ຂົວນໍ້າໄຜ່ ເມືອງລ່ອງແຈ້ງ ຫັກເຄິ່ງ

ໄມຊູລີ
2018.03.28
F-Bridge ສະພາບ ຂົວນໍ້າໄຜ່ ເມືອງລ່ອງແຈ້ງ ແຂວງໄຊສົມບູນ ທີ່ຫັກລົງ ຍ້ອນຣົຖບັນທຸກ ເກີນນໍ້າຫນັກ
RFA/MS

ເມື່ອວັນທີ 25 ມິນາ 2018 ນີ້ ຂົວນໍ້າໄຜ່ ຫັກເປັນສອງທ່ອນ ຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ຍ້ອນວ່າ ຣົຖບັນທຸກເຫຼັກ ເກີນນໍ້າໜັກ ຂອງບໍຣິສັດຈີນແລ່ນຜ່ານ ເຫດການດັ່ງກ່າວ ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສັຽຊີວິດ. ຣາຍງານວ່າ ຂົວດັ່ງກ່າວສາມາດ ຮັບນໍ້າໜັກໄດ້ພຽງແຕ່  20 ຕັນ ເທົ່ານັ້ນ ແຕ່ຣົຖບັນທຸກ ຄັນນັ້ນໜັກເຖິງ 40 ຕັນ. ດັ່ງເຈົ້າໜ້າທີ່ ໂຍທາແລະຂົນສົ່ງ ແຂວງໄຊສົມບູນ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 28 ມິນາ ນີ້ວ່າ:

“ສາເຫດຍ້ອນວ່າ ພວກເຂົາເຈົ້າ ຂົນສົ່ງແຫ່ເຫລັກ ມາ ຂະເຈົ້າຕ່າງເກີນນໍ້າໜັກ ເພາະວ່າ ຂົວພວກເຮົາ ຮັບນໍ້າໜັກໄດ້ແຕ່ 20 ໂຕນ ກໍເຮັດໃຫ້ຫັກ ກໍມີປ້າຍແຈ້ງເຕືອນ ລະເນາະ ແຕ່ວ່າ ພວກຂົນແຫ່ນີ້ ມັນພວກຕ່າງປະເທດ ພວກຈີນຫັ້ນນະ ບາງເທື່ອ ເຂົາເຈົ້າພວກ ໂຊເຟີຣົຖ ກໍອາດຈະກໍາບໍ່ໄດ້ບໍ ຫຼືແນວໃດ ຫັ້ນນະ.”

ນອກຈາກ ນໍ້າໜັກເກີນແລ້ວ ຂົວແຫ່ງນີ້ ເປັນຂົວເກົ່າ ແລະຊຸດໂຊມມາແລ້ວ  ເຈົ້າໜ້າທີ່ຈະໃຫ້ບໍຣິສັດ ຮັບຜິດຊອບ ສ້ອມແປງຂົວຄືນ ໃຫ້ແລ້ວກ່ອນ ຣະດູຝົນນີ້ ແລະຕ້ອງສ້າງທາງເວັ້ນຊົ່ວຄາວ ໃຫ້ປະຊາຊົນ ໄດ້ໄປມາ, ພ້ອມດຽວກັນນັ້ນ ເຈົ້າໜ້າທີ່ຜແນກ ຄຸ້ມຄອງທາງ ແຫ່ງຊາດ ກົມຂົວທາງ ໄດ້ແນະນໍາ ຣົຖບັນທຸກ ໃຫ້ປະຕິບັດ ຕາມຣະບຽບກົດໝາຍ ຢ່າງເຂັ້ມງວດ ວ່າ:

“ຄຸມນໍ້າໜັກຫັ້ນ ແຫລະ ອັນນີ້ລະບໍ່ໃຫ້ເຂົາແລ່ນແບບ ແລ່ນຕິດແລ່ນຕໍ່ເນາະ ຄືສົມມຸດວ່າ ຣົຖ ກໍຫ່າງກັນຢູ່ ໃນໄລຍະ ຄວາມປອດພັຍນີ້ ຈັກແມັດ ຕາມຕົວນັ້ນ ບໍ່ໃຫ້ວ່າ ຣົຖຜູ້ນີ້ແລ່ນໄປແລ້ວ ກໍຍັງບໍ່ທັນໄດ້ ວິດ ແລ້ວຄັນນຶ່ງແລ່ນ ມັນບໍ່ໄດ້ແນວນັ້ນ ແລ້ວກໍໃຫ້ ປະຕິບັດຕາມ ຂໍ້ເຕືອນນັ້ນແລ້ວ ເຂົາຕິດກໍານົດໄວ້ ກໍໃຫ້ປະຕິບັດຕາມຕົວນັ້ນ ຄັນວ່າບໍ່ປະຕິບັດຕາມກໍານົດໃຫ້ ມັນກໍແນ່ນອນ ກໍລົ້ມລົງຫັກລົງຫັ້ນແຫຼະ.”

ຢ່າງໃດກໍຕາມ ກ່ອນໜ້ານີ້ ວັນທີ 27 ມິນາ 2018 ຜ່ານມາ ຂົວ ຢູ່ທາງເມືອງໝື່ນ ແຂວງວຽງຈັນ ກໍຫັກໃນຂນະທີ່ຣົຖບັນທຸກ ແລ່ນຜ່ານ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.