ປະຊຸມແກ້ໄຂການສໍ້ຣາສ ໃນລາວ

ບັນຫາ ການສໍ້ຣາສ ບັງຫລວງ ໃນລາວ ເປັນ ສິ່ງທີ່ ແກ້ໄຂ ຍາກ.

ປະຊຸມແກ້ໄຂການສໍ້ຣາສ ໃນລາວ RFA

 

ບັນຫາການສໍ້ຣາສບັງຫລວງໃນລາວ ເປັນສິ່ງທີ່ແກ້ໄຂຍາກ ແລະເພີ້ມຂື້ນເລື້ອຍໆ ໂດຍທີ່ທາງການລາວບໍ່ສາມາດເຮັດຫຍັງໄດ້ເຖິງວ່າໄດ້ປະ ກາດຈະເອົາມາຕການຕ່າງໆເພື່ອໃຫ້ຫລຸດຜ່ອນ ການສໍ້ໂກງກໍດີ.

ໃນລະຫ່ວາງທ້າຍເດືອນຕຸລາ 2013 ອົງການກວດສອບແຫ່ງຣັຖ ກໍອອກຖແລງວ່າການຫົ່ວໄຫລ ຂອງການເກັບພາສີລາຍໄດ້ຍັງສູງຢູ່ ໂດຍ ສະເພາະຢູ່ໃນພາກສ່ວນຄຸ້ມຄອງທີ່ດິນ ການລັກລອບຕັດໄມ້ ແລະອື່ນໆ ອັນເຮັດໃຫ້ລາຍໄດ້ຂອງປະເທດ ບໍ່ໄດ້ຕາມເປົ້າໝາຍ.

ກອງປະຊຸມພູມີພາກ ວ່າດ້ວຍການຕໍ່ຕ້ານການສໍ້ຣາສບັງຫລວງ ຢູ່ນະຄອນຫລວງວຽງຈັນ ວັນພະຫັດ ວັນທີ 15 ພຶສຈິກາ ທີ່ ລາວເປັນເຈົ້າ ພາບນັ້ນ ທ່ານ ອາສັງ ເລົ່າລີ ຮອງນາຍົກຣັຖມົນຕຣີ ໄດ້ກ່າວຢໍ້າວ່າ ການສໍ້ຣາສບັງຫລວງ ເປັນພັຍນາບຂູ່ຕໍ່ຄວາມໝັ້ນຄົງຂອງຊາຕ ແລະ ທວງດຶງການພັທນາ.

ທ່ານໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມປະຊຸມ ປະມານ 200 ຄົນ ຮ່ວມທັງຜູ້ຕາງໜ້າຂອງ 10 ປະເທດໃນອາຊຽນ ແລະຜູ້ຕາງໜ້າ ອົງການສາກົນໃຫ້ ຊາບວ່າ ທາງການລາວຖືວ່າວຽກງານການກວດລ້າງ ການສໍ້ໂກງ ເປັນວຽກງານທີ່ຮີບດ່ວນ ແລະວ່າທາງການລາວ ໄດ້ອອກກົດໝາຍຫລາຍ ສະບັບ ເພື່ອຕໍ່ຕ້ານ "ການສໍ້ຣາສບັງຫລວງ".

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org