ທີ່ດິນບ້ານນ້ອຍຊຽງດາ ສືບຕໍ່ ຂັດແຍ່ງກັນ

ອຸ່ນແກ້ວ ສຸກສະຫວັນ
2020.03.19
F-xiengda ຂໍ້ຂັດແຍ່ງທີ່ດິນ ເກີດຂຶ້ນໃນວັນທີ 16 ມີນາ ທີ່ຜ່ານມາ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ
Citizen Journalist

ຂໍ້ຂັດແຍ່ງໄດ້ເກີດຂຶ້ນໃນວັນທີ 16 ມີນາ ທີ່ຜ່ານມາ ຢູ່ບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນເວລາທີ່ເຈົ້າໜ້າທີ່ ຂອງ ໂຄງການມະຫາວິທຍາໄລ ວິທຍາສາດສຸຂພາບ ເອົາລົດມາບຸກເບີກທີ່ດິນ ຂອງຊາວບ້ານ ແຕ່ຊາວບ້ານບໍ່ຍອມ.

ຊາວບ້ານຜູ້ທີ່ອ້າງກັມມະສິດເປັນເຈົ້າຂອງທີ່ດິນ ກັບ ເຈົ້າໜ້າທີ່ ຕົກລົງເລື້ອງຄ່າຊົດເຊີຍທີ່ດິນກັນບໍ່ໄດ້ ສະນັ້ນ ທັງສອງຝ່າຍຈຶ່ງເກີດມີ ການໂຕ້ຖຽງກັນ, ດັ່ງຊາວບ້ານ ຄົນນຶ່ງໄດ້ເວົ້າຢູ່ໃນວີດີໂອ ທີ່ເຜີຍແຜ່ຢູ່ໃນເຟສບຸກ ຕອນນຶ່ງວ່າ:

"ພວກທີ່ຂ້ອຍມາເວົ້ານີ້ ເພາະວ່າ ດິນໂຕນີ້ ຍັງບໍ່ທັນຮັບການທົດແທນ ຍ້ອນຫລັງ ຍ້ອນການຕົກລົງກັນ ຍັງບໍ່ທັນຕົກແຕກ ການຕົກລົງ ຍັງບໍໍ່ທັນເຫັນດີກັນ ບາດນີ້ ພວກເຈົ້າຊິມາມາໃຊ້ອຳນາດ ຂອງພວກເຈົ້າຕັດສິນນີ້ ມັນຖືກບໍ່ຂ້ອຍຖາມ ອັນນີ້ອຳນາດຣັຖເນາະ ໃນຖານະ ເຈົ້າເປັນເຈົ້າໜ້າທີ່ຂອງຣັຖ ເຈົ້າໃຊ້ອຳນາດຂອງພວກເຈົ້າ ເປັນເຈົ້າໜ້າທີ່ຂອງຣັຖ ເຈົ້າໃຊ້ອຳນາດ ຂອງພວກເຈົ້ານີ້ຖືກບໍ່ ຂ້ອຍກະຍັງ ບໍທັນໄດ້ຍິນຍອມ."

ຣັຖບານຈະໃຊ້ທີ່ດິນຕອນດັ່ງກ່າວ ປຸກສ້າງມະຫາວິທຍາໄລ ວິທຍາສາດສຸຂພາບ, ສູນອາຫານ ແລະ ຢາ, ສ້າງໂຮງໝໍຂນາດ 400 ຕຽງ. ແຕ່ຊາວບ້ານອີກທ່ານນຶ່ງ ໃຫ້ເຫດຜົນວ່າຂະເຈົ້າເສັຽທີ່ດິນ 5 ໄລ່ ໃຫ້ໂຄງການ ແຕ່ໄດ້ຄ່າ ຊົດເຊີຍພຽງແຕ່ 1 ລ້ານ 2 ແສນ ຊຶ່ງເປັນຄ່າ ຊົດເຊີຍທີ່ບໍ່ເໝາະສົມ, ດັ່ງຊາວບ້ານ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 18 ມີນາ ວ່າ:

"ກະຖືກຢູ່ ຖືກໂຄງການເພິ່ນຢູ່ ເພິ່ນບໍ່ທັນໄດ້ຊົດເຊີຍອີ່ຫຍັງຢູ່ 5 ໄລ່ ເພິ່ນແບບວ່າດິນ 5 ໄລ່ ໃຫ້ແຕ່ລ້ານສອງ ກະຍັງວ່າບໍ່ເອົາ ຂໍນຳ ໃຊ້ດິນຄືນ ເສັຽພາສີຢູ່ທຸກປີກະຍັງວ່າເພິ່ນຊິວ່າຈັ່ງໃດ ກໍຍັງບໍ່ເຂົ້າໃຈເທື່ອ ຍ້ອນເມັຽຂ້ອຍເສັຽໃຈ ຫລາຍເມັຽຂ້ອຍຈົນຕາຍ ແລ້ວດຽວນີ້ ເມັຽຂ້ອຍຫັ້ນນະ ກະເສັຽໃຈນຳດິນນຳດອນນີ້ແຫລະ."

