ຊາວບ້ານຈໍາໃຈຮັບ ໂຄງການ ພັທນາສີທັນດອນ
2021.02.24

ຊາວບ້ານໃນເມືອງໂຂງ ແຂວງຈໍາປາສັກ ບໍ່ເຫັນດີ ກັບໂຄງການພັທນາ ສີທັນດອນ ຂອງບໍຣິສັດຈີນ, ແຕ່ຕ້ອງຈໍາໃຈຍອມຮັບ ແລະ ປັບໂຕໃຫ້ເຂົ້າກັບ ສະພາບການປ່ຽນແປງ ທີ່ຈະເກີດຂຶ້ນ ໃນອະນາຄົດ, ຂນະທີ່ປັດຈຸບັນ ຊາວບ້ານໃນຂອບເຂດ ຕາດຄອນພະເພງ ຖືກຈໍາກັດສິດ ໃນການປຸກສ້າງ ແລະຕໍ່ເຕີມເຮືອນໄປແລ້ວ, ດັ່ງຊາວບ້ານ ໃນເມືອງໂຂງຜູ້ນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 24 ກຸມພາ ນີ້ວ່າ:
“ບໍ່ຍອມ ກະຄືຮູ້ແຫຼະ ຄັນບໍ່ຍອມ ກະຈັກຊິເຮັດຈັ່ງໃດ, ພາກຣັຖເພິ່ນກະລົງແລ້ວ ລົມຍັງເຮົາຕໍ່ຕ້ານບໍ່ໄດ້ເດ້, ແຕ່ດຽວນີ້ເຮົາຊິສ້າງ ຫຍັງເພິ່ນກະບໍ່ໃຫ້ເຮັດໃດ໋, ຄືຊິຢາກປຸກເຮືອນ ເປັນດິນເຮົາຢູ່, ແຕ່ເພິ່ນບໍ່ໃຫ້ສ້າງ ເພາະວ່າຄືຢູ່ແຖວຄອນພະເພງ ນີ້ແມ່ນບໍ່ມີ ໃບຕາດິນຂອບທອງ ມີແຕ່ໃບຕາດິນນໍາໃຊ້.”
ຊາວບ້ານຜູ້ນີ້ ເວົ້າຕື່ມວ່າ ເຂົ້າໃຈວ່າຊາວບ້ານ ບໍ່ມີໃບຕາດິນຖາວອນ, ແຕ່ໄລຍະຜ່ານມາ ກໍໄດ້ເສັຍພາສີທີ່ດິນ ໃຫ້ຣັຖທຸກປີ, ຖ້າວ່າ ຊາວບ້ານຈະປຸກສ້າງເຮືອນ, ສ້າງເຮືອນພັກ ຫຼືເຂົ້າມາດໍາເນີນ ທຸຣະກິຈໃນພື້ນທີ່ ຕ້ອງໄດ້ຜ່ານການເຫັນດີ ຈາກທາງການເມືອງ ແລະແຂວງກ່ອນ ຈຶ່ງຈະປຸກສ້າງໄດ້.
ຊາວບ້ານເມືອງໂຂງຜູ້ນຶ່ງ ທີ່ອາສັຍຢູ່ໃກ້ກັບ ໂຄງການພັທນາສີທັນດອນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າດຽວນີ້ ບໍຣິສັດ ຈີນ ໄດ້ເຂົ້າມາສ້າງກໍາແພງສູງ ຫຼາຍແມັດ ອ້ອມສນາມກ໊ອບ ເກົ່າທີ່ຢູ່ແຄມນໍ້າຂອງ ຢູ່ພາຍໃນນັ້ນປະກອບມີ ເຮືອນພັກ, ອາຄານ, ສໍານັກງານ ແລະ ກາຊີໂນຂນາດນ້ອຍ, ສ່ວນເຣື່ອງທີ່ດິນ ຊາວບ້ານຜູ້ນີ້ເວົ້າວ່າ ຍັງບໍ່ຮູ້ ຣາຍລະອຽດເທື່ອ ວ່າດິນຕອນໃດ ທີ່ບໍຣິສັດ ຈີນ ຈະເອົາໄປພັທນາ, ເພາະທາງການລາວ ກໍບໍ່ໄດ້ລົງມາບອກ ໃຫ້ຊາວບ້ານໃນພື້ນທີ່ ຮັບຮູ້ແນວໃດ:
“ຈີນເຂົາມາເຮັດ ເຂົາກະມາເຮັດຢູ່ໃນເດີ່ນກ໊ອບ ເຮັດເຮືອນຫຼາຍຫຼັງ, ເຮັດກໍາແພງຫຍັງໝົດແລ້ວເດ້ ປູທາງເຂົ້າ, ເຮັດປ້າຍເຂົ້າ, ມີແຕ່ເຂົາເອົາແຕ່ເດີ່ນກ໊ອບ ຄົນເຂົາມາຕື່ມ, ຄົນເຂົ້າມາທ່ຽວ, ຄົນເຂົ້າມາຫຼີ້ນກາຊີໂນ ຄົນບ້ານເຂົາ, ດິນປະຊາຊົນຍັງຢູ່ ເຂົາເອົາແຕ່ ບ່ອນບໍ່ມີໃຜ ຈັ່ງວ່າ ຕໍ່ໄປເຂົາຊິເອົາໝົດ.”
ຊາວບ້ານເມືອງໂຂງອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ສູນເສັຍດິນນາ ກ່າວຕໍ່ວິທຍຸເອເຊັຽ ໃນມື້ດຽວກັນນີ້ວ່າ ຕົນເອງຮັບຮູ້ຂ່າວ ພຽງແຕ່ວ່າ ດິນນາ 6 ເຮັກຕ່າຣ ຈະຖືກໂຄງການພັທນາ ສີທັນດອນ, ແຕ່ປັດຈຸບັນຍັງບໍ່ຮູ້ ຣາຍລະອຽດວ່າ ບໍຣິສັດຈີນ ແລະ ທາງການລາວຈະຊົດເຊີຍມື້ໃດ ແລະຊົດເຊີຍແນວໃດ, ແຕ່ຖ້າຊາວບ້ານ ໄດ້ຮັບເງິນຕໍ່າກວ່າ 50 ລ້ານກີບ ຕໍ່ເຮັກຕ່າຣ ຖືວ່າ ເປັນຣາຄາທີ່ຕໍ່າຫຼາຍ ແລະ ບໍ່ຍຸຕິທັມ ກັບຊາວບ້ານ:
“ແຖວຄອນພະເພັງຫັ່ນນ່າ ຄືວ່າຊິລົງມືປີນີ້ເບາະ ຫຼືຈັ່ງໃດ ກະຊິຮູ້ຫັ້ນທີ່ນາ ມັນຖືກຫັ້ນນ່າ ນາ 6 ເຮັກຕ່າຣ, ກະໄດ້ຍິນວ່າຊິໃຫ້ຢູ່ (ເງິນຊົດເຊີຍ) ຈັກຊິໜ້ອຍຊິຫຼາຍປານໃດ ບໍ່ທັນໄດ້ຢູ່, ຄັນເປັນຂອງພັກຂອງຣັຖ ເຮົາຄືຊິບໍ່ໄດ້ຫຼາຍ ຄືວ່າຫັ້ນແຫຼ້ວ ເຮົາບໍ່ມີສິດ ເວົ້າເດ້ເນາະ.”
ໃນເບື້ອງຕົ້ນ ມີປະຊາຊົນ 8 ບ້ານ ຈໍານວນ 140 ຄອບຄົວຈະໄດ້ຮັບຜົລກະທົບ ສູນເສັຍທີ່ດິນໃຫ້ໂຄງການນີ້, ແຕ່ມາຮອດດຽວນີ້ ກໍຍັງບໍ່ມີຄວາມຄືບໜ້າ ໃນເຣື່ອງການຊົດເຊີຍ ຫຼືແນວທາງແກ້ໄຂບັນຫາ ຢ່າງຈະແຈ້ງເທື່ອ.
