ຮ້ານກິນດື່ມຈະໄດ້ເປີດ ເປັນປົກຕິ
2020.11.02

ຜູ້ປະກອບການຮ້ານອາຫານ ແລະ ຮ້ານບັນເທີງມີຄວາມພໍໃຈຕໍ່ມາຕການ ຜ່ອນຜັນຂອງຄະນະສະເພາະກິດຄວບຄຸມພຍາດໂຄວິດ-19 ໄດ້ ປະກາດມາຕການຜ່ອນຜັນ ເມື່ອວັນທີ 31 ຕຸລາ ຜ່ານມາວ່າໃຫ້ຮ້ານ ບັນເທີງ ແລະ ຮ້ານອາຫານ ກັບມາເປີດໄດ້ເປັນ ປົກກະຕິ. ດັ່ງ ເຈົ້າຂອງຮ້ານບັນເທີງແຫ່ງນຶ່ງ ໄດ້ກ່່່າວຕໍ່ເອເຊັຽເສຣີ ໃນວັນທີ 02 ພືສຈິກາ ວ່າ:
"ຮູ້ສຶກດີໃຈດຽວນີ້ເນາະ ທີ່ໃຫ້ເປີດເປັນປົກກະຕິ ກໍຂາດຣາຍໄດ້ຫຼາຍ ເດືອນແລ້ວລູກຄ້າບໍ່ຫຼາຍດອກເພາະວ່າ ດ່ານບໍ່ເປີດ. ລູກຄ້າທາງນອກ ກາບໍ່ມີເດ້ ລູກຄ້າຕ່າງ ປະເທດກໍບໍ່ມີ, ມີແຕ່ຄົນ ແຖວບ້ານເຮົາ ແຖວໄກ້ຄຽງຊື່ ໆ ດອກມາຫຼິ້ນມາກິນ."
ເຈົ້າຂອງຮ້ານຄາຣາໂອເກະແຫ່ງນຶ່ງ ກໍໄດ້ສະແດງຄວາມຮູ້ສຶກດີໃຈ ທີ່ທາງການໄດ້ປະກາດ ມາຕການຜ່ອນຜັນໃຫ້ປິດເວລາ 11 ໂມງ ເຊີ່ງ ມັນເປັນແຮງດຶງດູດ ໃຫ້ຜູ້ເຂົ້າມາທ່ຽວ.
"ຮູ້ແລ້ວຮູ້ວັນເສົານີ້ ເພີ່ນໃຫ້ເປັນປົກກະຕິແລ້ວເດ້ ເພີ່ນໃຫ້ປິດ 11 ໂມງ ຂອງຂ້ອຍກໍເປັນຄາຣາໂອເກະເນາະ. ເອີກາດີໃຈທີ່ໄດ້ໃຊ້ຊີວິດ ປົກກະຕິ ບັດນີ້ຫາງ ເງິນຄຳ ສະດວກຄືເກົ່າ ກາຄືຊິມີຢູ່ດອກ ກາຄືຊິພໍ ໄດ້ຂາຍ."
ສ່ວນນັກດົນຕຼີກໍກ່າວວ່າ ມັນກໍເປັນເຣື່ອງທີ່ີດີ ທີ່ທາງການໃຫ້ເປີດທຸຣະກິດຮ້ານບັນເທີງເພາະ ພວກຕົນຈະໄດ້ມີວຽກເຮັດງານທໍາ ແຕ່ກໍຍອມ ຮັບເສຖກິດໄລຍະນີ້ ບໍ່ດີປານໃດ.
"ມັນກາດີຫັ້ນລະ ຄັນເວົ້າເຣື່ອງເສຖກິຈມີວຽກມີງານມາ ແລະ ຣາຍໄດ້ຄື ຜູ້ບໍ່ມີຣາຍໄດ້ ຄືຂ້ອຍວຽກງານຄືເຮົານີ້ມັນກາ ສະດວກມັນກາ ສະດວກຫຼາຍຂື້ນ ແລ້ວກາເບີ່ງ ຕາມສະພາບຕອນນີ້ ມັນກາຍັງບໍ່ຄົງທີ່ ຫັ້ນເນາະ."
ໃນສ່ວນຂອງປະຊາຊົນລາວ ບໍ່ໄດ້ກັງວົນເພາະໃນລາວມີຄົນຕິດເຊື້ອພຍາດໂຄວິດ-19 ນ້ອຍເຮັດໃຫ້ຊາວລາວ ທັມມາຫາກິນໄດ້ງ່າຍຂຶ້ນ ທັງພະນັກງານຮ້ານບັນເທິງຕ່າງໆ ກໍມີຣາຍໄດ້ຄືກັນ. ດັ່ງປະຊາຊົນ ໄດ້ກ່າວວ່າ:
"ບໍ່ເປັນຫຍັງດອກ ບໍ່ເຄີຍຕິດເຊື້ອສ່ວນຫຼາຍຕິດເຂົ້າມາຈາກ ຕ່າງປະເທດ. ກາຈະໄດ້ມາເຣີ້ມທໍາມາຫາກິນ ຄ້າຂາຍຢ່າງນ້ອຍ ກາພາຍ ໃນປະເທດ ພໍໄດ້ຫາຍໃຈນ້ອຍນຶ່ງ ຄວາມໝາຍຫັ້ນນ່າ ປິດກາດົນໄປຈັກ ຈະເອົາແມ່ນຫຍັງກິນ."
