ຕົກຄ້າງຢູ່ໄທເກືອບ 2 ເດືອນແລ້ວພາຍຫລັງທີ່ໂຮງງານປິດ, ບໍ່ໄດ້ເຮັດ ວຽກຄືແຕ່ກ່ອນ, ຢາກໃຫ້ພາກສ່ວນກ່ຽວ ຂ້ອງ ພິຈາຣະນາເປີດດ່ານ ສາກົລ ໄທ-ລາວ ໄວໆ ເພື່ອໃຫ້ພວກຕົນ ສາມາດເດີນທາງກັບ ບ້ານໄດ້ໂດຍບໍ່ຕ້ອງຖືກກັກກັນໂຕ 14 ມື້. ຖ້າສະພາບການແຜ່ຣະບາດຂອງໂຄວິດ-19 ດີຂຶ້ນຕົນເອງກໍຈະກັບໄປເຮັດວຽກຢູ່ໄທຄືນອີກ:

“ຢູ່ພີ້ ມັນກະບໍ່ໄດ້ເຮັດງານເນາະ ຢາກໃຫ້ເພິ່ນເປີດດ່ານໄວໆກະຢາກເມືອຢູ່ບ້ານຢູ່ສ່ອງ. ຖ້າສະຖານະການມັນດີຂຶ້ນລະຈັ່ງສິມາໃໝ່. ໝູ່ໃນໄທນີ່ກະຫຼາຍຢູ່ໃດ໋ ຍັງບໍ່ກັບເຂົາກະຖ້າດ່ານເປີດຄືກັນ. ດ່ານເປີດປຶບ ກໍສິໄດ້ພາກັນເມືອຄືນກັນ ເພາະວ່າຢູ່ໄປ ກະບໍ່ມີຫຍັງ ຢູ່ໄປກະໃຊ້ເງິນຊື່ໆ ວຽກກະບໍ່ໄດ້ເຮັດ.”

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ສະເພາະກິດ ຢູ່ແຕ່ລະດ່ານຊາຍແດນທົ່ວປະເທດລາວ ກໍຍັງສືບຕໍ່ປະຕິບັດວຽກງານກ່ຽວກັບຄົນເຂົ້າ -ອອກດ່ານ ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອພະຍາດ ໂຄວິດ-19 ເປັນຕົ້ນກວດກາຄົນງານລາວ ຢູ່ດ່ານສາກົລວັງເຕົ່າ ແລະ ດ່ານຂົວມິຕພາບລາວ-ໄທ ແຫ່ງທີ 1 ຍ້ອນມີຄົນງານລາວຈໍານວນບໍ່ໜ້ອຍ ຍັງລໍຖ້າເຂົ້າມາລາວ ເພື່ອກັບຄືນບ້ານຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.