ຄົນງານຕ່າງດ້າວ ເມີນ​ເສີຽ ຈົດ​ທະ​ບຽນ: ຈຳ​ປາ​ສັກ

ໄຊຍາ
2018.03.19
f-illegal workers ການດຳລົງຊີວິດ ຂອງຊາວ ເມືອງຈຳປາສັກ
RFA/PN

ຄົນງານຕ່າງດ້າວ ຈຳນວນນຶ່ງ ທັງຄົນງານໄທ, ອິນເດັຽ, ວຽດນາມ  ແລະ ຈີນ ທີ່ເຂົ້າມາເຮັດວຽກ ໃນແຂວງຈຳປາສັກ ຍັງບໍ່ມາຂຶ້ນ ທະບຽນ ແລະ ຂໍບັດອະນຸຍາດ ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ ຂອງລາວ, ດັ່ງ ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງ ຈຳປາສັກ ກ່າວກຽ່ວກັບ ເຣື່ອງນີ້ ກັບວິທຍຸ ເອເຊັຽ ເສຣີ ໃນວັນທີ 19 ມີນາ ນີ້ວ່າ:

"ກຸ່ມແຮງງານ ບໍ່ຂຶ້ນນີ້ ຫຼາຍເດືອນຄືກັນ ບໍ່ຂື້ນນີ້ ມີບໍຣິສັດ ນຶ່ງເຫັນຢູ່ ບໍຣິສັດທີ່ວ່າ ຊີເອັສຊີ ເພີ່ນເຂົ້າມາເຮັດວຽກຢູ່ ຊີເອສຊີ ມັນເປັນ ບໍຣິສັດ ໃຫຍ່ຂອງ ແຂວງຊໍ້າໃດຫະ ອັນນັ້ນແຮງຄົນໄທຫຼາຍ ແຕ່ວ່າ ກໍ່ບໍ່ເຫັນເພິ່ນມາຂຶ້ນນທະບຽນນຳເຮົາ ບໍຣິສັດ ອື່ນກໍມີຢູ່ ຫາກບໍ່ ຫຼາຍຄົນ ແຕ່ ຈຳນວນຫຼາຍແມ່ນຢູ່ ບໍຣິສັດ ກໍຫລາຍ."

ໜັງສືພິມຣາຍວັນ ລາວພັດທະນາ ຣາຍງານວ່າ ຜ່ານການລົົງກວດກາໂຕຈິງ, ເຈົ້າໜ້າທີ່ ສາມາດຮິບ​ໂຮມສະຖິຕິ ຄົນຕ່າງ​ດ້າວ ທີ່ມາເຮັດວຽກ ຢູ່ແຂວງ ຈຳປາສັກ ມີທັງໝົດ 3,000 ຄົນ ມີເອກສານຖືກຕ້ອງ ຕາມລະບຽບ 1,200 ຄົນ ສ່ວນທີ່ເຫຼືອ 1,800 ຄົນ ເຂົ້າມາ ເຮັດວຽກ ບໍ່ຖືກຕ້ອງ ຕາມກົດໝາຍ ເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ກ່າວວ່າ ຖ້າຄົນງານຕ່າງດ້າວ ຜິດກົດໝາຍ ມາຈົດທະບຽນ ຈະໄດ້ຮັບ ບັດຊົ່ວຄາວ:

"ຕົວທີ່ຂະເຈົ້າ ຊິລົງນີ້ ແມ່ນກຽ່ວກັບ ຕົວຊົ່ວຄາວເນາະ ສະເພາະ ທີ່ວ່າຜູ້ໃດ ທີ່ຍັງບໍ່ຖືກຕ້ອງ ລະແມ່ນ ເຮົາຊິໄດ້ອອກບັດ ໃຫ້ ຊົ່ວຄາວ ແລ້ວ ໄປແລ່ນ ເອກສານຖືກຕ້ອງ ກໍຄື ມີບັດແຮງງານ ຖ້າຫາກວ່າ ເພີ່ນທາງເມືອງ ຄື ຕົວຢ່າງທາງເມືອງ ຈັນທະບູລີ ກວດເຫັນເບາະ, ຂະເຈົ້າ ຈະມີການແນະນໍາ ແລ້ວ ກໍອອກບັດໃຫ້ຊົ່ວຄາວ ເພື່ອວ່າ ໃຫ້ຜູ້ກຽ່ວນັ້ນ ໄປແລ່ນເອກສານ ໃຫ້ມາຄົບຖ້ວນ ຍົກຕົວຢ່າງວ່າ ເຈົ້າມີ ບໍຣິສັດ ເຮັດວຽກແລ້ວ ກໍໃຫ້ ບໍຣິສັດ ໄປແລ່ນຂໍໂຄຕ້າ."

ກະຊວງແຮງງານ ແລະ ສວັດດີການສັງຄົມ ຣາຍງານວ່າ ໃນປີ 2017 ມີຄົນງານຕ່າງປະເທດ ເຂົ້າມາເຮັດວຽກ ຢູ່ໃນລາວທັງໝົດ 50,000 ປາຍຄົນ. ຫາກຄົນງານຕ່າງປະເທດ ບໍ່ຂຶ້ນທະບຽນແຮງງານ ຕາມກຳນົດ ໃນໄລຍະ 3 ເດືອນ ຈະຖືກໃໝ 1 ລ້ານກີບ ຕໍ່ຄົນ ແລ້ວຈະ ໄດ້ຮັບ ໃບອະນຸຍາດ ເຮັດວຽກຊົ່ວຄາວ ຫຼື ສົ່ງກັບປະເທດ.

ສ່ວນຜູ້ລັກເຂົ້າມາໃໝ່ ຈະຖືກໃໝ ຢ້ອນຫລັງ 2 ເດືອນ, ເດືອນລະ 3 ແສນກີບ ເປັນທັງໝົດ 6 ແສນກີບ ຕໍ່ຄົນ. ຜູ່ທີ່ມີບັດ ເຮັດວຽກ ຊົ່ວຄາວແລ້ວ ແຕ່ໝົດອາຍຸ ຈະຕ້ອງຈ່າຍຄ່າປັບໃໝ 3 ແສນກີບ. ຖ້າໝົດອາຍຸບໍ່ເກີນ 15 ມື້ ຈ່າຍ 15,000 ກີບ ຕໍ່ຄົນ .

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.