ການອະນຸຍາດ ໃຫ້ຮ້ານບັນເທີງ ແລະຮ້ານອາຫານເປີດຕາມປົກກະຕິ ນັ້ນກາຕ້ອງມີການປະຕິບັດ ການຄວບຄຸມໂຄວິດ-19 ໂດຍຕ້ອງປີດ ບໍ່ໃຫ້ເກີນເວລາ ຖ້າເປີດເກີນ ເຈົ້າໜ້າທີ່ ຈະລົງໄປກວດ ແລະ ລົງໂທດແຕ່ເບົາຫາໜັກ ແລ້ວແຕ່ກໍຣະນີ, ນອກຈາກນີ້ຕ້ອງມີເຈວລ້າງມື ແລະມີການກວດອຸນຫະພູມ ຂອງລູກຄ້າຕລອດ. ດັ່ງເຈົ້າໜ້າທີ່ສະເພາະກິດ ທີ່ ນະຄອນຫຼວງວຽງຈັນ ຜູ້ສງວນຊື່ໄດ້ ກ່າວວ່າ:
"ມາຕການໂຕນີ້ເພີ່ນອອກມາໃໝ່ ກາບໍ່ມີຫຍັງຕິໂຕນີ້ເພາະວ່າມີແຕ່ຄົນ ພາຍໃນມັນກາບໍ່ເປັນຫຍັງແລ້ວເດ້ເນາະ. ດີແທ້ເພີ່ນຈະມີກວດເຈວ ລ້າງມື ອານາມັຍເຣື່ອງ ຂອງການແພດເທົ່ານັ້ນແຫຼະ. ຄັນເປີດເກີນ ເຂົາເຈົ້າກໍຈະລົງໄປ ເຕືອນແລ້ວກາເຮັດບົດບັນທຶກເນາະ ຄັນວ່າຍັງ ຝ່າຝືນ ອີກກໍມີແຕ່ປັບໃໝ ຫຼືວ່າຖອນໃບອະນຸຍາດຈັງຊິນ່າ."
ຕໍ່ມາຕການຜ່ອນເບື້ອງຕົ້ນແຂວງຈຳປາສັກ ກໍໄດ້ມີເຈົ້າໜ້າທີ່ລົງໄປອຳນວຍຄວາມສະດວກ ແລະແນະນຳໃຫ້ຮ້ານບັນເທີງ ແລະ ຮ້ານອາຫານວາງມາຕການ ກັນຄວບຄຸມ ໂຄວິດ-19 ໂດຍ ໃຫ້ປະຕິບັດ ຢ່າງເຄັ່ງຂັດ ເຊັ່ນຕ້ອງມີເຈວລ້າງມື ປະຕິບັດໄລຍຫ່າງ. ດັ່ງເຈົ້າໜ້າທີ່ແຂວງ ຈຳປາສັກໄດ້ກ່າວວ່າ:
"ເປີດກໍຍັງໃຫ້ເປີດແຕ່ກໍຍັງຮັກສາຣະບຽບອີຫຍັງຫັ້ນເດ້ ໃຫ້ປິດຕາມ ໂມງເວລາຫັ້ນເດ້ ຮັກສາອານາມັຍ ຈະມີຄະນະສະເພາະກິດ ເຂົາຈະລົງໄປຕິດຕາມອີຫຍັງຕ່າງໆ ໄປລົງເບິ່ງສົມທົບໃຫ້ ຄວາມສະດວກ ໄລຍະຫ່າງ ບໍ່ການປະຕິບັດເຈວລ້າງມືແມ່ນຫຍັງນີ້ແຫຼະ,"
ສຳລັບມາຕການຜ່ອນຜັນ ໃຫ້ເປີດຮ້ານບັນເທີງແລະຮ້ານອາຫານ ໄດ້ຕາມປົກກະຕິນັ້ນ ທາງການໄດ້ປະກາດເມື່ອວັນທີ 31 ຕຸລາ ຜ່ານມາ ໂດຍໃຫ້ເຣີ້ມປະຕິບັດ ຕາມມາຕການນີ້ໄດ້ຕັ້ງ ແຕ່ເດືອນພືສຈິກາ ເປັນຕົ້ນ. ແຕ່ຖ້າມີສະຖານະການປ່ຽນແປງ ກໍ່ຈະມີການແຈ້ງໃຫ້ຊາບຕື່ມ.