ເຈົ້າໜ້າທີ່ທ້ອງຖິ່ນ ໃນເມືອງໂຂງ ແຂວງຈໍາປາສັກ ທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ຮູ້ຣາຍລະອຽດ ໃນ ເຣື່ອງຂອງຜົລກະທົບ ໂຄງການພັທນາ ສີທັນດອນ, ແຕ່ເບື້ອງຕົ້ນ ທີ່ບໍຣິສັດຈີນ ເຂົ້າມາສ້າງເສັ້ນທາງ ແລະ ເຮືອນພັກໃນສນາມ ກ໊ອບເກົ່າ ກໍບໍ່ໄດ້ມີຜົລກະທົບ ຫຍັງເກີດຂຶ້ນ, ສ່ວນເຣື່ອງການເຂົ້າມາລົງທຶນ ຂອງບໍຣິສັດຈີນນັ້ນ ກໍເຫັນດີໃຫ້ ພັທນາ, ດັ່ງທ່ານ ກ່າວວ່າ:
“ຊິບໍ່ກະທົບດອກ ມັນກະເບິ່ງຕາມໂຕຈິງມັນແຫຼ້ວ ຄັນວ່າເພິ່ນ ເຂົ້າມາລົງທຶນດີໆເນາະ, ເຮົາກະຢູ່ຈຸດນີ້ ກະທັມມະດາຫັ້ນແຫຼ້ວ ບ້ານເກີດເມືອງນອນເຮົາຢູ່ນີ້ ເຮົາກະເຮັດຫັ້ນແຫຼ້ວ ວ່າຊັ້ນສ່າ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກແຜນການ ແລະການລົງທຶນ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໂຄງການພັທນາສີທັນດອນ ຖືເປັນໂຄງການລົງທຶນ ຂນາດໃຫຍ່ ທີ່ໄດ້ຮັບການອະນຸມັດ ຈາກຣັຖບານ ໂດຍຕຣົງ:
“ເປັນການອະນຸມັດ ຈາກຣັຖບານເນາະ ຄືຣັຖບານເພິ່ນອະນຸມັດ ເຊັນກັບຈີນແລ້ວຫັ້ັ້ນນ່າ ມັນກະຢູ່ໃນຊ້ວງປະຕິບັດສັນຍາຂອງ ເຂົາຢູ່. ປັດຈຸບັນ ບໍຣິສັດເຂົາ ກະດໍາເນີນການພັທນາ ໂຄງການ ຕົວຢ່າງ: ເຮັດຫົນທາງ, ນໍ້າປະປາເນາະ ແລ້ວວາງຜັງເມືອງໄວ້ ຕັ້ງໂຮງແຮມບໍ, ໂຮງຮຽນບໍ.”
ໂຄງການພັທນາສີທັນດອນ ໄລຍະທີ 1 ແມ່ນໄດ້ເລີ່ມລົງມືກໍ່ສ້າງ ແຕ່ປີ 2018 ຫາ 2025 ໃຫ້ສໍາເຣັດ, ມາຮອດປະຈຸບັນຄວາມຄືບ ໜ້າໂຄງການ ແມ່ນໄດ້ສຳເຣັດ ການປັບປຸງເຮືອນ ວິນລາ ຢູ່ລິສອດຄອນພະເພັງ ຈຳນວນ 21 ຫຼັງ, ສູນບໍຣິການ ການຂາຍ 1 ຫຼັງ, ສຳເຣັດການກໍ່ສ້າງ ໂຮງແຮມຫຼັງໃໝ່, ອາຄານ, ເຮືອນພັກ 2 ຫຼັງ, ມີຫ້ອງພັກ 68 ຫ້ອງ, ເຮືອນວິນລາ ແບບສ່ວນໂຕ 6 ຫຼັງ, ຫ້ອງສະປາ 6 ຫ້ອງ, ຕຶກຫ້ອງການບໍຣິຫານ ໂຮງແຮມ 1 ຫຼັງ, ສຳເຣັດການກໍ່ສ້າງ ເສັ້ນທາງເບຕົງ ທີ່ມີໄລຍະທາງ 43 ກິໂລແມັດ.
ນອກຈາກນີ້, ໂຄງການ ຍັງຈະໄດ້ສືບຕໍ່ພັທນາ ຫຼາຍໜ້າວຽກຕື່ມອີກ ເຊັ່ນ: ກໍ່ສ້າງເສັ້ນ ທາງມາຕຖານ, ເຂດທີ່ຢູ່ອາສັຍ, ນ້ຳປະປາ, ສນາມບິນ, ໂຮງໝໍຊຸມຊົນຂນາດ 100 ຕຽງ, ສນາມກ໊ອບ, ກໍ່ສ້າງຕາຝັ່ງເຈື່ອນ ແລະ ອື່ນໆໃຫ້ສຳເຣັດ ແລະ ຄາດວ່າຈະໃຊ້ທຶນຢູ່ ປະມານ 600 ລ້ານໂດລາ ສະຫະຣັຖ ຫຼື ປະມານ 5,5 ພັນຕື້ກີບ.
ສໍາລັບໂຄງການພັທນາສີທັນດອນ ຖືເປັນໂຄງການຂນາດໃຫຍ່ ທີ່ມີເງິນລົງທຶນເຖິງ 9 ຕື້ໂດລາ ສະຫະຣັຖ ແລະໄດ້ຮັບສັມປະທານ ທີ່ດິນ ທັງເກາະດອນຕ່າງໆ ຈາກຣັຖບານລາວ ທັງໝົດ 9,654 ເຮັກຕ່າຣ ເປັນໄລຍະ ເວລາ 50 ປີ.