ການກໍ່ສ້າງ ສນາມບິນ ສາກົນ ທີ່ ເມືອງ ຊຳເໜືອ ແຂວງ ຫົວພັນ ສົ່ງ ຜົນກະທົບ ຕໍ່ ຊາວບ້ານ ໃກ້ຄຽງ ເພາະມີການ ດຸດດິນ ໄປຖິ້ມ ໃສ່ ບ້ານຄົນ ຖົມບ່ອນຢູ່ ແລະ ບ່ອນ ທຳມາ ຫາກິນ ຂອງ ປະຊາ ຊົນ. ເຈົ້າໜ້າທີ່ ແຂວງ ຫົວພັນ ໃຫ້ ຣາຍລະອຽດ ກ່ຽວກັບ ເຣື່ອງ ນີ້ຕື່ມວ່າ:
“ກ່ອນຫັ່ນ ຖືວ່າມັນ ຝົນຕົກ ມັນກະມີ ການເສັຽຫາຍ ທົ່ງໄຮ່ ທົ່ງນາ ເນາະ ຜົນສະທ້ອນ ຂອງສນາມບິນ ນີ່ໜ໋າ.”
ເຈົ້າໜ້າທີ່ ກ່າວອີກວ່າ ຕາມ ແຜນການ ແລ້ວ ປະຊາຊົນ ກວ່າ 130 ຄອບຄົວ ຈະ ຈຳເປັນຕ້ອງ ໂຍກຍ້າຍ ທີ່ ຢູ່ອາໄສ ແຕ່ຈົນ ເຖິງ ປັດຈຸບັນ ການກໍ່ສ້າງ ສນາມບິນ ກໍຍັງ ບໍ່ທັນ ຂຍາຍໄປ ເຖິງບ້ານ ເຫລົ່ານັ້ນ ເທື່ອ. ເຖິງຢ່າງໃດ ກໍດີ ບໍຣິສັດ ຮ່ວງອັ່ນຢາ ລາຍ ຂອງ ວຽດນາມ ເປັນຜູ້ ຮັບເໝົາ ກໍ່ສ້າງ ປັດຈຸບັນ ກຳລັງ ເລີ້ມ ບຸກເບີກ ສ້າງທາງ ແລ່ນ ຂອງ ເຮືອບິນ ຢູ່.
ບໍຣິສັດ ຮ່ວງອັນຢາລາຍ ລົງທຶນ 80 ລ້ານ ໂດລ່າ ສະຫະຣັດ ເພື່ອສ້າງ ສນາມບິນ ທີ່ ບ້ານໜອງຄ້າງ ເມືອງ ຊຳເໜືອ ແຂວງ ຫົວພັນ ໃນ ພື້ນທີ່ 183 ເຮັກຕາຣ໌. ບໍຣິສັດ ວຽດນາມ ຈະ ລົງທຶນ ສ້າງກ່ອນ ແລ້ວ ຣັຖບານ ລາວ ຈະໃຊ້ເງິນ ຄືນ ພາຍຫລັງ.
ຂ່າວ ບໍ່ໄດ້ແຈ້ງ ຣາຍລະອຽດ ວ່າ ຣັຖບານ ລາວ ຈະໃຊ້ເງິນ ຄືນ ດ້ວຍ ວິທີໃດ ດ້ວຍເງິິນສົດ ບໍ ຫລື ຈະໃຊ້ຄືນ ດ້ວຍ ຊັພຍາກອນ ທັມມະຊາດ ເຊັ່ນໄມ້ ຫລື ແຮ່ທາດ ແນວໃດ ແນວນຶ່ງ.