ເຫດວິກິດການເງິນ ໃນລາວ

ອຸ່ນແກ້ວ ສຸກສວັນ
2014.02.21
F-kip ທະນາບັດ ເງິນກີບ ສປປລາວ
LPDR

 

ໃນວັນທີ 17 ກຸມພາ ທີ່ຜ່ານມາຄັງເງິນແຫ່ງຊາດກະຊວງການເງິນໄດ້ອອກແຈ້ງການເຖິງບັນດາບໍຣິສັດ,ວິສາຫະກິຈແລະຫ້າງຮ້ານທີ່ຣັຖ -ບານຄ້າງຈ່າຍໜີ້ເພື່ອຂໍໂຈະການຈ່າຍໜີ້ສິນໄວ້ກ່ອນ ເນື່ອງຈາກວ່າຄັງເງິນແຫ່ງຊາດມີບໍ່ມີເງິນພຽງພໍ.

ບັນດາສື່ສັງຄົມອອນລາຍໂດຍສະເພາະເຟັສບຸກທີ່ໂພສແຈ້ງການຂອງຄັງເງິນແຫ່ງຊາດສະບັບເລກທີ 2208 ລົງວັນທີ 17 ກຸມພາທີ່ຜ່ານ ກ່ຽວກັບການໂຈະການຈ່າຍໜີ້ໄວ້ກ່ອນ ແຕ່ບໍ່ໄດ້ບອກວ່າຈະຈ່າຍໜີ້ໄດ້ຍາມໃດ.

ນັກຂ່າວເອເຊັຍເສຣີໄດ້ສອບຖາມໄປຍັງເຈົ້າຂອງຫ້າງຮ້ານທີ່ຂາຍເຄື່ອງໃຫ້ຫ້ອງການແລະເຂົາເຈົ້າຢືນຢັນວ່າຣັຖບານຄ້າງຈ່າຍເປັນເວລາ ຫລາຍເດືອນຈົນເຮັດໃຫ້ເກີດ ບັນຫາໃນທຸລະກິຈຂອງຕົນເພາະວ່າເງິນໝຸນບໍ່ທັນ.ເຈົ້າຂອງຮ້ານທ່ານນຶ່ງກ່າວວ່າ:

"ເພາະເຂົາເອົາເງິນສົດໄປຊື້ເດ໋ບໍ່ມີເງິນໝຸນນະເພາະວ່າເຄື່ອງໃຊ້ຕ່າງໆບໍ່ແມ່ນຣາຄາຖືກໆ ບໍ່ແມ່ນມີແຕ່ເຄື່ອງດຽວ ມັນເປັນຮ້ອຍສອງ ຮ້ອຍເຄື່ອງຂະເຈົ້າກະ ບໍ່ມີເງິນໝຸນ ເພາະເງິນບໍ່ໄດ້ໂອນໃຫ້ເຂົາບໍ່ມີເງິນໂອນ ແນວວ່າເຄື່ອງໄອທີຕ່າງໆກໍບໍ່ໃຫ້ລະແນວວ່າໂຕເອງຕິດ ໜີ້ເຂົາບໍ່ໄປຊຳລະໜີ້ເກົ່າ ມັນບໍ່ແມ່ນໜ້ອຍໆໃດ ບໍ່ແມ່ນ 5-6 ຕື້ ພູ້ນຫວະ".

ນັກຂ່າວເອເຊັຍເສຣີໄດ້ຕິດຕໍ່ສອບຖາມໄປຍັງຜູ້ທີ່ເຮັດວຽກກັບອົງການຈັດຕັ້ງຂອງຣັຖຈຶ່ງໄດ້ຮັບການຢືນຢັນວ່າປັດຈຸບັນໜ່ວຍງານຂອງ ຣັຖໄດ້ຄ້າງຈ່າຍໜີ້ໃຫ້ແກ່ບັນດາບໍລິສັດແຫ້ງຮ້ານເປັນຈໍານວນຫລວງຫລາຍ.

