ນາຍຄຣູ ຊັ້ນປະຖົມສຶກສາ ຢູ່ ແຂວງຄໍາມ່ວນ ຍັງບໍ່ໄດ້ ຮັບເງິນເດືອນ ແຕ່ເດືອນ 7 ຈົນຮອດ ປັຈຈຸບັນ ກໍໄດ້ 3 ເດືອນແລ້ວ ໂດຍບໍ່ຮູ້ ສາເຫດ ວ່າ ການຈ່າຍເງິນ ເດືອນ ຊ້ານັ້ນແມ່ນ ຍ້ອນ ພາກສ່ວນໃດ, ຕາມຄໍາເວົ້າ ຂອງ ເຈົ້າໜາທີ່ ຜແນກ ສຶກສາ ທິການ ແລະກິລາ ເມືອງ ນາກາຍ ເມື່ອວັນທີ 10 ຕູລາ ນີ້:
“ກໍມີບັນຫາ ຢູ່ເພາະວ່າ ພວກເຮົາ ກໍຍັງບໍ່ທັນໄດ້ ເງິນເດືອນ ເດືອນ 7 ນີ້ມັນ ເດືອນ 10 ນີ້ ມັນເດືອນ 10 ແລ້ວເດ ສົກຮຽນໃໝ່ ຍັງບໍ່ທັນໄດ້ ຮັບເລີຍ ເອິອັນນີ້ ເຮົາ ກໍບໍ່ທັນຮູ້ ຂໍ້ມູນ ຣະອຽດ ນໍາການເງິນ ເພິ່ນ ເພາະວ່າ ການເງິນເພິ່ນ ກໍແລ່ນໆ ຕລອດ ບາງເທື່ອ ເພິ່ນກໍເວົ້າວ່າ ເອກກະສານ ຍັງສົ່ງບໍ່ໝົດ ແລ້ວອັນນາ ຜ່ານມາ ໝົດແລ້ວ ແຕ່ຖ້າວ່າ ຊັກຊ້າທາງໃດ ກໍຍັງບໍ່ຮູ້ ກໍຫຼາຍໆ ເມືອງ ກໍມີບັນຫາ ຄືກັນໝົດ”.
ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ງົບປະມານ ດ້ານ ການສຶກສາ ໂດຍສະເພາະ ຂະແໜງປະຖົມ ຍັງຂາດແຄນ ຫຼາຍ ເນື່ອງຈາກວ່າ ເງິນ ງົບປະມານ ສ່ວນໃຫຍ່ ໃຊ້ໃນການ ກໍ່ສ້າງ ແລະ ສ້ອມແປງ ອາຄານຮຽນ, ຈຶ່ງບໍ່ມີ ເງິນສໍາຮອງ ໄວ້ສໍາລັບ ຈ່າຍເງິນເດຶອນ ໃຫ້ ນາຍຄຣູ ກ່ອນທີ່ຈະ ໄດ້ຮັບ ອະນຸມັດ ຈາກ ຂັ້ນເທິງ:
“ມັນບໍ່ມີສໍາຮອງ ເຮົາກໍບໍ່ເຄີຍເຮັດ ເຄີຍຢຶມ ເປັນເງິນ ສໍາຮອງຄັງ ຂອງແຂວງບໍ ເຮົາກໍເຄີຍຢຶມ ພາກສ່ວນອື່ນໆ ມາໃຊ້ແລ້ວ ແຕ່ວ່າມັນ ຢຶມຕລອດ ເຂົາເຈົ້າ ກໍບໍ່ມີ ສ່ວນຫຼາຍເງິນ ບໍຣິຫານ ຂອງໂຮງຮຽນ ບໍ ເງິນ ອັນນັ້ນ ທີ່ໄດ້ມາ ເຂົາເຈົ້າ ກໍເອົາໄປໃຊ້ ເປັນ ພາກສ່ວນອື່ນ ເປັນສ້ອມແປງ ໂຮງຮຽນບໍ ເປັນໂຕະຕັ່ງບໍ ຈັ່ງຊິ”.
ບັນຫາການຈ່າຍເງິນ ເດືອນ ນາຍຄຣູ ຫລ້າຊ້າ ເປັນບັນຫາ ຊໍາເຮື້ອ ທີ່ເກິດຂຶ້ນ ໃນຫຼາຍແຂວງ ທົ່ວ ສປປລາວ ມາແລ້ວ. ຣາຍງານ ຂ່າວ ຈາກໜັງສືພິມ ຫາງການລາວ ເວົ້າວ່າ ນາຍຄຣູໂຮງຣຽນ ປະຖົມສຶກສາ ຢູ່ເມືອງ ສຸຂຸມາ ແຂວງ ຈໍາປາສັກ ກໍບໍ່ໄດ້ ຮັບເງິນເດືອນ ຕັ້ງແຕ່ ເດືອນ ສິງຫາ ຈົດຮອດ ປັຈຈຸບັນ.
ການຈ່າຍເງິນເດືອນ ນາຍຄຣູ ຫລ້າຊ້ານີ້ ເຮັດໃຫ້ ນາຍຄຣູ ຫຼາຍຄົນຕ້ອງ ໄປເຮັດວຽກ ນອກໂຮງຮຽນ ຕື່ມເພື່ອຫາ ຣາຍໄດ້ ໃຫ້ຄອບຄົວ ບັນຫານີ້ ສົ່ງ ຜົນກະທົບ ຕໍ່ ການພັທນາ ການສຶກສາ ໃນລາວ.