ໄຟຟ້າຫົງສາຈະຫາລື ກັບ ພະນັກງານ
2017.04.05
ຈາກກໍຣະນີທີ່ມີ ພະນັກງານລາວ 96 ຄົນ ໃນບໍຣິສັດຣາຊ-ລາວ ທີ່ເຮັດວຽກຢູ່ ໂຮງໄຟຟ້າ ຫົງສາລິກໄນ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໄດ້ຍື່ນໃບລາອອກ ໃນວັນທີ 28 ມິນາ ທີ່ຜ່ານມາ, ຍ້ອນວ່າ ເຂົາເຈົ້າ ຕ້ອງການໃຫ້ ບໍຣິສັດ ຂຶ້ນເງິນເດືອນ ພື້ນຖານ, ຄ່າອາຫານ, ຄ່າຣົດ ກັບບ້ານ, ຄ່າບຸກເບີກ, ຄ່າກະ, ຄ່າຄວາມສ່ຽງ ແລະຮຽກຮ້ອງ ໃຫ້ບໍຣິສັດ ປັບປຸງມື້ລາປ່ວຍ, ລາກິດ, ແລະ ການພັກວຽກ ປົກກະຕິ ຂອງ ຫນ່ວຍງານບໍາລຸງຮັກສາ.
ຄວາມຄືບໜ້າຫຼ້າສຸດກໍຄືພະນັກງານ ເຫຼົ່ານັ້ນ ຍັງຄົງມາເຮັດວຽກ ຢູ່ໃນໂຮງໄຟຟ້າຫົງສາ ຕາມປົກກະຕິ ໂດຍບໍ່ມີ ການປະທ້ວງ ຢຸດງານ, ແຕ່ເຂົາເຈົ້າ ຈະມີການປະຊຸມ ເຈຣະຈາ ກັບຜູ້ ບໍຣິຫານ ຂອງບໍຣິສັດ ຣາຊ-ລາວ ເພື່ອໃຫ້ໃກ້ໄຂ ບັນຫາ ໃນວັນທີ 10 ເມສາ ນີ້. ດັ່ງ ພະນັກງານ ທີ່ເຮັດວຽກຢູ່ໃນ ໂຮງໄຟຟ້າຫົງສາ ໄດ້ກ່າວໃນວັນທີ 4 ເມສາ ນີ້ວ່າ:
"ແມ່ນຢູ່ເຮັດໝົດທຸກຄົນ ເຮັດການຢູ່ຫັ້ນຄືເກົ່າ ໝົດທຸກຄົນ ຢູ່ໃນຫ້ອງການ ຄືເກົ່າໝົດ ສະພາບການດຽວນີ້ຫັ້ນ ປົກກະຕິແລ້ວ ມັນບໍ່ໄດ້ ເຄັ່ງຕຶງຫຍັງ ກະເດັ້ຍກະດໍ້ ຄົນເອົາໄປລົງຂ່າວ ເຮັດໃຫ້ ມັນເຄັ່ງມັນຕຶງເອງ ເພິ່ນຍັງບໍ່ທັນໄດ້ ປະຊຸມກັນຊ້ຳນະ ແລະ ເພິ່ນຊິນັດ ປະຊຸມ ວັນທີ 10 ເດ້".
ສາເຫດທີ່ພະນັກງານ ຕ້ອງຂໍໃຫ້ມີການປັບປຸງ ເງິນເດືອນ ແລະ ສະຫວັດດີການຕ່າງໆ ຍ້ອນວ່າ ສັນຍາ ການຈ້າງງານ ສະບັບປັດຈຸບັນ ຈະໝົດອາຍຸ ໃນທ້າຍເດືອນ ມິຖຸນາ ປີນີ້ ແລະຈະມີການ ຕໍ່ສັນຍາ ຫລັງຈາກນັ້ນ.
ທ່ານ ບຸນທະວີ ພິມມະສອນ ຜູ້ຈັດການຝ່າຍ ບຸຄລາກອນ ຂອງບໍຣິສັດ ຣາຊ-ລາວ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 3 ເມສາ ວ່າ: ສິ່ງທີ່ ພະນັກງານ ຮ້ອງຂໍມານີ້ແມ່ນ ສັນຍາຍັງບໍທັນໄດ້ເກີດຂຶ້ນ ເພາະສັນຍາປະຈຸບັນ ແມ່ນຈະໜົດອາຍຸ ທ້າຍເດືອນ ມິຖຸນາ ສັນຍາໃຫມ່ ກຳລັງ ເຈຣະຈາ ຕໍ່ລອງກັນຢູ່ ກັບນາຍຈ້າງ.
ທ່ານ ກ່າວຕື່ມອີກວ່າ: ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ແລະ ຫ້ອງການ ກັມມະບານ ເມືອງຫົງສາ ໄດ້ກຳນົດ ເອົາວັນທີ 10 ເມສາ 2017 ເປັນມື້ປະຊຸມ ເພື່ອໄກ່ເກັ່ຽບັນຫາ ລະຫວ່າງ ບໍຣິສັດ ກັບພະນັກງານ ແລະ ຈະມີຄນະປົກຄອງ ເມືອງເຂົ້າຮ່ວມ, ຜແນກ ແຮງງານ, ກັມມະບານ, ຜູ້ຕາງຫນ້າໂຄງການ ໂຮງໄຟຟ້າຫົງສາ ເພື່ອຮັບຟັງ ບັນຫາຕ່າງໆ ພ້ອມກັນນັ້ນ ທາງຜູ້ອຳນວຍການ ບໍລິສັດ ຈະ ຊີ້ແຈງ ແຕ່ລະບັນຫາ ຕາມທີ່ຜູ້ອອກແຮງງານ ສະເໜີມາ.