ຂ.ໄຊສົມບູນ ບໍ່ພ້ອມຮັບ ນັກທ່ອງທ່ຽວ
2018.04.03
ເຈົ້າໜ້າທີ່ຕຳຣວດ ແຂວງໄຊສົມບູນ ຍັງບໍ່ພ້ອມຈະເປີດໃຫ້ ນັກທ່ອງທ່ຽວ ເຂົ້າມາທ່ຽວພາຍໃນແຂວງ ເພາະເຫັນວ່າ ຍັງບໍ່ມີ ຄວາມປອດພັຍ ແລະເຣື້ອງ ຖນົນຫົນທາງ ກໍຍັງບໍ່ສະດວກ. ກຽ່ວກັບເຣື້ອງນີ້ ເຈົ້າໜ້າທີ່ກອງບັນຊາການ ປ້ອງກັນ ຄວາມສງົບປະຈຳ ແຂວງໄຊສົມບູນ ໃຫ້ ຣາຍລະອຽດ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 3 ເມສາ ນີ້ວ່າ:
"ແຫລ່ງທ່ອງທ່ຽວບັນດາເມືອງນີ້ ມັນກຳລັງພັທນາ ແຕ່ຖ້ານັກທ່ອງທ່ຽວ ຕ່າງປະເທດເຂົ້າມາ ແຂວງໄຊສົມບູນ ແລ້ວແມ່ນ ເຮົາຕຳຣວດ ກໍບໍ່ຢາກໃຫ້ເຂົ້າມາ ປານໃດ ເພາະວ່າອີງໃສ່ ຄວາມປອດພັຍ ຂອງນັກທ່ອງທ່ຽວ ແນ່ຫັ້ນນ່າ. ເຮົາຢາກເນັ້ນເລື່ອງ ຄວາມປອດໄພ ຂອງນັກທ່ອງທ່ຽວ ຢ້ານເກີດອຸປຕິເຫດ ແມ່ນຫຍັງຫັ້ນນ່າ ເພາະວ່ເຮົາບໍ່ໄດ້ມີສີ່ງ ອຳນວຍຄວາມສະດວກນໍ້ ດ້ານການບໍລິການ ນັກທ່ອງທ່ຽວ."
ທ່ານອະທິບາຍຕື່ມວ່າ ປັດຈຸບັນ ແຂວງໄຊສົມບູນ ກຳລັງສ້າງພື້ນຖານໂຄງລ່າງ ທັງໂຮງໝໍ ແລະ ຖນົນຫົນທາງຫຼາຍບ່ອນ ແຕ່ຍັງບໍ່ທັນ ສຳເຣັດ. ສ່ວນສະຖານທີ່ ທີ່ທ່ອງທ່ຽວໄດ້ ກໍ່ແມ່ນເມືອງເຈົ້າອານຸວົງ ແລະເມືອງລ່ອງແຈ້ງ ທີ່ຢູ່ຫ່າງຈາກ ເທສບານ ແຂວງ 73 ຫລັກ.
ເຈົ້າໜ້າທີ່ກ່າວຕື່ມວ່າໃນປີ 2017 ຜ່ານມາ ເມືອງອານຸວົງ ແລະ ເມືອງລ່ອງແຈ້ງ ໄດ້ຮັບນັກທ່ອງທ່ຽວ ຈຳນວນນຶ່ງ ແຕ່ເຈົ້າໜ້າທີ່ ປກສ , ປກຊ ແລະຜແນກການທ່ອງທ່ຽວແຂວງ ຍັງບໍ່ຢາກເປີດໃຫ້ ເປັນເຂດທ່ອງທ່ຽວເທື່ອ ສຳລັບ ຄົນຕ່າງປະເທດ. ເນື່ອງຈາກ ບຸຄລາກອນ ທີ່ຈະມາດູແລ ນັກທ່ອງທ່ຽວມີຈຳກັດ ໂຮງໝໍ ແລະ ຮ້ານຄ້າບໍຣິການ ຫລືຮ້ານອາຫານຕ່າງ ໆ ຍັງບໍ່ຫລາຍ ໃນເມື່ອສິ່ງອຳນວຍຄວາມ ສະດວກ ຍັງບໍ່ພ້ອມ ກໍ່ລໍຖ້າໄປອີກສອງ ຫາສາມປີ.