ງົປມານຂາດດຸນ ເງິນເຟີ້ໃນລາວ


2013.09.06
F-World-bank ເຄື່ອງໝາຍຂອງ ທະນາຄານໂລກ
wb

 

ລາຍງານ ທະນາຄານໂລກ ແຈ້ງວ່າ ການເຕີບໃຫຍ່ ຂອງເສຖກິດ ໃນລາວຄາດວ່າຈະເປັນ 8% ໃນປີ 2013 ຍ້ອນພາກສ່ວນເສຖກິດ ດ້ານບໍຣິການ ກະແສໄຟຟ້າ ການກໍ່ສ້າງ ແລະ ການຜລິດອາຫານ ສໍາເຣັດຮູບ. ຄຽງຄູ່ກັບການເຕີບໃຫຍ່ນີ້ ອັດຕຣາເງິນເຟີ້ ຣາຄາສິ່ງ ຂອງແພງ ເພີ້ມຂື້ນຈາກ 3.4% ໃນເດືອນພຶສຈິກາ 2012 ຂຶ້ນເປັນ 5.8% ໃນເດືອນມິນາ 2013 ຍ້ອນຣາຄາອາຫານ ໃນທ້ອງຕລາດ ແພງຂຶ້ນ ສ່ວນໃຫຍ່ເປັນເຄື່ອງບໍຣິໂພຄ ທີ່ບໍ່ແມ່ນເຂົ້າກິນ ແພງຂຶ້ນ.

ງົບປະມານລາຍໄດ້-ລາຍຈ່າຍຂາດດຸນ ຄາດວ່າຈະເພີ້ມຂຶ້ນ ໂດຍ ສະເພາະປີ 2012 ຫາ 2013 ຍ້ອນລາຍຈ່າຍຂອງຣັຖເພີ້ມຂຶ້ນ ຈາກການຂຶ້ນເງິນເດືອນ ໃຫ້ພະນັກງານຣັຖ. ລາຍໄດ້ຂອງຣັຖ ຄາດວ່າຈະບໍ່ເພີ້ມຂຶ້ນຫລາຍ ຍ້ອນລາຍໄດ້ຂະແໜງບໍ່ແຮ່ ແລະ ເງິນຊ່ວຍເຫລືອລ້າ ຫລຸດລົງ.

ກ່ຽວກັບຄວາມໂປ່ງສັຍ ຂອງລາຍໄດ້ຂະແໜງບໍ່ແຮ່, ລາຍງານວ່າ ໃນ 10 ປີມານີ້ ການລົງທຶນຂະແໜງບໍ່ແຮ່ ທີ່ເພີ້ມຂື້ນ ເຮັດໃຫ້ເສຖກິດ ລາວ ເຕີບໃຫ່ຽຂຶ້ນຢ່າງວ່ອງໄວ ຄິດໄລ່ແລ້ວລາຍໄດ້ຈາກຂະແໜງບໍ່ແຮ່ ມີເຖິງ 8% ຫາ 11% ຂອງຜົນຜລິດລວມຍອດ ແຫ່ງຊາຕ ແຕ່ຖ້າ ຄິດໄລ່ການຫົ່ວໄຫລ ຂອງລາຍໄດ້ໃສ່ແລ້ວ ລາຍໄດ້ຈາກຂະແໜງບໍ່ແຮ່ ຈະມີເຖິງ 15% ຫາ 20% ຂອງຜົນຜລິດລວມຍອດ. ລາຍໄດ້ຈາກ ຂະແໜງບໍ່ແຮ່ ໃນປັດຈຸບັນ ມີປະມານ 20% ຂອງລາຍໄດ້ທັງໝົດ ພາຍໃນປະເທດ ຂອງຣັຖບານ. ການເກັບລາຍໄດ້ ຈາກຂະແໜງບໍ່ແຮ່ ຍັງເປັນບັນຫາ ທ້າທາຍຢູ່.

ກ່ຽວກັບລາຍຈ່າຍຂອງຣັຖ ທາງດ້ານຮັກສາສຸຂພາບນັ້ນ ເຖິງແມ່ນວ່າການເຕີບໃຫຍ່ຂອງເສຖກິດ ເຂັ້ມແຂງກໍດີ ແຕ່ວ່າ ອັດຕຣາການຕາຍ ຂອງແມ່ແລະເດັກ ຍັງສູງເກີນທີ່ຄາດເອົາໄວ້ ສູງເຖິງສອງເທົ້າ ອັດຕຣາການຕາຍຂອງແມ່ແລະເດັກໃນກໍາພູຊາ ແລະ ສູງກວ່າຢູ່ໃນວຽດນາມ 8 ເທົ່າ. ລາຍຈ່າຍທາງດ້ານສາທາຣະນະສຸກ ຍັງຕໍ່າມີພຽງແຕ່ 1.1 ສ່ວນຮ້ອຍ ຂອງຜົນຜລິດຮວມຍອດ ຂອງເສຖກິດເທົ່ານັ້ນ. ປະຊາຊົນ ຕ້ອງໄດ້ຈົກຖົງຕົນເອງ ເພື່ອຈ່າຍຄ່າປິ່ນປົວເຖິງ 46% ຂອງລາຍຈ່າຍຄ່າສຸຂພາບທັງໝົດ. ເຣື້ອງອະນາໄມ ຕ້ອງໄດ້ຮັບການປັບປຸງຕື່ມ. ການຂາດເຂີນສະຖານທີ່ອະນາໄມ ເປັນບັນຫາທີ່ທ້າທາຍ ຂອງສາທາຣະນະສຸກ ຊຶ່ງເຮັດໃຫ້ຣັຖບານສູນເສັຽ ງົບປະມານ 193 ລ້ານໂດລາ ສະຫະຣັດ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.