ຊາວບ້ານຟ້ອງຄ່າດິນ ບໍ່ ເໝາະສົມ
2015.12.09

ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງ ເວົ້າວ່າ ໂຮງງານ ຊີມັງ ລ້ານຊ້າງ ລາວ ຕັ້ງຢູ່ບ້ານ ຄຸນເງິນ ເມືອງ ຄູນຄຳ ແຂວງ ຄຳມ່ວນ ທີ່ ຫາກໍເປີດ ການທົດລອງ ເມື່ອ ມໍ່ໆມານີ້ ຍັງມີ ຂໍ້ຂັດແຍ່ງ ກ່ຽວກັບ ທີ່ດິນ ກັບ ຊາວບ້ານ ຢູ່, ຊຶ່ງມີ ຄອບຄົວ ນຶ່ງ ໃນ ຈຳນວນ 13 ຄອບຄົວ ທີ່ຖືກ ໂຍກຍ້າຍ ນັ້ນ ຟ້ອງຮ້ອງ ຢາກໃຫ້ ບໍຣິສັດ ອີໄອຈີ ທີ່ເປັນ ເຈົ້າຂອງ ໂຮງງານ ຊື້ ດິນແທນ ໃຫ້ ຂະເຈົ້າ 2 ເຮັກຕາ ເພາະ ຄ່າຊົດເຊີຍ ທີ່ ບໍຣິສັດ ໃຫ້ນັ້ນ ບໍ່ເປັນທັມ ສຳລັບ ເຂົາເຈົ້າ. ດັ່ງ ທ່ານກ່າວ ໃນຕອນ ນຶ່ງວ່າ:
"ຍັງມີ ຂໍ້ຂັດແຍ່ງ ກັນ ຄອບຄົວ ນຶ່ງ ຟ້ອງຮ້ອງ ກັນ ຢູ່ດຽວນີ້ ບໍຣິສັດ ເພິ່ນວ່າ ຈ່າຍ ຫມົດແລ້ວ ຊື້ດິນ ທົດແທນ ໃຫ້ ກັບເງິນ ຈຳນວນ ນຶ່ງ ຍັງ ຄ່າດິນ ສອງ ເຮັກຕາ ທາງ ບໍຣິສັດ ນີ້ວ່າ ທົດແທນ ເປັນເງິນ ຫມົດແລ້ວ ຊົກໜອງສະ ໜອງປາ ບຸກເບີກ ດິນ ໃຫ້ແລ້ວ ຫັ້ນນະ ກໍຮ້ອນໃຈ ຢູ່ດຽວນີ້ ຫັ້ນນະ".
ທ່ານກ່າວ ຕື່ມວ່າ ປັດຈຸບັນ ບັນຫາ ຂໍ້ຂັດແຍ່ງ ດັ່ງກ່າວ ຍັງຢູ່ໃນ ຂັ້ນສານ ຊຶ່ງທ່ານ ກໍບໍ່ຮູ້ ຣາຍລະອຽດ ຫຼາຍກວ່ານີ້ ວ່າ ທີ່ຜ່ານມາ ບໍຣິສັດ ໃຫ້ ຄ່າຊົດເຊີຍ ຊາວບ້ານ ຫຼາຍປານໃດ ສ່ວນຊາວບ້ານ ຈຳນວນ 12 ຄອບຄົວ ທີ່ ຖືກໂຍກຍ້າຍ ໄປບ້ານ ຈັດສັນ ນັ້ນ ກໍບໍ່ມີ ບັນຫາ ແຕ່ຢ່າງໃດ ແຕ່ ພວກຂະເຈົ້າ ຍັງບໍ່ໄດ້ ຮັບຄວາມ ສະດວກ ເທົ່າທີ່ຄວນ ຍ້ອນ ທາງ ບໍຣິສັດ ຍັງບໍ່ໄດ້ ຕໍ່ ໄຟຟ້າ ໃຫ້ ຂະເຈົ້າ ເລີຍ.
ທ່ານວ່າ ຫລັງຈາກ ບໍຣິສັດ ໄດ້ເລີ້ມ ທົດລອງ ການຜລີດ ຕັ້ງແຕ່ ວັນທີ 3 ເປັນ ຕົ້ນມາ ເຮັດໃຫ້ ປະຊາຊົນ ທ້ອງຖີິ່ນ ກວ່າ 500 ຄົນ ທີ່ ບ້ານຄູນເງີນ ມີ ຄວາມກັງວົນ ເພາະ ຢ້ານວ່າ ໂຮງງານ ດັ່ງກ່າວ ຈະ ສົ່ງຜົລກະທົບ ຕໍ່ ສີ່ງແວດລ້ອມ, ອາກາດ ຫາຍໃຈ ແລະ ແມ່ນ້ຳ ລຳທານ ເນື່ອງຈາກ ວ່າ ໂຮງງານ ນີ້ ຕັ້ງຫ່າງຈາກ ຊຸມຊົນ ພຽງແຕ່ 100 ແມັດ ເທົ່ານັ້ນ. ໂຮງງານ ດັ່ງກ່າວ ແມ່ນເພື່ອ ຜລີດ ຊີມັງ ສຳລັບ ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ.