ໂຄງການໄຟຟ້າຫົງສາ ຈະຊ່ອຍຊາວບ້ານ


2013.07.02
f-hongsa ໂຮງງານໄຟຟ້າ ຫົງສາລິກໄນທ໌ ທີ່ກໍາລັງກໍ່ສ້າງ ໃນແຂວງ ໄຊຍະບູຣີ
RFA/Mek/fb

 

ໂຄງການ ໂຮງໄຟ ຟ້າຫົງສາ ລິກໄນຕ໌ ຈະ ຊ່ອຍເຫຼືອ ຊາວບ້ານ ທີ່ຖືກ ໂຍກຍ້າຍ ເຣື້ອງ ຄ່າໃຊ້ຈ່າຍ ໃນຄອບຄົວ ເປັນເວລາ 3 ປີ ເພື່ອ ໃຫ້ຊາວບ້ານ ສາມາດ ຕັ້ງຕົວໄດ້ ໂດຍ ພາຍໃນ ລະຍະ ເວລາ 3 ປີ ຈະມີການ ຈ່າຍ ເປັນເງິນເດືອນ ໃຫ້ຊາວບ້ານ ທຸກເດືອນ ເພື່ອ ຊື້ອາຫານ ການກິນ ແລະ ເຄື່ອງໃຊ້ ນັບຕັ້ງແຕ່ ຍ້າຍເຂົ້າ ໄປຢູ່ບ້ານໃໝ່. ຄ່າເບັ້ຽລ້ຽງ ມີປະມານ ຄົນລະ 160 ພັນກີບ ຕໍ່ເດືອນ. ສ່ວນຄ່າທີ່ດິນ ນັ້ນ ໄດ້ຊົດເຊີຍ ຮຽບຮ້ອຍ ແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່. ທ່ານກ່າວ ຕອນນຶ່ງວ່າ:

"ສະເພາະການ ລ້ຽງດູ ນີ້ 3 ປີ ໃນ 3 ປີນີ້ ຖືວ່າ ຜູ້ໜຶ່ງ ໄດ້ຮັບເຂົ້າ 25 ກິໂລ ຕໍ່ຄົນ ຕໍ່ເດືອນ ຊີ້ນ 800 ກຣາມ ຕໍ່ຄົນ ຕໍ່ເດືອນ ໄຂ່ 8 ໜ່ວຍ ຕໍ່ຄົນ ຕໍ່ເດືອນ ຈໍານວນ ທີ່ ເວົ້າມາ 3 ຣາຍການ ນີ້ ພວກເຮົາ ຈະໄລ່ເປັນເງິນ ໂດຍຜ່ານ ບັນຊີ ທະນາຄານ ບໍ່ໄດ້ຊື້ ເຂົ້າໄປ ແລ້ວ ບັນຫາແທ້ ຄັນເວົ້າ ຕາມຈິດໃຈ ຂອງ ປະຊາຊົນ ແທ້ ມັນກໍບໍ່ມີ ມື້ສິ້ນສຸດ ແຕ່ເຮົາ ຈະກໍານົດ ມີຂໍ້ຕົກລົງ ຂອງແຂວງ ຂອງເມືອງ ນີ້ກໍານົດ ຄ່າຕົວ ໃຫ້".

ທ່ານວ່າ ການໂຍກຍ້າຍ ຊາວບ້ານ ໄດ້ເລີ່ມ ຕັ້ງແຕ່ ເດືອນ ມິນາ 2011 ຈົນຮອດ ເດືອນ ກໍຣະກະດາ 2012 ຈຶ່ງແລ້ວ. ປັຈຈຸບັນ ມີຊາວບ້ານ ຢູ່ເຂດ ບ້ານຈັດສັນ ໃໝ່ 2036 ຄົນ ໃນ 450 ຫລັງຄາ ເຮືອນ ໂຍກຍ້າຍ ມາຈາກ ຫລາຍບ້ານ ແລະ ຫລາຍຊົນເຜົ່າ. ບ້ານໂຍກຍ້າຍ ມາຢູ່ນັ້ນ ປັຈຈຸບັນ ບໍ່ມີຊື່ ຢ່າງເປັນ ທາງການ ຊາວບ້ານ ຈຶ່້ງໃສ່ຊື່ວ່າ ບ້ານ ໂຮມສວ່າງ ແລະ ບ້ານໂຮມໄຊ ໄປກ່ອນ.

ໂຄງການ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນຕ໌ ຕັ້ງຢູ່ເມືອງ ຫົງສາ ແຂວງ ໄຊຍະບູຣີ ເຊັນສັນຍາ ກໍ່ສ້າງ ແຕ່ເດືອນ ພຶສຈິກາ 2009 ຄາດວ່າ ຈະສ້າງແລ້ວ ໃນປີ 2015 ຈະມີ ກໍາລັງ ການຜລິດ 1878 ເມັກກາວັດ. ນັກ ວິຊາການ ແລະນັກສິ່ງແວດ ລ້ອມ ຈໍານວນຫລາຍກັງວົນວ່າ ຈະສົ່ງຜົລກະທົບໃສ່ປະຊາ ຊົນ ແລະສິ່ງແວດລ້ອມ ເພາະໂຄງການຖ່ານ ຫີນ ເປັນການຜລິດໄຟຟ້າ ທີ່ເປື້ອນເປິະ ຫລາຍທີ່ສຸດໃນປັຈຈຸບັນ. ແລະວ່າ ໂຄງການ ກະສິກັມ ທີ່ຈະ ສົ່ງເສີມ ປະຊາຊົນ ຄືໂຄງການ ປູກ ຢາງພາລາ ຊຶ່ງ ຈະສາມາດ ເກັບກ່ຽວ ຜົລຜລິດ ໄດ້ ໃນອີກ 3-4 ປີ ຂ້າງໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.