ສາເຫດທີ່ເຮັດໃຫ້ເກີດວິກິດການເງິນກໍຄືມີການພັທນາໂຄງຮ່າງພື້ນຖານຫລາຍເກີນໄປໃນຂະນະທີ່ທຶນຮອນມີຈຳກັດຊຶ່ງເປັນການສ້າງໜີ້ ສິນເພີ່ມຂຶ້ນຈົນເຮັດໃຫ້ໜີ້ສິນພາຍໃນສູງເຖິງ 12,000 ຕື້ກີບ. ຄືດັ່ງທ່ານພູເພັດ ຄຳພູນວົງ ຣັຖມົນຕຼີວ່າການກະຊວງການເງີນໄດ້ເວົ້າ ຢູ່ໃນກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດຊຸດທີ 7 ທີ່ຜ່ານມາວ່າ:

"ສະພາບໜີ້ສິນພາຍໃນຂອງຣັຖບານໄດ້ຖືກສ້າງຂຶ້ນເປັນເວລາຫລາຍປີ ຕໍ່ເນື່ອງຍ້ອນບັນດາຂະແໜງການຢູ່ທ້ອງຖິ່ນໄດ້ບຸກບືນສູ້ຊົນ ພັທນາແນໃສ່ບັນລຸເປົ້າໝາຍຂອງການແກ້ໄຂຄວາມທຸກຍາກ ແລະເປົ້າໝາຍຂອງສະຫັດສວັດແຫ່ງການພັທນາໄດ້ຈັດຕັ້ງປະຕິບັດກໍ່ ສ້າງພື້ນຖານໂຄງຮ່າງຢ່າງຫລວງຫລາຍເປັນຕົ້ນການສ້າງຖະໜົນຫົນທາງສາຍສົ່ງໄຟຟ້າຣະບົບຊົລປະທານແຕ່ຄວາມສາມາດທາງ ດ້ານທຶນຮອນຂອງພວກເຮົາມີຂອບເຂດຈຳກັດຈຶ່ງເກີດມີໜີ້ສະສົມເພີ່ມຂຶ້ນຢ່າງຕໍ່ເນື່ອງຕົວເລກທີ່ສລຸບເບື້ອງຕົ້ນແຕ່ປີ 2011 ຄືນຫລັງ ນີ້ແມ່ນຢູ່ໃນຣະດັບ 12,000 ຕື້ກີບປະມານ".

ອົງການຈັດຕັ້ງຂອງຣັຖໃຊ້ເງິນງົບປະມານບໍ່ເປັນໄປຕາມຣະບຽບການເງິນການຄັງແລະມີການສໍ້ຣາສບັງຫລວງຢູ່ໃນໂຄງການຕ່າງໆ ອີງຕາມການເປີດເຜີຍຂອງທ່ານທອງສິງ ທັມມະວົງ ຢູ່ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນວາລະດຽວກັນ.

ມີການເອົາເງິນງົບປະມານລວມ ທີ່ເປັນເງິນພາສີອາກອນຂອງປະຊາຊົນໄປໄປຊື້ຣົດ ແລະຄ່ານໍ້າມັນໃຫ້ແກ່ ພະນັກງານປູ້ນຳຂັ້ນສູງ. ມີການເອົາເງິນງົບປະມານລວມ ທີ່ເປັນເງິນພາສີອາກອນ ຂອງປະຊາຊົນ ໄປຈ່າຍຄ່ານໍ້າ ຄ່າໄຟຟ້າ ແລະຄ່າໂທຣະສັບຂອງບັນດາ ຣັຖມົນຕຼີ.ເງິນຊື້ຣົດ,ເງິນຊື້ນໍ້າມັນ,ເງິນຄ່າໄຟຟ້າ,ນໍ້າປະປາແລະຄ່າໂທຣະສັບທັງໝົດແມ່ນໃຊ້ຈ່າຍຈາກງົບປະມານ ລວມທີ່ໄດ້ຈາກ ເງິນພາສີອາກອນຂອງປະຊາຊົນ. ແລ້ວຄໍາຖາມກໍຄືຈະໃຊ້ງົບປະມານລວມເພື່ອມາຈ່າຍຖົມຂຸມສິ່ງຟູມເຟືອຍເຫລົ່ານີ້ ອີກຫລາຍປານ ໃດຈຶ່ງຈະພຽງພໍ?ນອກຈາກນີ້ ຍັງມີການເອົາເງິນງົບປະມານລວມ ທີ່ເປັນເງິນພາສີອາກອນຂອງປະຊາຊົນ ໄປຈ່າຍຄ່າປຸກສ້າງເຄຫາ ສະຖານໃຫ້ແກ່ບັນດາພະນັກງານຜູ້ນໍາຂັ້ນສູງ ທັງຜູ້ທີ່ໄດ້ອອກບໍານານໄປແລ້ວ ແລະທັງຜູ້ທີ່ຍັງດໍາຣົງຕໍາແໜ່ງຢູ່ໃນປັດຈຸບັນ.

ອີງຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກສະບັບເລກທີ 55 ຄຈສພ ລົງວັນທີ 12 ເດືອນ 3 ປີ 2012, ໄດ້ຮູ້ວ່າເງິນທີ່ຈ່າຍ ໃຫ້ຄ່າປຸກສ້າງເຄຫາສະຖານ ໃຫ້ແກ່ບັນດາພະນັກງານຂັ້ນສູງແມ່ນ 26 ຕື້ກີບປະມານ 33 ລ້ານໂດລາສະຫະຣັຖ.

ເພື່ອແກ້ໄຂບັນຫາດັ່ງກ່າວ ຫ້ອງການຣັຖບານໄດ້ອອກແຈ້ງການສະບັບເລກທີ 1230 ລົງວັນທີ 16 ສິງຫາ 2013 ກ່ຽວກັບການແກ້ໄຂ ໜີ້ສິນດ້ວຍການອອກພັນທະບັດ ເພື່ອຊໍາຣະໜີ້,ແຕ່ກໍບໍ່ສາມາດແກ້ໄຂວິກິດການໄດ້ ຈົນເຮັດໃຫ້ພະນັກງານຣັຖກອນບໍ່ໄດ້ຮັບເງິນເດືອນ. ພະນັກງານຄຣູຢູ່ຕ່າງແຂວງຍັງບໍ່ທັນໄດ້ຮັບເງິນເດືອນ 3 ເດືອນ ແລະບັນດາພະນັກງານຣັຖກອນ ຢູ່ນະຄອນຫລວງວຽງຈັນກໍຍັງບໍ່ທັນ ໄດ້ຮັບເງິນເດືອນໄດ້ 1 ເດືອນເປັນຕົ້ນມາ ຊຶ່ງຖືວ່າເປັນເຫດວິກິດການທາງດ້ານການເງິນທີ່ຮ້າຍແຮງທີ່ສຸດຂອງລາວ.

ແນ່ນອນວ່າຜູ້ທີ່ໄດ້ຮັບຜົນກະທົບຢ່າງເຕັມທີ່ຈາກວິກິດການທາງດ້ານການເງິນ ກໍຄືພະນັກງານຣັຖກອນຜູ້ນ້ອຍແລະປະຊາຊົນໃນຂະນະ ທີ່ຜູ້ທີ່ເປັນຕົ້ນເຫດ ເຮັດໃຫ້ເກີດວິກິດການທາງດ້ານການເງິນແທບຈະບໍ່ໄດ້ຮັບຜົນກະທົບເລີຍ,ແລ້ວມັນຍຸຕິທັມຫລືບໍ່? ແລະເປັນຫຍັງ ຜົນກະທົບຈຶ່ງຕົກໃສ່ຣັຖກອນຜູ້ນ້ອຍ ແລະປະຊາຊົນທັງໆທີ່ເຂົາເຈົ້າບໍ່ໄດ້ເປັນຕົ້ນເຫດຂອງວິກິດທາງດ້ານການເງິນໃນຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.