ການຂາດເຂີນ ແຮງງານ ຢູ່ ສປປລາວ ເຮັດໃຫ້ ບໍຣິສັດ ຢູ່ລາວ ບໍ່ມີທາງ ເລືອກ ຈຳເປັນ ຕ້ອງໄດ້ ຮັບເອົາ ຄົນງານ ຕ່າງດ້າວ. ກໍາລັງ ແຮງງານ ເປັນ ປັດຈັຍ ສໍາຄັນ ໃນການ ພັທນາ ປະເທສ ຂອງລາວ ໃຫ້ຫລຸດພົ້ນ ຈາກ ຄວາມ ທຸກຍາກ.
ເຖິງແຮງງານ ຈະມີຄວາມ ສໍາຄັນ ຄື ແນວນັ້ນ ແຕ່ຢູ່ ປະເທສ ລາວ ກໍຍັງ ຂາດເຂີນ ແຮງງານ ເປັນຕົ້ນ ແຮງງານ ທີ່ ມີສີມື ຢ່າງ ຫລວງ ຫລາຍ ເຮັດໃຫ້ ບໍຣິສັດ ຕ່າງໆ ທີ່ດໍາເນີນ ທຸຣະກິດ ຕ້ອງໄດ້ ຮັບເອົາ ຄົນງານ ຕ່່າງປະເທສ ເຂົ້າມາເຮັດ ຫລາຍກວ່າ ຈໍານວນ ທີ່ກົດໝາຍ ແຮງງານ ກໍານົດ ເອົາໄວ້ ຄື ຫົວໜ່ວຍ ການຜລິດ ທຸຣະກິດ ຫຼື ບໍຣິສັດ ຕ່າງໆ ມີສິດ ຮັບເອົາ ຜູ້ອອກ ແຮງງານ ຕ່າງປະເທສ ເຂົ້າມາ ເຮັດວຽກ ກັບຕົນໄດ້ ແຕ່ ບໍ່ໃຫ້ເກີນ 10% ຂອງຜູ້ ອອກແຮງງານ ທັງໝົດ ສໍາລັບ ຜູ້ທີ່ ມີວິຊາ ສະເພາະ ທີ່ ອອກແຮງງານ ດ້ານຮ່າງກາຍ ແລະ ບໍ່ໃຫ້ເກີນ 20% ສໍາລັບ ຜູ້ທີ່ ມີວິຊາ ສະເພາະ ທີ່ອອກ ແຮງງານ ດ້ວຍ ມັນສມອງ ໃນຂະນະ ທີ່ ຄົນງານລາວ ລັກລອບ ອອກໄປ ເຮັດວຽກ ຢູ່ ຕ່າງປະເທສ ເປັນຕົ້ນ ປະເທສໄທ ບໍ່ຕໍ່າກວ່າ 3 ແສນຄົນ ຍ້ອນວ່າ ທາງການລາວ ບໍ່ໄດ້ ເອົາໃຈໃສ່ ພັທນາ ແຮງງານ ຕາມ ແຜນ ນະໂຍບາຍ ຂອງພັກ ແລະ ຕາມ ຣະບຽບ ກົດໝາຍ ຂອງຣັຖ ທີ່ວາງໄວ້ ພໍເທົ່າໃດ ເຖິງແມ່ນ ຕ່າງ ປະເທສ ຮວມທັງ ສະຫະຣັຖ ອະເມຣິກາ ໃຫ້ການ ຊ່ວຍເຫລືອ ໃນດ້ານນີ້ ຢູ່ກໍຕາມ.
