ເງິນເດືອນພະນັກງານຣັດ ຈະບໍ່ຂຶ້ນ

ອະວາຣີ
2014.04.24
f-market ຕລາດ ແຂວງຫລວງພຣະບາງ
Photo by: Marce

 

ເມື່ອປີກາຍ ຄະນະ ຣັຖມົນຕຣີ ສປປລາວ ໄດ້ຕົກລົງ ຈະຂຶ້ນ ເງິນເດືອນ ໃຫ້ ພະນັກງານ ຣັດ ຈາກ 6,700 ກີບ ຕໍ່ນຶ່ງ ດັຊນີ ຂື້ນເປັນ 9,300 ກີບ ຕໍ່ນຶ່ງ ດັຊນີ ໃນສົກ ງົບປະມານ ປີໜ້າ. ແຕ່ ຄະນະ ຣັຖມົນຕຣີ ລາວ ໄດ້ປະຊຸມ ຮ່ວມກັບ ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ເຈົ້າ ແຂວງ ທຸກໆແຂວງ ເມື່ອຕົ້ນ ອາທິດ ນີ້ ແລະ ໄດ້ຕົກ ລົງກັນວ່າ ຈະໂຈະ ການຂື້ນ ເງິນເດືອນ ໃຫ້ແກ່ ພະນັກງານ ໃນປີໜ້າ ເພາະ ຣັຖບານ ຂາດເຂີນ ງົບປະມານ ຢ່າງໜັກ.

ໜັງສືພິມ ວຽງຈັນ ທາມສ໌ ຣາຍງານ ວ່າ ຣັຖບານ ຈະສເນີ ຂໍ້ຕົກລົງ ດັ່ງກ່າວ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃນເດືອນ ມິຖຸນາ ຈະມາເຖິງ ນີ້. ແຕ່ໃນ ປັຈຈຸບັນ ພະນັກງານ ຂອງຣັດ ໃນຫລາຍ ພາກສ່ວນ ຈົ່ມວ່າ ປີນີ້ ເງິນເດືອນ ກໍໄດ້ຊ້າ ແລະ ບໍ່ໄດ້ຮັບ ເງິນເດືອນ ມາຫລາຍ ເດືອນ ແລ້ວ.

ເມື່ອເດືອນ ຕຸລາ ປີກາຍ ຣັຖບານ ລາວ ກໍຕັດ ເງິນອຸດໜຸນ ພະນັກງານ 760,000 ກີບ ຊຶ່ງໄດ້ສົ່ງ ຜົນກະທົບ ຕໍ່ ຊີວິດ ການເປັນຢູ່ ຂອງ ພະນັກງານ ຢ່າງໜັກ ເພາະ ຄ່າ ຄອງຊີບ ນັບມື້ ສູງຂື້ນ ຕົວຢ່າງ ຣາຄາ ຊີ້ນງົວ ຊີ້ນຄວາຍ ຢູ່ ນະຄອນ ຫລວງ ວຽງຈັນ ດຽວນີ້ ກິໂລນຶ່ງ 80,000 ກີບ ແລ້ວ.

ໃນຕົ້ນປີນີ້ ຣັຖບານ ລາວ ຍອມຮັບ ວ່າກໍາລັງ ຂາດ ງົບປະມານ ຢ່າງໜັກ ຍ້ອນ ບໍ່ສາມາດ ເກັບພາສີ ອາກອນ ໄດ້ຕາມ ຄາດໝາຍ ເພາະ ມີການ ສໍ້ຣາສ ບັງຫລວງ ຫລາຍ ເກີນໄປ. ປີນີ້ ຣັຖບານ ຈະມີຣາຍຈ່າຍ ຫລາຍກວ່າ ຣາຍຮັບ ເຖິງ ສອງເທົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.