ໂຮງງານຊີມັງ ຂ.ຄຳມ່ວນ
2015.09.16
ການ ກໍ່ສ້າງ ໂຮງງານ ຊີມັງ ຂນາດ ໃຫຽ່ ບໍຣິສັດ SCG ຂອງໄທ, ຢູ່ ບ້ານ ໂພວາ ເມືອງ ມະຫາໄຊ ແຂວງ ຄຳມ່ວນ, ທີ່ໃຊ້ ຄົນງານ ໄທ ຫຼາຍກວ່າ ຄົນງານລາວ ນັ້ນ, ສ້າງໄດ້ ປະມານ 30-40 ເປີເຊັນ ທີ່ ໄດ້ເລິ່ມສ້າງ ມາຕັ້ງແຕ່ ເດືອນ ມິນາ ປີ ນີ້. ໂຄງການ ນີ້ ເປັນ ໂຄງການ ຮຸ້ນສ່ວນ ຣະຫວ່າງ ບໍຣິສັດ ໄທ ແລະ ລາວ ໃນ ມູນຄ່າ 10 ພັນ ລ້ານ ບາດ, ຊຶ່ງ ແມ່ນຝ່າຍໄທ ເປັນ ຜູ້ຖືຮຸ້ນ ໃຫຍ່. ດັ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ທ່ານນຶ່ງ ກ່າວວ່າ:
"ບໍ່ ອັນນັ້ນ ປານໃດ ມັນ ກະປະມານ 3 40 ເປີເຊັນ ນີ້ແຫລະ ຍັງເຮັດຢູ່ ໂຄງຮ່າງ ໂຄງສ້າງ ຂອງ ໂຮງງານ ຫັ້ນແຫລະ, ມັນສົມຮວມ ດຽວກັນ ກັບໄທ ກັບລາວ ທຶນຈະແມ່ນ ໄທ ຫຼາຍກວ່າ".
ທ່ານເວົ້າ ຕໍ່ໄປວ່າ ການທີ່ ທາງ ໂຄງການ ນຳເອົາ ຄົນງານ ໄທ ເຂົ້າມາ ຫຼາຍນັ້ນ ກໍຍ້ອນວ່າ ເຈົ້າຂອງ ໂຄງການ ຕ້ອງການ ຄົນງານ ມີ ປະສົພການ ແລະ ສີມືສູງ ເພື່ອໃຫ້ ວຽກງານ ການກໍ່ສ້າງ ສໍາເຣັດ ໄດ້ ຕາມແຜນ ທີ່ວາງໄວ້. ທ່ານ ເວົ້າວ່າ ສຳລັບ ເຣຶ່ອງ ຜົລກະທົບ ຈາກ ໂຮງງານ ນັ້ນ, ໃນ ອະນາຄົດ ແມ່ນຍັງ ບໍ່ສາມາດ ປະເມີນໄດ້ ວ່າຈະເກີດ ຂຶ້ນ ຫລືບໍ່, ຈະຕ້ອງ ລໍຖ້າເບິ່ງ ຫຼັງຈາກ ໂຮງງານ ນີ້ ໄດ້ເລິ່ມຜລິດ ຊີມັງກ່ອນ. ຕາມແຜນ ແມ່ນຈະເລິ່ມ ຜລິດໄດ້ ໃນ ອີກ 3 ປີ.
ສຳລັບ ປະຊາຊົນ ທີ່ ມີບ້ານເຮືອນ ຢູ່ໃກ້ກັບ ເຂດ ນັ້ນ, ແມ່ນ ເປັນກັງວົນ ໃນເຣຶ່ອງ ຜົລກະທົບ ດ້ານ ມົລພິດ ທີ່ ອາຈເກີດຂຶ້ນ ເມື່ອ ໂຮງງານ ຊີມັງ ທຳການ ຜລິດ. ກ່ຽວກັບ ເນື້ອທີ່ ຂອງ ໂຄງການ ໂຮງງານ ນັ້ນ ມາຮອດ ປັດຈຸບັນ ກໍຍັງ ບໍ່ທັນມີ ການເປີດເຜີຍ ໃຫ້ ສາທາຣະນະຊົນ ຮູ້ວ່າມີ ເທົ່າໃດ ກັນແທ້ ແລະ ເປັນດິນ ຂອງຣັຖ ທັງໝົດ ຫລືບໍ່, ຮູ້ແຕ່ ພຽງວ່າ ມີຣະຍະ ສັມປະທານ 50 ປີ ແລະ ມີເປົ້າໝາຍ ຜລິດຊີມັງ ໃຫ້ໄດ້ 1 ລ້ານ 8 ແສນ ຕັນ ຕໍ່ປີ.
ແຕ່ ເຖິງຢ່າງໃດ ທາງການ ແຂວງ ຄຳມ່ວນ ກໍເຊື່ອວ່າ ເມື່ອ ໂຮງງານ ນີ້ ເປີດແລ້ວ ຈະມີການ ຈ້າງ ປະຊາຊົນ ທ້ອງຖິ່ນ ເຂົ້າ ເຮັດວຽກ ໃນຫຼາຍ ຕຳແໜ່ງ.