ການພັທນາ ສີມື ແຮງງານ ຢູ່ລາວ ຍັງເປັນໄປ ແບບຊັກຊ້າ, ຍັງຂາດເຂີນ ແຮງງານ ຢູ່ຫລາຍ ເຖິງແມ່ນ ຄາດໝາຍ ຂອງ ແຜນການ ພັທນາ ເສຖກິດ ສັງຄົມ ສົກປີ 2012 2013 ວ່າຈະຝຶກ ແລະ ພັທນາ ສີມື ແຮງງານ ໃຫ້ແກ່ ການພັທນາ ຕາມໂຄງ ປະກອບ ເສຖກິດ ໃຫ້ໄດ້ 44,300 ຄົນ ຂະນະທີ່ ນັກວິຈັຍ ບັນຫາ ແຮງງານ ລາວ ເວົ້າວ່າ ໃນຄວາມ ເປັນຈິງ ການພັທນາ ສີມື ທີ່ວ່ານັ້ນ ປະຕິບັດ ໄດ້ບໍ່ ພໍເທົ່າໃດ ຍ້ອນ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ສ່ວນໃຫຍ່ ກໍມີແຕ່ ນະໂຍບາຍ, ມີແຕ່ ແຜນການ, ໂຄງການ ຫລື ມີແຕ່ເວົ້າ ຕາມທິສດີ ທີ່ວ່າ ເພື່ອເຮັດໃຫ້ ໂຄງການ ໃດນຶ່ງ ສໍາເຣັດ ຜົລ ຕ້ອງມີທັງ ແຜນງານ, ແຜນເງິນ ແລະ ແຜນຄົນ ໃນຂະນະ ທີ່ ໂຄງການ ພັທນາ ວິຊາຊີບ ນັ້ນ ຍັງບໍ່ມີ ຄວາມພ້ອມ ພໍເທົ່າໃດ, ຂາດທັງ ງົບປະມານ, ຂາດທັງ ບຸຄລາກອນ ທີ່ເປັນ ປັດຈັຍ ສໍາຄັນ ສໍາລັບ ທີ່ຈະ ປະຕິບັດ ໂຄງການ ນັ້ນໃຫ້ເກີດ ຜົລເປັນຈິງ.
ຖ້າເບິ່ງ ຢູ່ໃນ ຣາຽງານ ທິດທາງ ໜ້າທີ່ ຕົ້ນຕໍ ຂອງ ແຜນ ພັທນາ ເສຖກິດ ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 7 (2011-015) ຕໍ່ກອງ ປະຊຸມໃຫຍ່ ຄັ້ງທີ 9 ຂອງ ພັກ ກໍມີແຕ່ ເວົ້າແບບ ລວມວ່າ ໃນການ ປະຕິບັດ ແຜນການ 5 ປີ ຄັ້ງທີ 6 ບັນດາ ສະຖາບັນ ອາຊີວະ ສຶກສາ ແລະ ມະຫາວິທຍາລັຍ ກໍໄດ້ມີ ການ ຂຍາຍຕົວ ເພີ່ມຂຶ້ນ ແລະ ຢູ່ໃນແຜນ ພັທນາ 5 ປີ ຄັ້ງທີ 7 ທີ່ກໍາລັງ ປະຕິບັດ ຢູ່ໃນ ຂະນະນີ້ ກໍເວົ້າແບບ ລວມໆ ຄືກັນ ນັ້ນວ່າ ຈະປັບປຸງ ສະຖາບັນ ອາຊີວະ ສຶກສຶກ ແລະ ຂແນງ ວິຊາຊີບ ໃຫ້ມີ ຄຸນນະພາບ ສູງຂຶ້ນ ເພື່ອສ້າງ ບຸຄລາກອນ ປະເພດ ຕ່າງໆ ເຊັ່ນ: ກັມກອນ ວິຊາຊີບ, ນາຍຊ່າງ, ນັກ ວິຊາການ, ນັກ ວິສວະກອນ, ຜູ້ຄຸ້ມຄອງ ບໍຣິຫານ, ຜູ້ ປະກອບການ, ຜູ້ຈັດການ, ວິຊາຊີບ ດ້ານການ ກະສິກັມ ປ່າມ້ ແລະອື່ນໆ ໃຫ້ ສອດຄ່ອງ ກັບ ຄວາມຕ້ອງ ການ ຕົວຈິງ ຂອງຂົງເຂດ ວຽກງານ ແລະ ໃຫ້ສາມາດ ປະກອບ ອາຊີບໄດ້ ຢ່າງໝັ້ນຄົງ ແລະ ມີຣາຍຮັບ ສູງ ແລະ ຢູ່ໃນ ບົດຣາຍງານ ກ່ຽວກັບ ແຜນ ພັທນາ ເສຖກິດ ສັງຄົມ ສົກປີ 2013 2014 ພາກທີ 1 ກໍ ມີແຕ່ວ່າ ສໍາເຣັດ ການ ປະມູນ ການກໍ່ສ້າງ ສ້ອມແປງ ໂຮງຮຽນ ເຕັກນິກ ວິຊາຊີບ ໃນໂຄງການ ສ້າງຄວາມ ເຂັ້ມແຂງ ໃຫ້ວຽກງານ ອາຊີວະ ສຶກສາ ແລະ ເລີ່ມລົງມື ຢູ່ 3 ແຂວງ ພາກໃຕ້: ສາຣະວັນ, ເຊກອງ ແລະ ອັດຕະປື ແລະ ທັງວ່າ ສາມາດ ຈັດຫາ ວຽກເຮັດ ງານທໍາ ໃຫ້ແຮງງານ ລາວ ທັງ ຢູ່ພາຍໃນ ແລະ ສົ່ງອອກໄປ ຕ່າງປະເທສ ໄດ້ທັງໝົດ 12,123 ຄົນ ແລະໃນ ພາກ ທີ 2 ຂອງ ແຜນພັທນາ ນັ້ນ ກໍເວົ້າ ພຽງແຕ່ວ່າ ເພື່ອ ເປັນການ ພັທນາ ຊັພຍາກອນ ມະນຸດ ໃຫ້ສອດຄ່ອງ ກັບ ຍຸທສາດ ແຫ່ງການ ພັທນາ ແລະ ໂຄງປະກອບ ເສຖກິດ ຂອງ ປະເທສ ກໍຄື ຄວາມ ຮຽກຮ້ອງ ຕ້ອງການ ຂອງການ ເຊື່ອມໂຍງ ໃນກຸ່ມ ອາຊຽນ ແລະ ກັບສາກົນ ນັ້ນ ຈະພັທນາ ສ້າງ ມາຕຖານ ໃໝ່ ສໍາລັບ ໂຄງສ້າງ ຫລັກສູດ ການສຶກສາ ເຕັກນິກ ວິຊາຊີບ ແລະ ການຝຶກ ອົບຮົມ ວິຊາຊີບ ເພື່ອຕອບ ສນອງ ຄວາມ ຕ້ອງການ ຂອງ ຕລາດ ແຮງງານ ໃນຂະນະທີ່ ມີການ ວິພາກວິຈານ ກັນໂດຍ ທົ່ວໄປວ່າ ແຜນ ທັງໝົດ ທີ່ທາງການ ລາວ ສ້າງຂຶ້ນ ນັ້ນ ເປັນພຽງແຕ່ ການແຕ້ມ ແຕ່ງຂຶ້ນມາ ໂຄສະນາ ຊວນເຊື່ອ ໃຫ້ ປະຊາຊົນ ຫລົງໄຫຼ ໄປຕາມ ແຜນ ນະໂຍບາຍ ໃນແຕ່ລະ ຣະຍະ ຂອງ ຜູ້ນໍາ ພັກເທົ່ານັ້ນ.
ຖ້າມັນ ເປັນໄປ ຄືຄໍາເວົ້າ ຂອງ ຜູ້ນໍາພັກ ແທ້ນັ້ນ ສະພາບການ ຂາດແຄນ ແຮງງານ ທີ່ ມີວິຊາ ສະເພາະ ແລະ ມີສີມື ຂອງລາວ ຄົງບໍ່ຕົກ ຢູ່ໃນ ຄວາມ ລໍາບາກ ຄືໃນ ສູ່ມື້ນີ້; ຄວາມ ແຕກໂຕນ ກັນດ້ານ ຣາຍໄດ້ ໃນ ສັງຄົມລາວ, ຣະດັບ ຊີວິດ ການເປັນຢູ່ ຣະຫວ່າງ ກັມກອນ ຜູ້ອອກ ແຮງງານ ກັບຜູ້ໃຊ້ ແຮງງານ ແລະ ຊົນຊັ້ນ ປົກຄອງ ທີ່ຜູກຂາດ ອໍານາດ ຄົງບໍ່ ແຕກໂຕນ ກັນຫລາຍ ຍິ່ງຂຶ້ນ ຄືສູ່ມື້ນີ້ ແມ່ນແຕ່ ທ່ານ ຈູມມະລີ ໄຊຍະສອນ ຜູ້ເປັນ ຫົວໜ້າ ພັກ ກໍຍັງຮັບ ຢູ່ໃນ ກອງປະຊຸມ ໃຫຽ່ ຄັ້ງທີ 9 ວ່າ ຄວາມ ແຕກໂຕນ ກັນມີ ທ່າອ່ຽງ ເພີ່ມຂຶ້ນ:
"ຄວາມ ເເຕກໂຕນ ດ້ານຣາຽໄດ້ ຣະຫວ່າງ ຊັ້ນຄົນ ຕ່າງໆມີ ທ່າອ່ຽງ ເພີ່ມຂຶ້ນ".
ສິ່ງ ດັ່ງກ່າວ ຄົງບໍ່ເກີດ ຂຶ້ນມາໄດ້ ຖ້າຫາກ ປະຕິບັດ ໄດ້ຕາມແຜນ ທີ່ ທາງການ ໂຄສະນາ ປະຊາຊົນ ລາວ ເປັນຕົ້ນ ຊາຍໜຸ່ມ ຍິງສາວ ໃນທົ່ວ ປະເທສ ຕັ້ງແຕ່ ເໜືອ ຕລອດໃຕ້ ຄົງບໍ່ຕົກ ຢູ່ໃນ ສະພາບທີ່ ບໍ່ມີ ວິຊາຊີບ ຕິດຕົວ ແລະ ບໍ່ພາກັນ ສ່ຽງໄປ ເຮັດວຽກ ຫລື ຂາຍ ແຮງງານ ຢູ່ ປະເທສໄທ ແບບ ຜິດກົດໝາຍ ແລະ ຈໍານວນ ບໍ່ໜ້ອຍ ຖືກ ນາຍໜ້າ, ພວກ ຄ້າມະນຸດ ຕົວະຍົວະ ຫຼອກລວງ ໄປຕົກຢູ່ ໃນວົງວຽນ ຂອງ ຄວາມ ທໍຣະມານ ແລະ ກໍມີ ຈໍານວນນຶ່ງ ໄດ້ ຜະເຊີນ ກັບຄວາມ ລໍາບາກ ແລະ ພັຍ ອັນຕະລາຍ ຕ່າງໆນາໆ ທີ່ ເປັນໜ້າ ສົງສານ ດັ່ງທີ່ ເປັນຂ່າວ ມາແລ້ວ.
ໃນຂະນະ ດຽວກັນ ຄົນງານ ຕ່າງປະເທສ ທັງທີ່ ມີສີມື ແລະ ບໍ່ມີສີມື ຍູຖ່າງ ພາກັນ ເຂົ້າມາ ເຮັດວຽກ ຢູ່ລາວ ຈໍານວນ ຫລວງຫລາຍ ເປັນຕົ້ນ ກໍແມ່ນຄົນ ງານ ວຽດນາມ ແລະຈີນ ທີ່ ບໍຣິສັດ ຫລືວ່າ ໂຄງການ ສ້າງສາ ຕ່າງໆ ນໍາເຂົ້າມາ ແລະ ກໍມີຈໍານວນ ບໍ່ໜ້ອຽ ເຂົ້າມາ ຊອກຫາວຽກ ເຮັດງານທໍາ ຢູ່ລາວ ແມ່ນແຕ່ ຢູ່ ນະຄອນຫຼວງ ວຽງຈັນ ເອງ ກໍມີຫລາຍ ພັນຄົນ.
