ຄາຊີໂນບໍ່ແກ້ວໃຜມີເງິນ ກໍ ຫຼິ້ນໄດ້
2015.04.06
ຊາວລາວ ຢູ່ ແຂວງ ບໍ່ແກ້ວ ເວົ້າວ່າ ປັຈຈຸບັນ ມີ ນັກ ທຸຣະກິດ ລາວ ບາງກຸ່ມ ໃຊ້ ອໍານາດ ຂອງ ເງິນ ເຂົ້າໄປ ຫລິ້ນ ການ ພະນັນ ຢູ່ ໂຮງ ກາຊິໂນ ໃນເຂດ ເສຖກິດ ພິເສດ ສາມຫລ່ຽມ ຄໍາ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເຖິງ ແມ່ນວ່າ ທາງ ກາຊິໂນ ມິ ກົດຫ້າມ ບໍ່ໃຫ້ ຄົນລາວ ເຂົ້າໄປ ຫຼິ້ນ ກໍຕາມ. ດັ່ງ ຊາວລາວ ທ່ານນີ້ ເວົ້າວ່າ:
“ກະມີຢູ່ ຈໍານວນ ໜຶ່ງ ເນາະ! ໄດ້ຍິນ ເຂົາເວົ້າກັນ ຢູ່ ສ່ວນຫລາຍ ມັນ ແມ່ນຄົນ ມາຈາກ ຕ່າງແຂວງ ຣະບຽບ ການ ຫ້າມນັ້ນ ມີແທ້ ເຄີຍໄດ້ຍິນ ເພີ່ນວ່າ ບໍ່ໃຫ້ ຄົນລາວ ເຂົ້າ ເນາະ ແຕ່ວ່າ ມັນກໍມີ ຈໍານວນ ໜຶ່ງ ແຫລະ ຍັງ ດື້ດ້ານ ທີ່ ມີເງິນ ເຂົ້າໄປ”.
ຊາວບ້ານ ວ່າ ເປັນທີ່ຮູ້ ກັນດີ ວ່າ ຄົນລາວ ທີ່ ສາມາດ ເຂົ້າໄປ ຫລິ້ນ ການພະນັນ ໄດ້ນັ້ນ ລ້ວນແຕ່ ເປັນຜູ້ ມີ ຖານະ ດີ ຂີ່ ຣົຖ ຣາຄາ ແພງ ແຕ່ ບໍ່ຮູ້ວ່າ ພວກເພິ່ນ ເຂົ້າໄປ ໄດ້ ແນວໃດ. ອັນນີ້ ກໍເປັນ ຄໍາຖາມ ໃຫ້ ປະຊາຊົນ ຫລາຍຄົນ ຜູ້ຫາ ເຊົ້າ ກິນຄໍ່າ ນັ້ນ ກໍໄດ້ແຕ່ ໄປເລາະ ຢູ່ ຮອບໆ ກາຊິໂນ ເທົ່ານັ້ນ. ຊາວ ຕ່າງຊາດ ທີ່ ເຂົ້າໄປ ຫລິ້ນ ການພະນັນ ຢູ່ King’s Roman ສ່ວນໃຫຍ່ ແມ່ນ ຄົນຈີນ ຮອງ ລົງມາ ກໍແມ່ນ ຄົນໄທ.
Casino king’s Roman ຕັ້ງຢູ່ ບໍຣິເວນ ແຄມ ນໍ້າຂອງ ຣະຫວ່າງ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ກັບ ເມືອງ ຊຽງແສນ ແຂວງ ຊຽງຮາຍ ຂອງໄທ ເປິດ ບໍຣິການ ລູກຄ້າ ຕັ້ງແຕ່ ຕອນເຊົ້າ ຈົນຮອດ ຕອນ ກາງຄືນ ມີ ການ ພະນັນ ຫຼາຍ ປະເພດ ເຊັ່ນ ຕູ້ ປ່ອນເງິນ ຫຼື slot machine ເຈົ້າຂອງ ກາຊິໂນ ແມ່ນ ຄົນຈີນ ຫຸ້ນສ່ວນ ກັບ ຄົນໄທ ເຈົ້າໜ້າທີ່ ຮັກສາ ຄວາມ ປອດໄພ ເປັນ ຄົນຈີນ ທັງໝົດ.