ເສຖກິດອາຊຽນຈະບໍ່ກະທົບ ແຮງງານລາວ

ສົມເນ
2014.05.14
F-workers ຄົນງານຈີນກໍາລັງ ກໍ່ສ້າງຖນົນເຂົ້າຫາເຂດເສຖກິຈພິເສດ ບໍ່ເຕັນແຂວງຫລວງນໍ້າທາ ວັນທີ 11 ເດືອນມິນາ 2011.
AFP

 

ການທີ່ ສປປລາວ ຈະເຂົ້າ ຢູ່ໃນ ສັງຄະນາຍາຕ ປະຊາຄົມ ເສຖກິດ ອາຊຽນ ໃນປີ 2015 ນີ້ ຈະບໍ່ເກີດ ມີການ ແຍ້ງຊິງ ວຽກງານ ຈາກ ຄົນງານ ລາວ ຢູ່ ໃນລາວ ແຕ່ຢ່າງໃດ ຍ້ອນວ່າ ໃນ ສອງ ສາມ ປີ ທໍາອິດ ຄົນລາວ ສ່ວນຫລາຍ ຍັງໄປ ເຮັດວຽກ ຢູ່ ໃນໄທ ຄືເກົ່າ ບ່ອນທີ່ ຄ່າຈ້າງ ແຮງງານ ສູງ ກວ່າ. ຕາມ ທັສນະ ຂອງ ຫົວໜ້າ ບໍຣິສັດ ສິນໄຊ ບໍຣິການ ຈັດຫາ ງານ ໄດ້ຕອບ ຄໍາຖາມ ຂອງ ວິທະຍຸ ເອເຊັຽ ເສຣີ ເມື່ອ ວັນທີ 12 ພຶສພາ ນີ້:

"ຂ້າພະເຈົ້າ ຄິດວ່າ ຢູ່ບ້ານ ເຮົານີ້ ແມ້ແຕ່ ລາວເອງ ກ່າຍັງ ໜີໄປ ເຮັດວຽກ ຢູ່ບ່ອນອື່ນ ຢູ່ແລ້ວ ແລະ ເຮົາບໍ່ຄິດ ດອກວ່າ ປະເທດ ອື່ນ ສີ່ມາຍາດ ວຽກເຮັດ ງານທໍາ ນໍາເຮົາ ຫັ້ນນະ ມັນເປັນ ໄປໄດ້ຍາກ ສົມມຸດວ່າ ຢູ່ເມືອງໄທ ເຂົາຈ້າງກັນ ມື້ນຶ່ງ 300 ບາທ, ຢູ່ລາວ ເຮົາ ຈ້າງກັນ ມື້ນຶ່ງ 30,000 ກີບ ແມ່ນໃຜ ຊີ່ມາຍາດ ວຽກນໍາເຮົາ ນໍ ອັນນີ້ ເປັນບັນຫາ ນຶ່ງ. ບັນຫາ ສອງ ອຸດສາຫະກັມ ໃຫ່ຽໆ ພວກເຮົາ ກ່າ ບໍ່ທັນມີ ຄືກັບ ຕ່າງ ປະເທດ ທີ່ວ່າ ເຂົາຕ້ອງຈ້າງ ແຮງງານ ສູງໆ".

ໃນລະຍະ ທີ່ ລາວ ຕຽມໂຕ ເຂົ້າຢູ່ໃນ ປະຊາຄົມ ເສຖກິດ ອາຊຽນ ໃນ ປີ 2015 ນີ້ ຊາວລາວ ຫລາຍຄົນ ຫລິງເຫັນ ວ່າ ການ ຫລັ່ງໄຫລ ຂອງ ຄົນງານ ໃນທຸກ ຮູບແບບ ເຂົ້າມາ ໃນ ລາວ ແລະ ປະເທດ ອື່ນໆ ຈະມີ ເພີ້ມຂຶ້ນ. ພ້ອມດຽວ ກັນ ກໍຄາດວ່າ ຄົນລາວ ຈໍານວນ ຫລວງຫລາຍ ຈະມີ ເງື່ອນໄຂ ອອກໄປ ເຮັດວຽກ ຢູ່ປະເທດ ສະມາຊິກ ອາຊຽນ ງ່າຍຂຶ້ນ, ແລະ ຄົນ ຕ່າງດ້າວ ຈາກ ປະເທດ ສະມາຊິກ ອາຊຽນ ກໍຈະ ເຂົ້າມາ ຊອກຫາ ໂອກາດ ໃນລາວ ຫລາຍຂຶ້ນ ເຊັ່ນກັນ.

ບັນຫາ ມີຢູ່ວ່າ ລາວ ຈະຕ້ອງ ປັບປຸງ ຣະດັບ ຄວາມສາມາດ ຂອງ ສີມື ແຮງງານ ຂອງຕົນ ໃຫ້ ສູງຂນາດ ໃດ. ຕໍ່ບັນຫາ ວ່າ ລາວ ຄວນ ປັບປຸງ ຄົນງານ ລາວ ໃຫ້ມີການ ຕຽມພ້ອມ ແນວໃດ ເພື່ອ ຈະສາມາດ ແຂ່ງຂັນ ກັບ ຕລາດ ແຮງງານ ອາຊຽນ ທ່ານ ກໍໃຫ້ ທັສນະ ວ່າ:

"ຄັນເວົ້າ ເຣື້ອງ ປັບປຸງນີ້ ເພິ່ນ ກໍມີຫລາຍ ເປົ້າໝາຍ ຢູ່ດອກ ແຕ່ມັນ ຕ້ອງຂຶ້ນ ຢູ່ວ່າ ນັກລົງທຶນ ຕ້ອງເຂົ້າ ມາລົງທຶນ ໃນລາວ ຫລາຍຂຶ້ນ. ດຽວນີ້ ເຮົາກໍ ພຍາຍາມ ດຶງຄ່າຈ້າງ ເຮົາລົງຕໍ່າ ທີ່ສຸດ ເພື່ອດຶງດູດ ການ ລົງທຶນ ເຂົ້າມາ.

ດັ່ງທີ່ທ່ານ ໄດ້ກ່າວ ໄປແລ້ວ ນີ້ວ່າ ບ່ອນໃດ ທີ່ ຄ່າຈ້າງ ແຮງງານ ຕໍ່າ ນັກລົງທຶນ ກໍຢາກ ເຂົ້າໄປ ລົງທຶນ, ແຕ່ໃນ ທັສນະ ຂອງ ຄົນງານ ແລ້ວ ບ່ອນໃດ ທີ່ໃຫ້ ຄ່າຈ້າງ ສູງ ຄົນງານ ກໍຈະໄປ ຂາຍ ແຮງງານ ຢູ່ບ່ອນນັ້ນ ອັນເປັນ ຕົ້ນເຫດ ເຮັດໃຫ້ ລາວ ຂາດເຂີນ ແຮງງານ ຢູ່ພາຍໃນ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.