ຖນົນ 9 ລ້ານໂດລ້າຕໍ່ກິໂລແມັດ
2015.03.26
ບໍຣິສັດ ທີ່ ຈະ ຮັບເໝົາ ກໍ່ສ້າງ ທາງເສັ້ນ ດົງໂດກ ສີເກີດ ນະຄອນ ຫຼວງ ວຽງຈັນ ປະເມີນ ມູນຄ່າ ການ ກໍ່ສ້າງ ເຖິງ 80 ລ້ານ ດອນລ້າ ສະຫະຣັດ ສຳຣັບ ເສັ້ນທາງ ທີ່ ຍາວ ພຽງແຕ່ 9 ກິໂລແມັດ. ປະຊາຊົນ ລາວ ຫລາຍຄົນ ຄິດວ່າ ເປັນການ ປະເມີນ ມູນຄ່າ ທີ່ ສູງ ເກີນໄປ; ຖ້າ ຄິດໄລ່ ແລ້ວ ກິໂລແມັດ ນຶ່ງ ຈະໃຊ້ເງິນ ເຖິງ 9 ລ້ານ ດອນລ້າ.
ບໍຣິສັດ ທີ່ ໄດ້ ສັມປະທານ ໃນການ ສຶກສາ ສຳຣວດ ແລະ ປະເມີນ ມູນຄ່າ ນັ້ນ ແມ່ນ ກຸ່ມ ບໍຣິສັດ ສະຖາບັນ ສຳຣວດ ອອກແບບ ທາງ ຣົດໄຟ ເລກ 3 ຊຶ່ງ ເປັນ ບໍຣິສັດ ຂອງ ລູກຫລານ ຂອງ ຄນະນຳ ພັກ-ຣັດ. ບໍຣິສັດ ດັ່ງກ່າວ ອາດເປັນ ບໍຣິສັດ ດຽວ ທີ່ ໄດ້ຮັບ ສຶກສາ ສຳຣວດ ໂຄງການ ສ້າງ ທາງຣົດໄຟ ຄວາມໄວ ສູງ ລາວ-ຈີນ.
ທາງການ ນະຄອນ ຫລວງ ວຽງຈັນ ອະນຸຍາດ ໃຫ້ ບໍຣິສັດ ທາງ ຣົດໄຟ ເລກ 3 ສຶກສາ ສຳຣວດ ແລະ ປະເມີນ ມູນຄ່າ ການສ້າງ ທາງ ເສັ້ນ ດົງໂດກ ສີເກີດ ເມື່ອ ເດືອນ 11 ປີ ກາຍ. ຕໍ່ມາ ທາງ ບໍຣິສັດ ທາງ ຣົດໄຟ ເລກ 3 ກໍໄດ້ ສຶກສາ ສຳຣວດ ສຳເຣັດ ເມື່ອ ບໍ່ດົນ ຜ່ານມາ ແລະ ໄດ້ ຣາຍງານ ເຖິງ ຫ້ອງການ ນະຄອນ ຫລວງ.
ຄນະປົກຄອງ ນະຄອນ ຫລວງ ວຽງຈັນ ຣາຍງານ ຂື້ນໄປ ຫາ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງ ໂຍທາ ແລະ ຂົນສົ່ງ ຕໍ່ວ່າ ທາງ ບໍຣິສັດ ທາງ ຣົດໄຟ ເລກ 3 ຈະ ສ້າງທາງ ເສັ້ນ ດົງໂດກ/ສີເກີດ ໃຫ້ກວ້າງ ແລະ ໄດ້ ມາຕຖານ ຄືກັບ ເສັ້ນ ທາງ 450 ປີ; ຈະມີ ຣະບົບ ຣະບາຍ ນ້ຳ ແລະ ໄຟ ຕລອດ ຕາມ ເສັ້ນທາງ. ທັງໝົດ ຈະໃຊ້ເງິນ ສ້າງ ເຖິງ 80 ລ້ານ 1 ແສນ ແລະ 21 ພັນ ດອນລ້າ ສະຫະຣັດ.
ນັກ ວິຊາການ ສ້າງທາງ ໃຫ້ ຂໍ້ສັງເກດ ວ່າ ເສັ້ນທາງ 450 ປີ ມີ ຄວາມຍາວ 20 ກິໂລແມັດ ໃຊ້ເງິນ ສ້າງ ພຽງແຕ່ 50 ລ້ານ ດອນລ້າ; ແຕ່ ເປັນຫຍັງ ທາງ ດົງໂດກ-ສີເກີດ ມີ ຄວາມຍາວ ພຽງແຕ່ 10 ກິໂລແມັດ ຈະໃຊ້ ເງິນ ກວ່າ 80 ລ້ານ ດອນລ່າ. ເສັ້ນທາງ ດົງໂດກ-ສີເກີດ ເປັນ ເສັ້ນທາງ ທີ່ ຣົດຜ່ານ ຫລາຍ ເພາະ ເປັນ ເສັ້ນທາງ ລັດ ແລະ ຫລີກ ໃນເມືອງ.