ຊາວບ້ານທ່ານນີ້ກ່າວອີກວ່າ ປົກກະຕິແລ້ວຄອບຄົວຂອງຕົນ ໄດ້ເຮັດນາຢູ່ທີ່ດິນຕອນດັ່ງກ່າວ ໃນແຕ່ລະປີພໍໄດ້ກຸ້ມກິນ ພາຍໃນຄອບຄົວ ແຕ່ຖ້າເສັຽດິນນາໄປ ກໍບໍ່ຮູ້ວ່າ ຊິໄປເຮັດອາຊິບຫຍັງ. ສາເຫດທີ່ເກີດຂໍ້ຂັດແຍ່ງກັນຍ້ອນວ່າ ຊາວບ້ານຈຳນວນນຶ່ງ ຮຽກຮ້ອງຄ່າຊົດເຊີຍ ທີ່ເປັນທັມ, ດັ່ງຊາວບ້ານອີກຄົນນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ການຊົດເຊີຍຫັ້ນ ໃຫ້ຜົລປູກສິ່ງປຸກສ້າງຫັ້ນ ມັນບໍ່ພໍໃຈຫັ້ນແຫຼະ ວ່າໄປກະບໍ່ສົມບູນບໍ່ຖືກໃຈ ປະຊາຊົນຫັ້ນແຫຼະ ວ່າຊັ້ນໄປໂຄງການ ຂອງຣັຖບານເຮົາເນາະ ການຊົດເຊີຍຂອງຣັຖບານເຮົາກະບໍ່ເຕັມຄັກ ສ່ວນຫຼາຍກະຄືປະຊາຊົນ ກະຢາກໄດ້ຕາມມາຕການຄືເວົ້າຫັ້ນແຫຼະ ແມັດກາເຣ້ ເທົ່ານັ້ນເທົ່ານີ້."

ອີງຕາມຂໍ້ມູນຈາກຊາວບ້ານ, ທີ່ດິນຕອນດັ່ງກ່າວ ເຄີຍເປັນດິນນາລວມສະຫະກອນ ແຕ່ປີ 1979-1980 ແຕ່ຫລັງຈາກສະຫະກອນຍຸບໄປ ແລ້ວ ຊາວບ້ານຈຶ່ງແບ່ງກັນຄຸ້ມຄອງກັນເອງ ໂດຍເຈົ້າໜ້າທີ່ ບໍ່ໄດ້ອອກໃບຕາດິນຂອບຄຳໃຫ້ ຊາວບ້ານ ແຕ່ເຈົ້າໜ້າທີ່ອະນຸຍາດໃຫ້ ຊາວບ້ານໃຊ້ ແລະ ເສັຽພາສີທີ່ດິນທຸກປີ.

ໃນປີ 2010 ຣັຖບານມີແຜນນຳໃຊ້ທີ່ດິນຕອນດັ່ງກ່າວ ເພື່ອສ້າງມະຫາວິທຍາໄລ ວິທຍາສາດສຸຂພາບ, ສູນອາຫານ ແລະ ຢາ, ສ້າງໂຮງໝໍ ຂນາດ 400 ຕຽງ ກວມເອົາເນື້ອທີ່ ທັງໝົດ 50 ເຮັກຕາ. ແລະ ປັດຈຸບັນມີປະມານ 50 ຄອບຄົວ ຖືກທາງການສັ່ງໃຫ້ຍົກຍ້າຍອອກ ແຕ່ ມີປະມານ 20 ຄອບຄົວ ຍັງບໍ່ຍອມຮັບເອົາຄ່າຊົດເຊີຍ ຍ້ອນເຂົາເຫັນວ່າ ຄ່າຊົດເຊີຍທີ່ດິນ, ສິ່ງປຸກສ້າງ ແລະ ຜົລປູກມັນຕໍ່າເກີນໄປ.

ເຖິງຢ່າງໃດກໍຕາມ ທ່ານ ລິນທອງ ເຈົ້າໜ້າທີ່ໂຄງການດັ່ງກ່າວ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ທີ່ດິນຕອນທີ່ຊາວບ້ານຖືຄອງຢູ່ນັ້ນມັນເປັນດິນ ປ່າສງວນແຫ່ງຊາດ ປ່າສງວນດົງໂພສີ ຫລັງຈາກນັ້ນ ຣັຖບານຫັນເປັນດິນປຸກສ້າງ ເພິ່ນມອບ ໃຫ້ກະຊວງສາທານຳໃຊ້ ປຸກສ້າງໂຮງຮຽນ ໂຮງໝໍ ທີ່ທັນສະໄໝ ເພື່ອໃຫ້ນັກສຶກສາໄດ້ຮ່ຳໄດ້ຮຽນ.

ຫລ້າສຸດ ເຈົ້າໜ້າທີ່ບ້ານຊຽງດາ ຜູ້ຂໍສງວນຊື່ແລະສຽງ ໄດ້ກ່າວວ່າ ປັດຈຸບັນ ພາກສ່ວນກ່ຽວຂ້ອງ ພວມຫາລືແຕ່ງຕັ້ງ ຄະນະກັມມະການ ເພື່ອແກ້ໄຂບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.