ເວົ້າສະເພາະ ຢູ່ ຈໍາປາສັກ ແຂວງດຽວ ກໍມີ ຣາຍງານ ໃນວັນທີ 17 ມິນາ 2014 ນີ້ວ່າ ປັດຈຸບັນ ມີຄົນງານ ວຽດນາມ ແລະຈີນ ຫລາຍກ່ວາ 30,000 ຄົນ ທີ່ເຮັດວຽກ ແບບບໍ່ຖືກ ຕ້ອງຕາມ ກົດໝາຍ.
ເຈົ້າໜ້າທີ່ ແຂວງ ຈໍາປາສັກ ເປີດເຜີຽ ເມື່ອມໍ່ໆ ມານີ້ວ່າ ມີຄົນງານ ວຽດນາມ ແລະ ຈີນ ຫລາຍກ່ວາ ຄົນງານ ຈາກ ປະເທດ ອື່ນໆ, ແຕ່ ເຈົ້າໜ້າທີ່ ບໍ່ ສາມາດ ຈັບສົ່ງ ຄືນ ປະເທດໄດ້ ຍ້ອນຖືວ່າ ເປັນ ເພື່ອນມິດ ຂອງລາວ ແລະລາວ ກໍຂາດເຂີນ ຄົນງານ. ດັ່ງທ່ານກ່າວ ໃນຕອນ ນຶ່ງວ່າ:
"ເຮົາກໍໄດ້ ມີການ ກວດກາ ຄືນ ແຮງງານ ຕ່າງປະເທດ ມັນເຂົ້າ ມານີ້. ກ່າ ໃຫ້ເຂົ້າໃຈ ນໍາກັນວ່າ ສ່ວນຫລາຍ ກ່າແມ່ນ ເພື່ອນມິດ ເຮົາເອງ ທັງນີ້ ເຮົາກ່າ ເຫັນວ່າ ມັນແມ່ນ ເຣື້ອງທີ່ ພວກເຮົາ ຕ້ອງໄດ້ ຮັບຮູ້ ແລະ ຫາວິທີແກ້ໄຂ ນໍາກັນ ຢ່າງ ສອດຄ່ອງ ເພື່ອເຮັດ ໃຫ້ ພວກເຮົາ ມີແຮງງານ ພຽງພໍ ສະໜອງ ຄວາມ ຕ້ອງການ".
ເມື່ອເປັນ ຄືແນວນັ້ນ ກໍໝາຍ ຄວາມວ່າ ກົດໝາຍ ທີ່ ກໍານົດ ເຖິງການ ຄຸ້ມຄອງ ຄົນງານ ຕ່າງ ປະເທສ ກໍເປັນ ຄືກັນກັບ ກົດໝາຍ ອື່ນໆ ທີ່ຜູ້ນໍາ ພັກ ໃຊ້ ເປັນເຄື່ອງມື ຂອງຕົນ ໃນການ ຄຸ້ມຄອງ ຣັຖ, ການຄຸ້ມຄອງ ສັງຄົມ ນັ້ນ ແມ່ນບໍ່ໄດ້ ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ພໍເທົ່າໃດ, ແມ່ນແຕ່ ທ່ານ ຈູມມະລີ ກໍຮັບວ່າ:
"ການ ຄຸ້ມຄອງ ຣັຖ, ຄຸ້ມຄອງ ສັງຄົມ ມີຫລາຍດ້ານ ບໍ່ທັນ ສັກສິດ ເຂັ້ມງວດ ຕາມທີ່ ຣະບຸໄວ້ ໃນກົດໝາຍ".
