ຊາວບ້ານຍ້າຍຈາກສນາມບິນ ລໍາບາກ
2016.08.05
ປະຊາຊົນ ຈໍານວນນຶ່ງ ໃນບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ທີ່ຖືກໂຄງການ ສ້າງສນາມບິນ ໜອງຄ້າງ ກວມເອົາທີ່ດິນ ເພື່ອ ສ້າງທາງເຂົ້າ ສນາມບິນ ຕັ້ງແຕ່ດົນ ນັ້ນ ຍັງບໍ່ທັນ ໄດ້ຄ່າຊົດເຊີຍ ຄົບຖ້ວນເທື່ອ ຍັງງວດສອງ ແລະງວດສາມ ຍ້ອນ ທາງການລາວ ບໍ່ມີເງິນ ພຽງພໍ ທີ່ຈະໃຫ້ໝົດ, ດັ່ງ ເຈົ້າໜ້າທີ່ ແຂວງຫົວພັນ ນາງນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 4 ສິງຫາ ນີ້ວ່າ:
"ເພິ່ນເຮັດເສັ້ນທາງ ໂຕນັ້ນໄປ ມັນກະຖືກກະທົບ ເພິ່ນກະທົດແທນຄືນ ແຕ່ວ່າເພິ່ນ ກະຫາທົດແທນ ແຕ່ງວດດຽວ ມັນມີຢູ່ 3 ງວດເດ໊ ເພິ່ນທົດແທນ ນັ້ນເນາະ ຂະເຈົ້າ ກະວ່າ ຍັງບໍ່ທັນມີເງິນ ເອົາໄວ້ ງວດໜ້າເດີ ແຕ່ບໍ່ຮູ້ວ່າ ປີນີ້ເບາະ ປີໃດ".
ນາງກ່າວຕໍ່ໄປວ່າ ຄ່າຊົດເຊີຍ ທີ່ທາງການ ຈະໃຫ້ ປະຊາຊົນນັ້ນ ແຕ່ລະງວດ ຈະມີຈໍານວນ ບໍ່ເທົ່າກັນ ງວດທໍາອິດ ໃຫ້ 50%, ງວດທີ 2 ໃຫ້ 40% ແລະ ງວດສຸດທ້າຍ ໃຫ້ 10%. ປະຊາຊົນ ສ່ວນໃຫຍ່ ໄດ້ເສັຽໄຮ່ນາ ເນື້ອທີ່ ປູກຝັງ ແລະ ໜອງປາ ຊຶ່ງ ເປັນບ່ອນທີ່ ສ້າງຣາຍໄດ້ ໃຫ້ຄອບຄົວ.
ການໄດ້ຮັບ ຄ່າຊົດເຊີຍຊ້າ ເຮັດໃຫ້ ປະຊາຊົນ ຮ້ອນໃຈ ເພາະວ່າ ບໍ່ມີເງິນ ໄປລົງທຶນ ເຮັດການຜລິດ ຢູ່ບ່ອນໃໝ່ ແລະ ອີກບໍ່ດົນ ປະຊາຊົນ ບ້ານໜອງຄ້າງ ຈໍານວນ 137 ຄອບຄົວ ກໍຈະຖືກໃຫ້ ໂຍກຍ້າຍ ໄປຢູ່ບ່ອນໃໝ່ ຍ້ອນວ່າຈະມີ ການສ້າງ ສູນການຄ້າ ຢູ່ເຂດ ສນາມບິນນັ້ນ. ເຈົ້າໜ້າທີ່ ເວົ້າວ່າ ຊາວບ້ານກໍອາຈ ປະສົບກັບ ບັນຫາ ໄດ້ຄ່າຊົດເຊີຍ ບໍ່ຄົບອີກ ເຖິງແມ່ນວ່າ ທາງການ ຈະປະກາດວ່າ ຈະໃຫ້ ຄ່າຊົດເຊີຍ ຢ່າງເປັນທັມ ກໍຕາມ.
ຜ່ານມາ ວິທຍຸເອເຊັຽເສຣີ ຕິດຕໍ່ໄປຍັງ ຫ້ອງການ ປົກຄອງ ເມືອງຊໍາເໜືອ ກ່ຽວກັບ ການໃຫ້ ຄ່າຊົດເຊີຍ ແກ່ ປະຊາຊົນ ແຕ່ ເຈົ້າໜ້າທີ່ ບໍ່ສະດວກ ທີ່ຈະໃຫ້ ຂໍ້ມູນ. ປັດຈຸບັນ ການກໍ່ສ້າງ ສນາມບິນ ໜອງຄ້າງ ກໍຄືບໜ້າໄປ ກວ່າ 30 ເປີເຊັນ.
ເມື່ອຕົ້ນປີນີ້ ບໍຣິສັດ ຮອງແອັງຍາລາຍ ຂອງວຽດນາມ ຊຶ່ງເປັນ ຜູ້ຮັບເໝົາ ກໍ່ສ້າງ ໄດ້ ຂໍຂຍາຍເວລາ ກໍ່ສ້າງໄປອີກ 2 ປີ ຄືຈະສ້າງ ໃຫ້ສໍາເລັດ ໃນປີ 2018 ໂດຍໃຫ້ ເຫດຜົນວ່າ ມີບັນຫາ ຫລາຍຢ່າງ ໂດຍສະເພາະ ສະພາບ ດິນຟ້າອາກາດ ບໍ່ອໍານວຍ.