ຊາວເມືອງຕົ້ນເຜິ້ງຕໍ່ສູ້ຂໍຄວາມ ເປັນທັມ
2014.04.08

ປະຊາຊົນ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ຍັງຄົງ ຂັດຂວາງ ບໍ່ໃຫ້ ບໍຣິສັດ ຄິງສ໌ໂຣມັນ ເຂົ້າມາ ບຸກເບີກ ພື້ນທີ່ນາ ຂອງ ພວກຕົນ ໃນ ຂະນະ ທີ່ ບໍຣິສັດ ໄດ້ສົ່ງ ເຈົ້າໜ້າທີ່ ມາວັດແທກ ທີ່ດິນ ໃນເຂດ ດັ່ງກ່າວ ແລ້ວ.
ໃນອາທິດ ຜ່ານມາ ມີການເຜີຍແຜ່ ພາບ ວີດີໂອ ຂອງ ການຖົກຖຽງ ກັນ ຣະຫວ່າງ ຊາວບ້ານ ແລະ ເຈົ້າໜ້ທີ່ ຂອງ ບໍຣິສັດ ເຈົ້າໜ້າທີ່ ມີການ ຖ່າຍພາບ ຊາວບ້ານ ເອົາໄວ້. ຄືດັ່ງ ຊາວບ້ານ ທ່ານນຶ່ງ ໄດ້ເວົ້າ ຢູ່ໃນພາບ ວີດີໂອວ່າ:
"ເຈົ້າໜ້າທີ່ ມີສິດເນາະ ເຈົ້າໜ້າທີ່ ມີສິດຖ່າຍ".
ບໍຣິສັດ ຈະໃຫ້ຄ່າ ຊົດເຊີຍ ທີ່ດິນ ຊາວບ້ານ ປະມານ 1 ແສນບາດ ຕໍ່ນຶ່ງໄຮ່, ແຕ່ຊາວບ້ານ ບໍ່ຍອມ ໂດຍອ້າງວ່າ ຄ່າຊົດເຊີຍ ນັ້ນຕໍ່າ ເກີນໄປ ຈະໄປຊື້ດິນ ບ່ອນອື່ນ ບໍ່ໄດ້.
ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກໂຄງການ ສ້າງສະໜາມບິນ ແມ່ນບ້ານ ໂພນຮົມ, ບ້ານ ດອນມູນ, ບ້ານ ພຽງຍາມ, ບ້ານ ມົກກະຈອກ, ບ້ານ ຄວ້ານ ແລະ ບ້ານ ສີບຸນເຮືອງ. ມີທັງໝົດ 46 ຄອບຄົວ ໄດ້ຮັບ ຜົນກະທົບ ຈາກໂຄງການ ດັ່ງກ່າວ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ແລະທາງ ເຈົ້າໜ້າທີ່ ກໍກຳລັງ ເກັບກຳ ຂໍ້ມູນ ຂອງເນື້ອທີ່ ແລະ ຄ່າຊົດເຊີຍ. ດັ່ງ ເຈົ້າໜ້າທີ່ ກ່າວວ່າ:
"ຍັງບໍ່ທັນ ເສັຍ ກໍາລັງ ເກັບກຳ ຄ່າເນື້ອທີ່ ແລະ ຫາ ຂໍ້ມູນວ່າ ສິມີເທົ່າໃດ ນີ້ນະ ຫລັງຈາກຫັ້ນ ຈະໄດ້ ຊົດເຊີຍໃຫ້ ຊາວບ້ານເຂົາ".
ໂຄງການ ສ້າງ ສະໜາມບິນ ໄດ້ເປັນທີ່ ວິພາກ ວິຈານກັນ ຢູ່ໃນສື່ ສັງຄົມ ອອນລາຍ ຫລື ເຟັສບຸກ ໄດ້ພາກັນ ສະແດງ ຄວາມເຫັນໃຈ ຕໍ່ ປະຊາຊົນ ທີ່ ເສັຍທີ່ດິນ ແລະ ວິພາກ ວິຈານ ກ່ຽວກັບ ໂຄງການ ດັ່ງກ່າວ ທີ່ເຮັດໃຫ້ ປະຊາຊົນ ໄດ້ຮັບ ຄວາມເດືອດຮ້ອນ ຮວມທັງ ມີການ ຮຽກຮ້ອງ ໃຫ້ໂຄງການ ຊີ້ແຈງ ຣາຍຣະອຽດ ຕໍ່ ສາທາຣະນະ ເພີ່ມເຕີມ.
ຕາມຂໍ້ມູນ ຂອງທາງການ ໂຄງການນີ້ ແມ່ນກຸ່ມ ບໍຣິສັດ ຄິງສ໌ໂຣມັນ ຫລື ດອກງ້ຽວຄຳ ເປັນຜູ້ ໄດ້ຮັບ ສຳປະທານ ໃນ ການກໍ່ສ້າງ ຕາມ ແຜນການ ກໍ່ສ້າງ ສະໜາມບິນ ມີຄວາມຍາວ 3 ກິໂລແມັດ.