ເມື່ອ ກົດໝາຍ ຕ່າງໆ ຮວມທັງ ກົດໝາຍ ວ່າດ້ວຍ ແຮງງານ ບໍ່ສັກສິດ ຄື ແນວນັ້ນ ກໍ ໝາຍຄວາມ ວ່າ ຄົນງານ ຕ່າງປະເທສ ທີ່ ມີທັງລັກ ເຂົ້າມາ ເຮັດ ວຽກ ຢູ່ລາວ ເປັນຕົ້ນ ຄົນງານ ວຽດນາມ ທີ່ ບໍ່ເລືອກ ວຽກ ແລະ ເຮັດວຽກ ແບບເອົາ ຄ່າ ແຮງງານ ຕໍ່າ ກວ່າ ແຮງງານ ລາວ ທົ່ວໄປນັ້ນ ກໍຄົງ ຈະມີຫລາຍ ຂຶ້ນນໍາ ເລື້ອຍໆ ແລະ ໃນວັນທີ 19 ມິນາ ນີ້ ກໍມີ ຂ່າວວ່າ ການປູກ ຢາງພາລາ ແລະ ຕົ້ນວິກ ຢູ່ ແຂວງ ຜົ້ງສາລີ ໃນ ເນື້ອທີ່ 20 ພັນ ເຮັກຕາ ຈີນ ກໍຕ້ອງ ການ ຄົນງານ ຫລາຍເຖິງ 50 ພັນ ຄົນ ໃນຂະນະ ທີ່ ຢູ່ລາວ ບໍ່ມີການ ພັທນາ ແຮງງານ ຢ່າງ ພຽງພໍ ຢູ່ນີ້.
ເວົ້າເຖິງ ການສ້າງ ແລະ ພັທນາ ສີມື ແຮງງານ ລາວ ຫລື ສ້າງ ບຸຄລາກອນ ວິຊາຊີບ ປະເພດ ຕ່າງໆ ສໍາລັບ ຕລາດ ແຮງງານ ຢູ່ ພາຍໃນ ແລະ ຕ່າງ ປະເທສ ເພື່ອ ເຊື່ອມໂຍງ ເຂົ້າກັບ ກຸ່ມ ອາຊຽນ ແລະ ກັບສາກົນ, ທີ່ຜ່ານມາ ແລະ ໃນ ປັດຈຸບັນ ຫຼາຍອົງການ ຈັດຕັ້ງ ສາກົນ ແລະ ປະເທສ ຕ່າງໆ ຮວມທັງ ສະຫະຣັຖ ອະເມຣິກາ ກໍ ພຍາຍາມ ຊ່ວຍເຫລືອ ລາວ ໃນຫຼາຍດ້ານ.
ແລະ ເມື່ອ ວັນທີ 6 ມິນາ 2014 ນີ້ ທ່ານ ແດນນຽວ ເອ ຄລູນ ທູດ ສະຫະຣັຖ ອະເມຣິກາ ປະຈໍາ ລາວ ກໍໄດ້ ພົບປະ ກັບ ຍານາງ ອ່ອນຈັນ ທໍາມະວົງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ແລະ ໄດ້ເວົ້າ ເຖິງຄວາມ ສໍາຄັນ ຂອງ ແຮງງານ ໃນການ ພັທນາ ເສຖກິດ ສັງຄົມ ຂອງລາວ ແລະ ໄດ້ຕົກລົງ ປະຕິບັດ ງານ ຮ່ວມກັນ ເພື່ອຂຍາຍ ການຮ່ວມມື ຣະຫວ່າງ 2 ປະເທສ ໃນ ຂແນງ ແຮງງານ ທີ່ເຫັນວ່າ ສໍາຄັນ ທີ່ສຸດ.
ພ້ອມກັນ ນັ້ນ ຍັງໄດ້ ເວົ້າເຖິງ ຄວາມ ພຍາຍາມ ຂອງ ຣັຖບາລ ລາວໃນການ ພັທນາ ສີມື ແຮງງານ ລາວ ໃຫ້ກ້າວສູ່ ມາຕຖານ ສາກົນ ແລະ ຄວາມ ສໍາຄັນ ຂອງ ແຮງງານ ຕໍ່ການ ພົວພັນ ທາງດ້ານ ການຄ້າ ຣະຫວ່າງ ປະເທສລາວ ແລະ ສະຫະຣັຖ ອະເມຣິກາ ນໍາດ້ວຍ.