ສປປລາວ ປະຊາຄົມອາຊຽນ ປີ 2015
2013.01.09

ໃນອີກ 2 ປີ ຂ້າງໜ້າ ພູມີພາກ ອາຊຽນ ຈະກ້າວສູ່ ການເປັນ ປະຊາຄົມ ເສຖກິດ ອາຊຽນ ຫລື AEC ຊຶ່ງຄາດກັນວ່າ ຈະມີການປ່ຽນແປງ ຫລາຍຢ່າງ ໃນພູມີພາກນີ້ ແລະ ແນ່ນອນວ່າ ປະເດັນຫລັກ ກໍຄືເຣື່ອງ ເສຖກິດ. ສໍາລັບ ສປປລາວ ທາງພາກຣັຖ ກໍມີ ການສົ່ງເສີມ ແລະ ສນັບສນູນ ໃຫ້ນັກທຸຣະກິດ ຂອງຕົນ ແລະ ຕ່າງປະເທດ ເຂົ້າມາລົງທຶນ.
ຈາກການເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ການລົງທຶນ ຈາກ ຕ່າງປະເທດ ກໍເຂົ້າມາ ລາວ ຫລາຍຂຶ້ນ ເຮັດໃຫ້ພາບລວມ ຂອງ ເສຖກິດລາວ ກະເຕື້ອງຂຶ້ນ ຊື່ງເຫັນໄດ້ ຢ່າງຈະແຈ້ງ. ເຣື່ອງຄວາມພ້ອມ ໃນການ ເຂົ້າສູ່ AEC ນັ້ນ ນັກທຸຣະກິດ ລາວ ເຫັນວ່າ ໂຕເລກ ການພັທນາ ທາງເສຖກິດ ຂອງລາວ ສູງຂຶ້ນທຸກປີ ແລະ ນັກທຸຣະກິດ ລາວເອງ ກໍຕຣຽມພ້ອມ ສໍາລັບເຣື່ອງນີ້. ຍານາງ ວາລີ ເວດສະພົງ ປະທານ ສະມາຄົມ ນັກທຸຣະກິດ ຊາວໜຸ່ມລາວ ກ່າວ ກ່ຽວກັບ ເຣື່ອງນີ້ວ່າ:
"ຈາກນີ້ໄປຫາພຸ້ນ ພວກເຮົາກໍຕ້ອງ ມີການປັບປຸງ ອົງກອນ ຊຶ່ງວ່າກຽມພ້ອມ ເວລານັ້ນ ພວກເຮົາຈະເປັນ ບໍຣິສັດ ທີ່ໃຫຍ່ຂຶ້ນ ແຕ່ວ່າເປັນ join venture ຍົກຕົວຢ່າງ ແບບນີ້ ມັນອາດ ຈະປ່ຽນໄປ ໃນທິດນີ້".
ພາຍຫລັງ ເຂົ້າເປັນ ປະຊາຄົມ ອາຊຽນ ແລ້ວ ກໍຕ້ອງມີການ ເຄື່ອນຍ້າຍ ຂອງ ແຮງງານ ແລະ ທຸຣະກິດ ຈໍານວນຫລາຍ ໃນພູມີພາກ. ສປປລາວ ກໍຈະຕ້ອງ ມີຄູ່ແຂ່ງ ເພື່ອນບ້ານ ທີ່ມີຄວາມ ແຂ່ງແກ່ນ ໃນດ້ານ ທຸຣະກິດ ເປັນຕົ້ນ ສິງກະໂປ ມາເລເຊັຽ ແລະໄທ. ສໍາລັບພາກ ທຸຣະກິດ ຂນາດນ້ອຍ ຂນາດກາງ ຂແນງ ບໍຣິການ ທີ່ດໍາເນີນ ໂດຍຄົນລາວ ສ່ວນໃຫຍ່ນັ້ນ ຖ້າມີການ ຮວມກຸ່ມ ທາງເສຖກິດ ກໍອາດ ຢູ່ຣອດໄດ້. ກ່ຽວກັບ ການເຂົ້າເປັນ ສະມາຊິກ AEC ນີ້ ຍານາງ ວາລີ ວ່າ ມີທັງຂໍ້ດີ ແລະ ຂໍ້ເສັຽ ແຕ່ໂດຍສ່ວນຕົວ ແລ້ວ ໃນຖານະ ເປັນນັກ ທຸຣະກິດ ຢູ່ໃນວົງການ ທຸຣະກິດ ຂອງລາວມາດົນ ພໍສົມຄວນ ນາງເຫັນ ວ່າ ສປປລາວ ມີຂໍ້ໄດ້ປຽບ ຢູ່ຫລາຍດ້ານ:
"ນັກລົງທຶນ ຊິເຂົ້າມາ ຫລາຍຂຶ້ນ ບໍ່ວ່າຊິເປັນ ນະໂຍບາຍ ການສນັບສນູນ ການລົງທຶນ ຄ່າແຮງງານ ຫລືວ່າພື້ນທີ່ ທີ່ດິນ ລະກະບໍ່ວ່າ ຊິເປັນ ສິ່ງແວດລ້ອມ ຫລືວ່າອາກາດ ໂດຍສະເພາະ ພວກກະເສດ ສະອາດ ພວກເຮົາແມ່ນ ມີທ່າແຮງຫລາຍ ຄັນເວົ້າເຣື່ອງ ທີ່ຕັ້ງເນາະ ຖ້າວ່າ infrastructure ຄົບຖ້ວນໝົດນີ້ ແມ່ນເຮົາຈະເປັນ center ໃນຫລາຍໆເຣື່ອງໄດ້.
ຢ່າງໃດກໍຕາມ ສປປລາວ ກໍຕ້ອງມີການ ພັທນາຫລາຍຢ່າງ ທັງໃນວົງການ ທຸຣະກິດ ນັກທຸຣະກິດ ແລະ ພະນັກງານ ຮວມທັງ ແຮງງານ ທີ່ຈະຕ້ອງ ໃຫ້ມີສີມື ຫລາຍຂຶ້ນ ນໍາອີກ.