ຊັພຍາກອນມະນຸດ ໃນລາວ
2013.01.29

ຄົນລາວ ທີ່ແຂວງ ໄຊຍະບູຣີ ທ່ານນື່ງ ເວົ້າວ່າ ຣັຖບານ ຄວນພັທນາ ຊັພຍາກອນ ມະນຸດ ຫລາຍກວ່າ ຂແນງອື່ນໆ ເນື່ອງຈາກວ່າ ໃນເວລານີ້ ສປປລາວ ຍັງຂາດແຄນ ຄົນທີ່ມີ ຄວາມສາມາດ ບັນຈຸເຂົ້າ ຮັບໜ້າທີ່ ວຽກງານ ໃນຂແນງ ຕ່າງໆ ຢ່າງຫລວງຫລາຍ ຈື່ງເຮັດໃຫ້ ຄົນລາວມີ ຂອບເຂດຈຳກັດ ໃນປະກອບ ອາຊີພ ທັ້ງໆທີ່ ພົລເມືອງລາວ ກໍມີບໍ່ຫລາຍ ເທົ່າໃດ ຖ້າທຽບໃສ່ ປະເທດອື່ນ. ການພັທນາ ເສຖກິດ ແລະສັງຄົມ ໃຫ້ດີຂື້ນ ຕ້ອງປະກອບດ້ວຍ ຊັພຍາກອນ ມະນຸດ ທີ່ມີ ຄວາມສາມາດ. ດັ່ງທ່ານກ່າວ ໃນຕອນນື່ງວ່າ:
"ຄັນຊີ່ເວົ້າໄປ ກໍເຣື້ອງ ການສຶກສາ ກໍມີການ ພັທນາ ໄປຕຣອດ ຊັພຍາກອນ ມະນຸດ ກໍເຮັດໃຫ້ ປະຊາຊົນ ມີຄວາມຮູ້ ສູງຂື້ນ ທີ່ເຫັນຢູ່ ກໍແມ່ນການ ສຶກສາເພີ່ມ ມີການ ພັທນາຢູ່ ກໍມີໂຮງຮຽນ ຫລາຍບ່ອນ".
ທ່ານນັ້ນ ກ່າວຕໍ່ໄປວ່າ ທຸກມື້ນີ້ ເດັກນ້ອຍທັງຍິງ ແລະຊາຍ ຊາວເຜົ່າໃນລາວ ຍັງບໍ່ໄດ້ຮັບ ການສຶກສາ ພຽງພໍ ການສ້າງໂຮງຮຽນ ອຸປກອນ ການຮຽນ ຄຣູສຳລັບ ສິດສອນນັກຮຽນ ກໍຍັງມີ ບັນຫາ ຍ້ອນຂາດ ງົບປະມານ ແຕ່ຖ້າທຽບໃສ່ ສມັຍກ່ອນ ຖືວ່າການ ສຶກສາ ໃນປັດຈຸບັນ ມີການພັທນາ ຫລາຍຂື້ນ. ນອກຈາກ ການພັທນາ ຊັພຍາກອນ ມະນຸດ ແລ້ວ ການພັທນາ ຂແນງອື່ນໆ ກໍຄວນຄວບຄູ່ ກັນໄປ. ທ່ານກ່າວເພີ້ມ ອີກວ່າ:
"ແຕ່ວ່າ ເຣື້ອງເສຖກິດ ນີ້ກໍຍັງບໍ່ຮູ້ ຫລື ເຣື້ອງສີ່ງແວດລ້ອມ ກໍບໍ່ຮູ້ວ່າ ຂະເຈົ້າພັທນາບໍ ຫລື ວ່າຢ່າງໃດ".
ທ່ານກ່າວ ມ້ວນທ້າຍວ່າ ສປປລາວ ເປັນປະເທດນ້ອຍ ທີ່ກຳລັງຢູ່ໃນ ຣະຍະ ການປັບປຸງ ພັທນາ ຮອບດ້ານ ໃນຊ່ວງທີ່ມີ ການເປີດກວ້າງ ທາງດ້ານເສຖກິດ. ດັ່ງນັ້ນ ການພັທນາ ຊັພຍາກອນ ມະນຸດ ຈື່ງເປັນສີ່ງທີ່ ສຳຄັນທີ່ສຸດ.