ມີການຫລັກຂຸດຄໍາຢູ່ ຂ.ຊຽງຂວາງ
2013.10.31
ເຈົ້າໜ້າທີ່ຂັ້ນສູງຫ້ອງການແຂວງຊຽງຂວາງ ຜູ້ຂໍສງວນຊື່ທ່ານນຶ່ງ ເປີດເຜີຍຕໍ່ເອເຊັຍເສຣີວ່າເມື່ອມໍ່ໆມານີ້ ການລັກຂຸດຄົ້ນແຮ່ຄໍາຍັງມີຢູ່ ຢ່າງ ກວ້າງຂວາງຢູ່ໃນເຂດ ເມືອງພູກູດ ແລະເມືອງແປກ ເຖິງແມ່ນວ່າທາງການແຂວງ ຈະໄດ້ອອກ ປະກາດຫ້າມ ແລະຈັບຜູ້ກະທໍາຜິດ ໂດຍບໍ່ມີ ຂໍ້ຍົກເວັ້ນກໍຕາມ. ແຕ່ຊໍ້າບໍ່ໜໍາ ການກະທໍາດັ່ງກ່າວ ຍັງຂຍາຍໄປພື້ນທີ່ອື່ນໆຫລາຍຂຶ້ນນໍາເລື້ອຍໆ ຮວມທັງມີການຮ່ວມມືກັນ ຣະຫວ່າງກຸ່ມທີ່ ມີອິດທິພົນໃນລາວ ແລະ ຈາກວຽດນາມນໍາດ້ວຍ. ເຈົ້າໜ້າທີ່ກ່າວໃນເວລາສໍາຫຣວດກວດກາ ພະນັກງານວ່າ:
"ຍັງມີພະນັກງານ ຈໍານວນນຶ່ງ ທີ່ຍັງບໍ່ທັນກໍາແໜ້ນ ແນວທາງປ່ຽນແປງ ໃໝ່ຂອງພັກຢ່າງເລິກເຊິ່ງ ຊຶ່ງຍັງຂາດສະຕິຕໍ່ການຈັດຕັ້ງບໍ່ມີຄວາມ ບໍຣິສຸດ ສັດຊື່ຕໍ່ໜ້າວຽກງານ ການປະຕິບັດຣະບຽບກົດໝາຍ ຂອງບ້ານເມືອງຍັງບໍ່ໄດ້ດີ ຍັງມີພຍາດອາຍາສິດ ໃນການປະຕິບັດໜ້າທີ່ວຽກ ງານ ແລະຫາຜົລປໂຍຊນ໌ໃສ່ຕົວເອງ".
ເຂດທີ່ມີການລັກຂຸດຄົ້ນແຮ່ຄໍາຫລາຍທີ່ສຸດໃນເວລານີ້ ແມ່ນເຂດພູຍອງ, ພູແຮ້ ແລະ ພູທານ ຊຶ່ງມີບ້ານໂຈ໊ຍ ບ້ານໝີ່ ບ້ານປວງ ແລະບ້ານ ຄັງໂຮງ ເປັນສູນຮວມຊື້-ຂາຍ ແຮ່ຄໍານັ້ນ. ບໍ່ພຽງເທົ່ານັ້ນ ຍັງເປັນສູນຈໍາໜ່າຍ ສານເຄມີ ແລະ ຜລິຕພັນຕ່າງໆທີ່ຈໍາເປັນສໍາລັບໃຊ້ເຂົ້າໃນ ການຂຸດຄົ້ນແຮ່ຄໍາ ນັ້ນນໍາດ້ວຍ.
ຣາຍງານວ່າມີຄົນລາວ ແລະຊາວວຽດນາມເສັຍຊີວິດຍ້ອນດິນຖະຫຼົ່ມ ໄປແລ້ວ 30 ກວ່າຄົນ ນັບຕັ້ງແຕ່ເດືອນ ສິງຫາ ຂອງປີນີ້ມາ ແຕ່ບໍ່ມີ ການແຈ້ງໃຫ້ເຈົ້າໜ້າທີ່ລາວຊາບແຕ່ຢ່າງໃດ ເພາະເປັນການເສັຍຊີວິດ ຍ້ອນການກະທໍາທີ່ຜິດ ກົດໝາຽ. ດັ່ງນັ້ນຈຶ່ງບໍ່ສາມາດ ຮຽກຮ້ອງເອົາ ຄ່າເສັຽຫາຽ ຈາກຝ່າຍໃດໄດ້.