ຄົນງານລາວຢູ່ໄທຕ້ອງມີ ໜັງສື ຖືກຕ້ອງ
2017.12.27

ຄົນງານລາວໃນໄທ ທີ່ບໍ່ມີຫນັງສື ເຮັດວຽກແຕ່ມີຫນັງສືເດີນທາງ ຫລື Passport ນັ້ນຈະຕ້ອງກັບຄືນປະເທດ ເພື່ອຈົດທະບຽນແຮງງານ ໃຫ້ຖືກຕ້ອງ ຊຶ່ງຕ້ອງໃຊ້ເວລາປະມານ 90 ມື້ແລະໃນຣະຫວ່າງດໍາເນີນການຢູ່ນັ້ນ ຈະບໍ່ສາມາດກັບມາເຮັດວຽກ ໃນໄທໄດ້, ຖ້າບໍ່ດັ່ງນັ້ນ ຈະຖືກປັບໃຫມ ໂດຍບໍ່ມີຂໍ້ຍົກເວັ້ນໃດໆ. ຕາມຄໍາເວົ້າຂອງທ່ານ ສຸຊິນ ພິ່ງປະເສິດ ປະທານບໍຣິສັດ ນໍາເຂົ້າແຮງງານຕໍ່ RFA ໃນມື້ວັນທີ 27 ທັນວາ ນີ້:
“ທ່ານວ່າຕາມທີ່ກົດໝາຍກໍານົດ ມັນບໍ່ທັນແລ້ວ ບໍ່ໝາຍເຖິງວ່າມັນກໍານົດຫານອະນຸໂລມ ເຖິງວັນທີ 31 ທັນວາ ນີ້ເພາະສະນັ້ນກຸ່ມທີ່ຍັງ ບໍ່ໄດ້ຈັບຄູ່ ກຸ່ມນີ້ບໍ່ສາມາດ ຢູ່ປະເທດໄທໄດ້ ຫຼືກກຸ່ມທີ່ເປັນຄົນລາວ ຫຼືກັມພູຊາ ທີ່ມີ passport ທ່ອງທ່ຽວເຂົ້າມາກໍບໍ່ ສາມາດເຮັດວຽກ ໄດ້ຕ້ອງກັບຄືນຢ່າງດຽວ.”
ທ່ານວ່າ ສໍາລັບຜູ້ທີ່ຈະຕ້ອງກັບຄືນປະເທດ ຂອງເຂົາເຈົ້າ ພາຍໃນວັນທີ່ 31 ທັນວານີ້ ມີຢູ່ 3 ກຸ່ມ ຄື:
-ກຸ່ມທີ່ບໍ່ມີຫນັງສືຫຍັງເລີຍ,
-ກຸ່ມທີ່ບໍ່ໄດ້ຂື້ນໃບຈັບຄູ່ ຫຼືຂື້ນທະບຽນກັບນາຍຈ້າງ ໂດຍມີນາຍຈ້າງເຊັນຮັບຮອງ.
-ແລະກຸ່ມທີ່ມີແຕ່ໜັງສື ເດີນທາງ ເຂົ້າມາແບບນັກທ່ອງທ່ຽວ ແຕ່ລັກເຮັດວຽກ.
ຫາກຄົນງານລາວທັງ 3 ກຸ່ມນີ້ຍັງບໍ່ກັບ, ທັງຄົນລາວແລະນາຍຈ້າງ ຈະຖືກດໍາເນີນຄະດີ ຕາມກົດຫມາຍແຮງງານ ສະບັບໃໝ່ຂອງໄທ ຄື; ປັບໃຫມ 4 ແສນ ຫາ 8 ແສນບາດ. ສ່ວນໃນຂັ້ນຕອນ ການດໍາເນີນການ ຂອງຄົນງານທັງ 3 ກຸ່ມທີ່ຈະຕ້ອງກັບ ປະເທດນັ້ນ ທ່ານ ສຸຊິນ ວ່າຕ້ອງໃຊ້ເວລາ 90 ມື້ ໃນການດໍາເນີນການ ຍ້ອນມີຫລາຍຂັ້ນຕອນ ຄື: ຄົນງານຕ້ອງ ໄປຂື້ນທະບຽນ ເປັນແຮງງານທີ່ ກົມຈັດຫາງານ ໃນແຂວງຂອງຕົນເສັຍກ່ອນ ຈາກນັ້ນກໍໄປຂຶ້ນທະບຽນ MOU ເພື່ອວ່າຜູ້ໃດບໍ່ມີນາຍຈ້າງ ທາງກົມຈະເປັນຜູ້ຫາໃຫ້ ສໍາລັບຜູ້ທີ່ມີນາຍຈ້າງ ຢູ່ໄທ ແລ້ວນັ້ນຕ້ອງເອົາໜັງສືຮັບຮອງ ຈາກນາຍຈ້າງ ແຈ້ງຕໍ່ເຈົ້າໜ້າທີ່ລາວ ເພື່ອດໍາເນີນການຕາມຂັ້ນຕອນ.
ກ່ຽວກັບເຣື້ອງນີ້ທາງ RFA ໄດ້ຕິດຕໍ່ ໄປຍັງກະຊວງແຮງງານຂອງລາວ ແຕ່ເຈົ້າໜ້າທີ່ ບໍ່ສດວກໃຫ້ຄໍາເຫັນ.