ທາງການຍຶດເອົາດິນຊາວບ້ານ

ອຸ່ນແກ້ວ ສຸກສະຫວັນ
2015.05.05
F-Land ທາງການຍຶດເອົາດິນຊາວບ້ານ ທີ່ຍັງມີສັນຍາເຊົ່າ ຄ້າງຄາກັນຢູ່
Citizen Journalist

ທາງການຍຶດເອົາດິນຊາວບ້ານ

ເກີດ ຂໍ້ ຂັດແຍ່ງ ເຣື້ອງ ທີ່ດິນ ຊຶ່ງ ເປັນ ທີ່ຕັ້ງ ຂອງ ຮ້ານ ອາຫານ ພັດຕາຄານ ເມືອງພວນ ຢູ່ ບ້ານ ໂພນສະຫວັນ ເມືອງແປກ ແຂວງ ຊຽງຂວາງ ຣະຫວ່າງ ເຈົ້າຂອງ ພັດຕາຄານ ກັບ ເຈົ້າໜ້າທີ່ ແຂວງ. ອີງຕາມ ການ ບອກເລົ່າ ຂອງ ຜູ້ເຫັນ ເຫດການ.

ເຫດ ເກີດຂຶ້ນ ແຕ່ ວັນທີ 7 ຫາ 11 ເມສາ 2015 ເມື່ອ ເຈົ້າໜ້າທີ່ ຕໍາຣວດ ໄດ້ ຮັບ ຄໍາສັ່ງ ຈາກ ຂັ້ນເທິງ ໃຫ້ເອົາ ຣົດຈົກ ມາ ທຸບມ້າງ ພັດຕາຄານ ເມືອງພວນ ທີ່ ນາງ ບົວພາ ພົມມະຈິດ ເປັນ ເຈົ້າຂອງ ແລະ ໃນ ເວລາ ນັ້ນ ເຈົ້າໜ້າທີ່ ຕໍາຣວດ ກໍໄດ້ ຈັບເອົາ ຍາດ ພີ່ນ້ອງ ຂອງ ເຈົ້າຂອງ ຮ້ານ 2 ຄົນ ໄປ ຂັງຄຸກ ໃນ ຂໍ້ຫາ ຂັດຂວາງ ການ ປະຕິບັດ ງານ ຂອງ ເຈົ້າໜ້າທີ່. ຫລັງຈາກ ນັ້ນ ລູກຊາຍ ຂອງ ເຈົ້າຂອງ ຮ້ານ ກໍໄດ້ໄປ ເວົ້າກັບ ເຈົ້າໜ້າທີ່ ຕໍາຣວດ ແລະ ຕໍ່ມາ ໄດ້ ໂພັສ ພາບ ວີດີໂອ ລົງ ທາງ ເຟັສບຸຄ. ດັ່ງ ລູກຊາຍ ຂອງ ນາງ ບົວພາ ໄດ້ ເວົ້າວ່າ:

"ໄສ ເບິ່ງຊື່ ເບິ່ງໜ້າ ຄັກໆແດ່ ຜູ້ນີ້ ແຫລະ ສັ່ງໜະ ເບິ່ງ ແຕ່ຊັ້ນ ເພີ່ນເດີ ເອີ ມາຂູ່ ພໍ່ແມ່ ປະຊາຊົນ ເຮັດຫຍັງ ມາ ພາຍປືນ ຂູ່ ພໍ່ແມ່ ປະຊາຊົນ ເຮັດຫຍັງ ເຮືອນມັນ ແຫ່ງຊິຍຸບ ຢູ່ແລ້ວ ນະ ໝຶນເວີ້ຍ ເຮົາມາ ຢູ່ນີ້ນະ ແມ່ນ ກົດໝາຍ ເອົາມາ ບ້ານເມືອງ ເອົາມາ ເບິ່ງເອົາ ຂໍດີໆ ລົມດີໆ ຍັງທຸບ ຍຸບ ເຮັດຫຍັງ ກະລ້າລົດ ທຸບ ຂອງກູອີກ ໂອ້ ມາທຸບ ເຮືອນ ເຮົານະ ມາທຸບເຮືອນ ເຮົານະ ໂອຍ ເຂົ້າມາ ທຸບເຮືອນ ນະ".

ແຫລ່ງຂ່າວ ຣາຍງານ ວ່າ ພັດຕາຄານ ເມືອງພວນ ແລະ ທີ່ດິນ ຕອນນັ້ນ ເປັນຂອງ ຣັຖ ແຕ່ ນາງ ບົວພາ ພົມພິຈິດ ໄດ້ເຊົ່າ ເພື່ີອ ດໍາເນີນ ທຸຣະກິດ ເປັນ ເວລາ 6 ປີ ໃນ ຄ່າເຊົ່າ ປະມານ 975 ໂດລາ ສະຫະຣັຖ ຕໍ່ປີ ໂດຍ ມີການ ເຊັນ ສັນຍາ ສໍາປະທານ, ແຕ່ ຫລັງຈາກ ນັ້ນ ກໍມີ ຄໍາສັ່ງ ຂອງ ເຈົ້າແຂວງ ຄົນໃໝ່ ໃຫ້ ລົບລ້າງ ສັນຍາ ການ ສໍາປະທານ ແລ້ວ ທາງການ ແຂວງ ຈະໃຊ້ ພື້ນທີ່ ດັ່ງກ່າວ ສ້າງຕຶກ ທີ່ ທໍາການ ຂອງ ທະນາຄານ ກາງ.

ແຕ່ ຜູ້ທີ່ເປັນ ເຈົ້າຂອງ ຮ້ານ ໄດ້ຂຽນ ຄໍາຮ້ອງທຸກ ຫາ ເຈົ້າໜ້າທີ່ ຂັ້ນ ສູນກາງ ແລະ ຕໍ່ມາ ກະຊວງ ຍຸຕິທັມ ກໍມີ ຄໍາສັ່ງ ໃຫ້ ແຂວງ ໂຈະ ການ ທຸບມ້າງ ພັດຕາຄານ ດັ່ງກ່າວ, ແຕ່ ເຈົ້າແຂວງ ກໍຍັງ ສັ່ງໃຫ້ ເຈົ້າໜ້າທີ່ ຕໍາຣວດ ໄປ ທໍາການ ທຸບມ້າງ ພັດຕາຄານ ດັ່ງກ່າວ.

ນອກຈາກ ນີ້ ແຫລ່ງຂ່າວ ຍັງ ຣາຍງານ ອີກວ່າ ມີຄົນ ຣະດັບ ຣັຖມົນຕຣີ ເປັນຜູ້ ອອກຄໍາສັ່ງ ໃຫ້ ເຈົ້າແຂວງ ດໍາເນີນ ການ ທຸບມ້າງ ໃນ ຄັ້ງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.