ຄົນງານໄຟຟ້າຫົງສາ ຂໍ ຂຶ້ນເງິນ
2017.04.03
ຄົນງານໂຮງງານໄຟຟ້າ ຖ່ານຫີນຫົງສາ ຊຶ່ງຂຶ້ນກັບ ບໍຣິສັດຣາຊລາວ ທີ່ແຂວງໄຊຍະບູລີ 97 ຄົນ ທີ່ເຮັດວຽກຮັກສາ ແລະ ແລ່ນເຄື່ອງຈັກ ໄດ້ພາກັນຍື່ນ ໃບລາອອກ ໃນວັນທີ 28 ມິນາ 2017 ຍ້ອນທາງບໍຣິສັດ ບໍ່ຂຶ້ນເງິນເດືອນໃຫ້ ແລະ ບໍ່ແກ້ໄຂ ເຣື້ອງ ສະຫວັດດິການຕ່າງໆ. ຕາມຂ່າວເຟສບຸກ ໂທລະໂຄ່ງ ວັນທີ 30 ມິນາ.
ກ່ຽວກັບບັນຫານີ້ RFA ໄດ້ຕິດຕໍ່ໄປຍັງຜແນກ ພລັງງານແລະບໍ່ແຮ່ ແຂວງໄຊຍະບູລີ ໃນວັນທີ 31 ມິນາ, ໄດ້ຮັບຄຳຕອບວ່າ ປັດຈຸບັນ ພະນັກງານ ທັງໝົດນັ້ນ ໄດ້ຖອນ ໃບລາອອກແລ້ວ ແລະຈຳນວນເຄິ່ງນຶ່ງ ຍັງເຮັດວຽກປົກກະຕິ ແລະວ່າ ເຫດການ ທີ່ເກີດຂຶ້ນນັ້ນແມ່ນ ເປັນຍ້ອນ ການເຂົ້າໃຈຜິດກັນຊື່ໆ ຣະຫວ່າງ ນາຍຈ້າງ ແລະລູກຈ້າງ:
"ບໍ່ໄດ້ປະທ້ວງຫຍັງນະ ເປັນບໍຣິສັດຜູ້ຮັບເໝົາ ກໍຄືເພີ່ນເຄີຍຮ້ອງຂໍ ເຣຶ່ອງຜົລປະໂຫຍດນໍ ປັບສະຫວັດດິການ ເປັນການເຂົ້າໃຈຜິດກັນ ຣະຫວ່າງ ນາຍຈ້າງ ກັບລູກຈ້າງນະ ມັນບໍ່ຄ່ອຍລົງກັນ 90 ກວ່າຄົນຫັ້ນ ຕອນນີ້ຖອນ ໃບລາອອກ ກັບຄືນ ຍັງມີຢູ່ ປະມານ ເຄິ່ງນຶ່ງ ດຽວນີ້ນະ".
ທ່ານເວົ້າວ່າ ເຈົ້າໜ້າທີ່ ບໍຣິຫານບໍຣິສັດ ຣາຊລາວ ມີແຜນປັບຂຶ້ນເງິນເດືອນ ໃຫ້ພະນັກງານ ໃນວັນທີ 10 ມິນາ 2017, ແຕ່ພະນັກງານ ຈຳນວນນຶ່ງ ຮຽກຮ້ອງ ໃຫ້ຂຶ້ນກ່ອນວັນນັ້ນ. ແຕ່ທາງ ບໍຣິສັດ ບໍ່ຂຶ້ນໃຫ້, ຈຶ່ງມີການເຜີຍແຜ່ຂ່າວ ທາງສື່ສັງຄົມ ອອນລາຍ ຈົນເປັນຂ່າວ ໂດງດັງ ຢູ່ໃນເວລານີ້. ແທ້ຈິງແລ້ວ ພະນັກງານທີ່ລາອອກ ແທ້ໆນັ້ນມີ 8 ຄົນ ແລ້ວຊັກຊວນໃຫ້ຫລາຍຄົນ ຂຽນໃບລາອອກ ເພື່ອກົດດັນ ນາຍຈ້າງ, ສ່ວນຣາຍລະອຽດ ນັ້ນທ່ານ ບໍ່ຮູ້ຄັກແນ່.
ໃນຂນະທີ່ຄົນງານ ທີ່ເຮັດວຽກຢູ່ໂຮງງານໄຟຟ້າ ຖ່ານຫິນຫົງສາ ເວົ້າກັບໂທລະໂຄ່ງ ວ່າບັນຫາເງິນເດືອນ ທີ່ບໍ່ເປັນທັມ ແລະ ສະຫວັດດິ -ການ ແມ່ນແກ່ຍາວມາຫຼາຍປີ ຈົນເຮັດໃຫ້ ຄົນງານໃນ ໂຮງງານໄຟຟ້າ ນັ້ນບໍ່ດີໃຈ, ແລ້ວຈຶ່ງພ້ອມກັນ ລາອອກ ຊຶ່ງສ່ວນໃຫຍ່ ໄດ້ເຮັດ ວຽກມາ 2-3 ປີ ແລ້ວ.
ກ່ອນຈະຍື່ນໃບລາອອກ ພວກເຂົາເຈົ້າໄດ້ຂຽນຄໍາຮ້ອງເຖິງ ບໍຣິສັດຫລາຍຄັ້ງ ແຕ່ທາງບໍຣິສັດ ບໍ່ແກ້ໄຂໃຫ້ ແລະເຄີຍສເນີໃຫ້ ຜແນກ ແຮງງານ ແລະ ສະຫວັດດີການ ສັງຄົມ ແຂວງໄຊຍະບູລີ ຊ່ວຍແກ້ໄຂ ແຕ່ກໍມິດງຽບໄປ.
ເພື່ອຄວາມກະຈ່າງແຈ້ງກ່ຽວກັບເຣຶ່ອງນີ້ RFA ໄດ້ຕິດຕໍ່ໄປຫາ ບໍຣິສັດຣາຊລາວ ທີ່ມີຫ້ອງການ ຢູ່ປະເທດໄທ, ແຕ່ບໍ່ສາມາດ ຕິດຕໍ່ກັບ ເຈົ້າໜ້າທີ່ ກ່ຽວຂ້ອງໄດ້.