ແມ່ຍິງລາວຢູ່ໄທ ຖືກ ນາຍຈ້າງ ທໍາຮ້າຍ
2018.10.19
ຄົນງານແມ່ຍິງລາວ ອາຍຸ 21 ປີ ຈາກ ແຂວງຈຳປາສັກ ທີ່ໄປເຮັດວຽກເປັນແມ່ບ້ານ ຢູ່ເມືອງດຳເນີນສະດວກ ແຂວງຣາຊບູຣີ ປະເທດໄທ ຖືກນາຍຈ້າງໄທ ທຳຮ້າຍຮ່າງກາຍ ຢ່າງໜັກ ໂດຍການສາດນໍ້າ ຮ້ອນໃສ່ ເພາະນາຍຈ້າງ ບໍ່ພໍໃຈການເຮັດວຽກ ຂອງນາງ. ດັ່ງຄຳເວົ້າຂອງ ທ່ານສມັກ ທັບທານີ ເຈົ້າໜ້າທີ່ ຕ້ານການຄ້າມະນຸດຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 19 ຕຸລານີ້ວ່າ:
“ນ້ອງຫັ້ນຖືກນາຍຈ້າງເທນໍ້າຮ້ອນໃສ່ ເປັນບາດໃຫຍ່ ແລ້ວບາດນີ້ ຕຳຣວດກັບພະນັກງານຣັດໄທ ກໍ່ຟ້ອງນາຍຈ້າງ ເຣື່ອງຂອງການທຳຮ້າຍ ຮ່າງກາຍ ແລ້ວກໍລໍຖ້າຜົນກວດ ຂອງໂຮງໝໍ ນ້ອງຫັ້ນ ເຂົ້າມາທາງດ່ານ ຈຳປາສັກ-ອຸບົນ ນາຍຈ້າງຫັ້ນແບບວ່າ ໃຈຮ້າຍ ກໍເລີຍເອົາ ນໍ້າຮ້ອນສາດໃສ່ລາວ ບໍ່ແມ່ນອຸບັດຕິເຫດນໍ້ ຄືຕັ້ງໃຈເທ ຄືຜິດຖຽງກັນຫັ້ນນາ.”
ແມ່ຍິງລາວຜູ້ເຄາະຮ້າຍຜູ້ນີ້ ຂ້າມມາເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍ ຍ້ອນຄວາມທຸກຍາກ ນາງມາຕັ້ງແຕ່ປີ 2014 ຊຶ່ງເວລາ ນັ້ນ ນາງມີອາຍຸພຽງ 16 ປີ. ກ່ຽວກັບຄະດີ ຕຳຣວດ ຕັ້ງຂໍ້ຫານາຍຈ້າງ 3 ຂໍ້ ຄື:
1, ທຳຮ້າຍຮ່າງກາຍຜູ້ອື່ນ ໂດຍເຈຕນາ,
2, ຈ້າງແຮງງານຜິດກົດໝາຍ
3. ໃຫ້ທີ່ຢູ່ອາສັຍແກ່ ແຮງງານຕ່າງດ້າວຜິດກົດໝາຍ.
ປັດຈຸບັນ ແມ່ຍິງລາວຜູ້ເຄາະຮ້າຍ ກໍອາສັຍຢູ່ສະຖານນີຕຳຣວດ ເມືອງດຳເນີນສະດວກ ເພື່ອລໍຖ້າຂຶ້ນສານ, ດັ່ງຄຳເວົ້າຂອງ ພົນຕຳຣວດ ໂທພິສິດ ສານຮັກ ຫົວໜ້າກົມຕຳຣວດ ເມືອງດຳເນີນສະດວກ ແຂວງຮາຊບູຣີ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າ:
“ຜູ້້ເສັຍຫາຍກໍອາຍຸ 21 ປີ ຖືກທຳຮ້າຍຮ່າງກາຍ ຕ້ອງລໍສືບພິຍານ ໃນຄະດີທີ່ແມ່ຍິງນາງນີ້ ເປັນຜູ້ເສັຍຫາຍກ່ອນ ຍ້ອນຄະດີຍັງບໍ່ ຂຶ້ນສານ ຄືລໍຖ້າໃຫ້ແມ່ຍິງຂຶ້ນສານ ແລ້ວກໍລໍຜັກເດັກກັບ ແຕ່່ວ່າກໍຕ້ອງໃຫ້ຜູ້ເຄາະຮ້າຍ ຂຶ້ນສານກ່ອນ.”
ທາງການລາວ ແລະໜ່ວຍງານສາກົນ ຈະຊ່ອຍແມ່ຍິງລາວ ຜູ້ນີ້ ແຕ່ຕ້ອງຖ້າໃຫ້ຄະດີຂຶ້ນສານຢູ່ໄທ ແລ້ວກ່ອນ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ພາກສ່ວນຕ້ານ ການຄ້າມະນຸດ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ມື້ນີ້ວ່າ:
“ດຽວນີ້ຫັ້ນ ຕຳຣວດຫັ້ນຕ້ອງ ຕ້ອງເຮັດດຳເນີນເລື້ອງເນາະ ເອົາຜິດກັບຜູ້ກະທຳຜິດແລ້ວ ກໍ່ຕ້ອງໃຫ້ກະຊວງ ພັທນາສັງຄົມ ແລະຄວາມ ໝັ້ນຄົງມະນຸດ ຂອງໄທ ເອົາລາວໄປໄວ້ ຢູ່ໃນສຸູນກ່ອນ ກະຊວງພັທນາຕ້ອງຮັບຜິດຊອບ ເພື່ອວ່າລາວຕ້ອງໄດ້ ຂຶ້ນສານ ເອົາຄ່າເສັຍຫາຍ ເພາະວ່າລາວຖືກທຳຮ້າຍ ຮ່າງກາຍເນາະ ຫຼັງຈາກຂຶ້ນສານແລ້ວ ແລ້ວກະຊວງພັທນາ ຈຶ່ງຈະສົ່ງກັບມາ.”
ກ່ຽວກັບຄະດີນີ້ ຕຳຣວດຍັງບໍ່ສາມາດຣະບຸໄດ້ວ່າ ການຂຶ້ນສານຈະເຣີ້ມມື້ໃດ ພຽງແຕ່ຮູ້ວ່າໄວໆນີ້ ສ່ວນແມ່ຍິງຜູ້ເຄາະຮ້າຍນັ້ນ ປັດຈຸບັນ ມີອາການຣະເມີ ແລະຢ້ານກົວ ແລະຍັງບໍ່ມີໃຜມາຢ້ຽມຢາມ ເນື່ອງຈາກຄອບຄົວທຸກຍາກ ແລະບໍ່ມີພາສປອດ.