ບັນຫາຄ່າຊົດເຊີຍທີ່ດິນຕໍ່າ
ຣັຖບານ ລາວ ໃຫ້ ຄ່າຊົດເຊີຍ ທີ່ດິນ ແກ່ ປະຊາຊົນ ຕໍ່າກວ່າ ຣາຄາ ໃນທ້ອງ ຕລາດ ຈຶ່ງ ກາຍເປັນ ບັນຫາ ມາຕລອດ.
-
ສິດນີ
2016-01-29 -
-
-
Your browser doesn’t support HTML5 audio
ຣັຖບານລາວ ໃຫ້ ຄ່າຊົດເຊີຍ ທີ່ດິນ ແກ່ ປະຊາຊົນ ຕໍ່າກວ່າ ຣາຄາ ໃນທ້ອງຕລາດ ຫຼາຍເທົ່າ, ໃນຫຼາຍ ກໍຣະນີ ປະຊາຊົນ ທີ່ໄດ້ຮັບ ຄ່າຊົດເຊີຍ ໄປແລ້ວ ແຕ່ກັບບໍ່ ສາມາດ ຊື້ດິນ ບ່ອນອື່ນໄດ້ ຍ້ອນຣາຄາ ທີ່ດິນ ເກືອບ ໃນທຸກແຫ່ງ ແພງກວ່າ ຄ່າຊົດເຊີຍ ທີ່ ຣັຖບານ ໃຫ້ຫຼາຍເທົ່າ. ດັ່ງ ທ່ານ ອະດີສອນ ເສມແຍ້ມ ນັກຄົ້ນຄວ້າ ກ່ຽວກັບ ບັນຫາ ໃນລາວ ກ່າວຕໍ່ ເອເຊັຽ ເສຣີ ໃນ ມື້ວັນທີ 27 ມົກກະຣາ ນີ້ວ່າ:
"ການຊົດເຊີຍ ທີ່ສົມເຫດ ສົມຜົລ ມັນ ເປັນບັນຫາ ເຣື້ອງ ການລົງທຶນ ມາໂດຍຕຣອດ, ເມື່ອ ປະຊາຊົນ ອອກໄປຈາກ ພື້ນທີ່ ທີ່ ຣັຖ ສຳປະທານ ກໍຈະມີ ຄຳຖາມວ່າ ຈະມີ ການ ຊົດເຊີຍ ໃນລັກສນະ ຣາຄາ ທີ່ດິນ ທີ່ສົມເຫດຜົລ ກັບ ຣາຄາ ຕລາດ ຫລືບໍ ບັນຫາ ທີ່ພົບເຫັນ ຄືວ່າ ຣາຄາດິນ ໃນຕລາດ ກັບເງິນ ທີ່ຣັຖ ໃຫ້ແກ່ຜູ້ ຖືກໂຍກຍ້າຍ ນັ້ນ ບໍ່ສົມເຫດ ສົມຜົລ ກັນ".
ທ່ານກ່າວ ຕື່ມວ່າ ທີ່ ຜ່ານມາ ການໃຫ້ ຄ່າຊົດເຊີຍ ແກ່ຜູ້ທີ່ ຖືກໂຍກຍ້າຍ ໃນລາວ ຫຼາຍໂຄງການ ແມ່ນ ບໍ່ສົມເຫດ ສົມຜົລ ເປັນຕົ້ນ ໂຄງການ ບຶງທາດຫຼວງ ປະຊາຊົນ ຫຼາຍຄອບຄົວ ບໍ່ໄດ້ຮັບ ຄ່າຊົດເຊີຍ ຕາມ ຣາຄາດິນ ໃນ ທ້ອງຕລາດ ແລະ ໂຄງການ ອື່ນໆ ຫຼາຍໂຄງການ ກໍເຊັ່ນກັນ, ດັ່ງໂຄງການ ຣົດໄຟ ລາວ-ຈີນ ແລະ ໂຄງການ ສ້າງເຂື່ອນ ໄຟຟ້າ ຂຸດຄົ້ນ ແຮ່ທາດ ຕ່າງໆ ໃນລາວ.
ທ່ານກ່າວວ່າ ໃນປີ 2014 ປະຊາຊົນ ກວ່າ 100 ຄອບຄົວ ຈາກ ທັງຫມົດ 435 ຄອບຄົວ ທີ່ເສັຽດີນ ໃຫ້ແກ່ ໂຄງການ ເສຖກິດ ສະເພາະ ບຶງທາດຫຼວງ ບໍ່ຍອມ ໄປຮັບ ຄ່າຊົດເຊີຍ ຈາກ ທາງການ ຍ້ອນເຫັນວ່າ ເງິນ ທີ່ທາງການ ໃຫ້ນັ້ນ ຕ່ຳກວ່າ ຄວາມ ເປັນຈິງ 10 ເທົ່າ, ມາຮອດ ປັດຈຸບັນ ກໍຍັງບໍ່ມີ ຮ່ອງຮອຍວ່າ ທາງການລາວ ຈະແກ້ໄຂ ບັນຫາ ນີ້.