ຄົນງານລາວລັກເຮັດວຽກ ຢູ່ໄທ ຖືກຈັບ ປັບໃໝ ຖືກສົ່ງກັບ
2019.10.07
ທາງການໄທ ຈັບ ຄົນງານລາວໄດ້ປະມານ 160 ປາຍຄົນ ໃນເຂດນະຄອນຫຼວງບາງກອກ ຍ້ອນບໍ່ມີໃບອະນຸຍາດ ເຮັດວຽກຢ່າງຖືກຕ້ອງ ແລະ ວ່າມາຍາດແຍ່ງວຽກເຮັດງານທຳ ຂອງຄົນໄທ, ໂດຍເປີດຮ້ານຂາຍເຄື່ອງ ແລະຮ້ານອາຫານ ຂ້າງທາງ, ເຊິ່ງເປັນ ອາຊີພສງວນ ໃຫ້ແກ່ຄົນໄທ ເທົ່ານັ້ນ, ຕາມຄວາມເວົ້າຂອງເຈົ້າໜ້າທີ່ ສຳນັກງານ ຈັດຫາງານ ໃນນະຄອນຫຼວງບາງກອກ, ປະເທສໄທ ທີ່ໄດ້ກ່າວຕໍ່ ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ຕຸລາ ນີ້ວ່າ:
“ຖ້າເປັນຄົນຕ່າງດ້າວເຮັດວຽກ ຕ້ອງມີໃບອະນຸຍາດ ພໍມີໃບອະນຸຍາດ ກໍເຮັດວຽກໄດ້ເທົ່າທີ່ໃຫ້ເຮັດ ເຂົາກໍເຮັດໄປນອກເໜືອ ຈາກສິດອີກ ກໍຜິດກໍປັບ ເສັຽຄ່າປັບໃໝ ແລ້ວກໍສົ່ງກັບ. ບົດກຳນົດໂທສ ເຂົາກຳນົດໄວ້ດ້ວຍ.”
ໃນຂນະທີ່ເຈົ້າໜ້າທີ່ ກົມແຮງງານ, ກະຊວງແຮງງານຂອງໄທ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ຜູ້ອອກແຮງງານລາວ ທັງໝົດ ກຳລັງຢູ່ໃນຣະຫວ່າງການ ສືບສວນສອບສວນ ຂອງເຈົ້າໜ້າທີ່ ສຳນັກງານກວດຄົນເຂົ້າເມືອງ ທີ່ບາງກອກ, ໂດຍຜູ້ອອກແຮງງານ ລາວ ທັງໝົດ ຈະຖືກດຳເນີນຄະດີ ຕາມກົດໝາຍແຮງງານ, ເຊິ່ງມີບົດລົງໂທສ ປັບໃໝ ແຕ່ 5,000 ບາທ ຫາ 50,000 ບາທ ແລະ ຈະ ຖືກພິຈາຣະນາ ສົ່ງກັບຄືນ ປະເທສທັງໝົດ.
“ເຮົາຈະສົ່ງຕໍ່ໃຫ້ ຕມ, ແລ້ວ ຕມ ກໍດຳເນີນການສົ່ງກັບປະເທສ. ບໍ່ໄດ້ໆ ຕ້ອງສົ່ງກັບ ມັນເປັນກົດໝາຍ ການຈັດການ ການເຮັດວຽກ ຄົນຕ່າງດ້າວ ຈັ່ງໃດກໍຕ້ອງສົ່ງກັບ.”
ອີງຕາມຣາຍງານສຳນັກງານບໍຣິຫານ ຜູ້ອອກແຮງງານຕ່າງດ້າວ, ກະຊວງແຮງງານຂອງໄທ ຣາຍງານປະຈຳເດືອນ ສິງຫາ 2019 ນີ້, ໄດ້ ຣະບຸວ່າ ຜູ້ອອກແຮງງານລາວ ເດີນທາງຂ້າມໄປເຮັດວຽກ ຢູ່ປະເທສໄທ ຢ່າງໜ້ອຍ 2 ແສນຄົນ. ໃນຈຳນວນນີ້ ແຍກອອກ ເປັນຜູ້ອອກ ແຮງງານ ທີ່ເຂົ້າມາເຮັດວຽກແບບ Work permit ຈຳນວນປະມານ 170,000 ປາຍຄົນ, ຕາມບົດບັນທຶກ ຂໍ້ຕົກລົງ ຣະຫວ່າງ ຣັຖບານໄທ ຮ່ວມກັບຣັຖບານລາວ ໂດຍກົງ ແລະ ຜູ້ອອກແຮງງານລາວ ທີ່ຖືບັດອະນຸຍາດ ເຮັດວຽກຊົ່ວຄາວ ໄລຍະ 3 ເດືອນ ຫາ 6 ເດືອນ ຈຳນວນ 57,000 ປາຍຄົນ.