ບັນຫາແຮງງານຖ່ວງດຶງເສຖກິດ ລາວ
2015.03.12
ປັດຈຸບັນ ເສຖກິດ ຂອງ ລາວ ອາຈ ຂຍາຍຕົວ ຢູ່ ປະມານ 7 ສ່ວນຮ້ອຍ ທຸກໆປີ; ແຕ່ການ ຂາດ ຄົນງານ ທັງ ທາງດ້ານ ປະຣິມານ ແລະ ຄຸນນະພາບ ຈະສົ່ງ ຜົນ ກະທົບ ຕໍ່ການ ຂຍາຍ ຕົວ ດັ່ງກ່າວໃນ ອະນາຄົດ. ທະນາຄານ ໂລກ ຣາຍ ງານ ເມື່ອ ວັນທີ່ 12 ເດືອນ ມິນາ ນີ້ ອີກວ່າ ເສຖກິດ ຂອງລາວ ບໍ່ຄວນ ອາໄສ ແຕ່ ຊັພຍາກອນ ທັມມະຊາດ ເພື່ອ ສ້າງ ວຽກງານ ແຕ່ຄວນ ອີງໃສ່ ທຸຣະກິດ ຢ່າງ ອື່ນ ນຳ, ເຊັ່ນ ຄວນ ສົ່ງເສີມ ໃຫ້ ມີການ ລົງທຶນ ຈາກ ພາຍໃນ ແລະ ຕ່າງ ປະເທດ ຫລາຍ ຂຶ້ນ.
ນັກ ທຸຣະກິດ ເອກກະຊົນ ສາມາດ ລົງທຶນ ຊ່ວຍ ພັທນາ ກະສິກັມ ການ ບໍຣິການ ແລະ ອຸດສາຫະກັມ ຢ່າງມີ ປະສິດທິຜົນ ຊຶ່ງລ້ວນ ແລ້ວ ແຕ່ເປັນ ຂແນງການ ທີ່ ຈະ ສາມາດ ສ້າງ ວຽກງານ ໃຫ້ ຊາວໜຸ່ມ ລາວ ໄດ້ຢ່າງ ຫຼວງຫຼາຍ. ອີກ ບັນຫາ ໃຫຍ່ ທີ່ ຣັຖບານ ຄວນ ຊຸກຍູ້ ສົ່ງເສີມ ໃຫ້ ເຍົາວະຊົນ ລາວ ໄດ້ ຮຽນ ໜັງສື ຊອກຫາ ວິຊາຊີພ ແລະ ສິ່ງ ທີ່ສຳຄັນ ໃຫ້ ຊອກຫາ ວຽກງານ ເຮັດຢູ່ ໃນ ປະເທດ ບໍ່ຕ້ອງ ອອກໄປ ປະເທດ ເພື່ອນ ບ້ານ.
ນາງ Sally Burningham ຜູ້ອຳນວຍ ການ ທະນາຄານ ໂລກ ປະຈຳ ສປປລາວ ກ່າວວ່າ ເສຖກິດ ຂອງ ລາວ ຂຍາຍຕົວ ໄວ ຢູ່ຍ້ອນ ອາໄສ ການ ຂຸດຄົ້ນ ບໍ່ແຮ່ ແລະ ສ້າງ ເຂື່ອນ ໄຟຟ້າ; ແຕ່ ກິຈການ ເຫລົ່ານີ້ ບໍ່ສ້າງ ວຽກງານ ໃຫ້ ແກ່ ຄົນລາວ ຫລາຍ ປານໃດ. ຖ້າ ຢາກ ຫລຸດຜ່ອນ ຄວາມ ທຸກຍາກ ລົງ ໃຫ້ໄດ້ ແທ້ ນັ້ນ ຣັຖບານ ຕ້ອງ ເອົາໃຈ ໃສ່ ພັທນາ ກະສິກັມ ອຸດສາຫະກັມ ແລະ ການ ບໍຣິການ ນຳອີກ.
ອີກ ບັນຫາ ນຶ່ງ ຣັຖບານ ຕ້ອງ ແກ້ໄຂ ບັນຫາ ການ ຂາດເຂີນ ຄົນງານ. ຜ່ານມາ ບໍຣິສັດ ເອກກະຊົນ ໃນລາວ ຈົ່ມວ່າ ພວກເຂົາ ຂາດເຂີນ ຄົນງານ ຢ່າງໜັກ ສ່ວນທີ່ມີ ກໍບໍ່ມີ ຄວາມ ສາມາດ ແລະ ຄວາມ ຊຳນິ ຊຳນານ.