ມ.ຫົງສາ ວ່າດິນສວນແຄມຂອງ ຈະບໍ່ໄດ້ ໃບຕາດິນ
2020.01.08

ປະຊາຊົນ ບ້ານກົກແອັດ ເມືອງຫົງສາ ແຂວງໄຊຍະບູລີ ທີ່ມີດິນສວນຢູ່ຕິດແຄມຂອງນັ້ນ ຮຽກຮ້ອງໃຫ້ທາງການ ອອກໃບຕາດິນຖາວອນໃຫ້ ມາເປັນເວລາດົນນານແລ້ວ ແຕ່ທາງຫ້ອງການປົກຄອງເມືອງຫົງສາ ບໍ່ສາມາດອອກໃຫ້ໄດ້ ເຖິງແມ່ນວ່າດິນເຂດດັ່ງກ່າວ ປະຊາຊົນຢັ້ງຢືນວ່າ ໄດ້ເຮັດສວນທຳມາຫາກິນລ້ຽງຊີບມາແຕ່ປີ 1998. ດັ່ງເຈົ້າໜ້າທີ່ຫ້ອງວ່າການປົກຄອງເມືອງຫົງສາ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 7 ມົກກະຣາ ວ່າ:
"ໂຕເຂົາເປັນດິນສວນແທ້ ໄທເຮົາບໍ່ອອກກໍຍ້ອນວ່າ ສົມມຸດວ່າມັນຖືກຢູ່ໃນເຂດສງວນ ຂອງນໍ້າເຮົາເນາະ ແຄມນໍ້າຂອງນີ້ເຮົາອອກມາເບື່ອງ ລະ 30 ແມັດ ຜູ້ໃດມີຢູ່ໃນບໍຣິເວນນັ້ນໃຫ້ເຮັດກິນ ແຕ່ເຮົາບໍ່ອອກໃບໃຫ້."
ເຈົ້າໜ້າທີ່ຫ້ອງການປົກຄອງເມືອງຫົງສາ ໄດ້ກ່າວຕື່ມວ່າ ອີງຕາມກົດໝາຍທາງນໍ້າຂອງລາວ ແລ້ວແມ່ນເຈົ້າໜ້າທີ່ ບໍ່ສາມາດອອກໃບຕາດິນ ຖາວອນໄດ້ ເນື່ອງຈາກດິນໃນເຂດດັ່ງກ່າວ ເປັນເຂດສະຫງວນ ເຊິ່ງທີ່ິດິນຕິດແຄມນໍ້າຂອງ ຮ່າງຈາກຕາຝັ່ງບໍ່ເຖີງ 30 ແມັດ ແຕ່ປະຊາຊົນ ສາມາດມີສິດນໍາໃຊ້ໄດ້. ຕໍ່ບັນຫາດັ່ງກ່າວ ປະຊາຊົນບ້ານກົກແອັດ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ໃນວັນທີ 7 ມົກກະຣາ ວ່າ:
"280 ຄອບຄົວ ໃບຕາດິນສວນແທ້ບໍ່ໄດ້ເທື່ອ ໄດ້ແຕ່ບໍ່ຖາວອນເທື່ອເດ້ຊົ່ວຄາວ ຊື່ໆນ່າ ເອີຊົ່ວຄາວນີ້ມີແຕ່ເຮັດໄປ ຖ້າຫັ້ນຈັ່ງສິນ່າມັນບໍ່ແມ່ນ ຖາວອນເທື່ອເດ້ ຫຍັງວ່າທາງເມືອງພຸ້ນລໍຖ້າຍັງບໍ່ເຫັນມາເທື່ອນີ້."
ປັດຈຸບັນປະຊາຊົນ ພາຍໃນບ້ານຈຳນວນ 270 ຄອບຄົວຍັງຄົງນໍາໃຊ້ດິນຕອນ ດັ່ງກ່າວໃນການເຮັດສວນຄົວ ເຊີ່ງທາງເມືອງຫົງສາ ກໍໄດ້ ອອກສິດນໍາໃຊ້ໃຫ້ ແຕ່ລະຄອບຄົວ ແລະ ພ້ອມທັງໃຫ້ປະຊາຊົນ ເສັຽພາສີທີ່ດິນ ໃນແຕ່ລະປີ ໃຫ້ກັບຫ້ອງການທີ່ດິນ ເມືອງແຕ່ລະປີ.