ກວາງຕຸ້ງ RISING ຈີນສເນີຊຶ້ ບໍ່ຄຳ ແພນອອສ

ສິດນີ
2014.05.14
F-pan-aust ການຂຸດຄົ້ນ ບໍ່ຄໍາບໍ່ເງີນ ຂອງບໍຣິສັດ ແພນອອສທ໌ ຢູ່ບ້ານ ຫ້ວຍຊາຍ ທີ່ໄດ້ເລີ້ມ ການຜລິດ ມາແຕ່ກາງເດືອນ ເມສາ ປີ 2012.
panaust

 

ກຸ່ມ ບໍຣິຫານ ສິນຊັບ ກວາງຕຸ້ງ RISING ທີ່ ເປັນ ເຈົ້າຂອງ ໂດຍ ນັກລົງທຶນ ຈີນ ໄດ້ ສເນີ ປະມູນ ຊຶ້ບໍ່ຄຳ ແພນອອສ ຂອງ ອອສເຕຣເລັຍ ໃນລາວ ໃນ ຈຳນວນ ເງິນສົດ 1 ຕຶ້ 4 ຮ້ອຍ ລ້ານ ໂດລາ.

ແຕ່ ບໍຣິສັດ ແພນອອສ ບໍ່ຕົກລົງ ຂາຍໃຫ້ ເພາະ ຄິດວ່າ ຕ່ຳ ເກີນໄປ ແຕ່ໄດ້ ຕົກລົງ ໃຫ້ຜູ້ຖືຫຸ້ນ ຂອງ ບໍຣິສັດ ກວາງຕຸ້ງ ເຂົ້າເຖິງ ຂໍ້ມູນ ຂ່າວສານ ທາງດ້ານ ການເງິນ ຂອງ ບໍຣິສັດ ໄດ້, ເຮັດໃຫ້ ຣາຄາ ຫຸ້ນ ຂອງ ບໍຣິສັດ ແພນອອສ ທີ່ ຕລາດ ຫລັກຊັບ ທີ່ ນະຄອນ ສິດນີ ຕົກຕ່ຳ ເຖີງ 2 ໂດລາ 12 ເຊັນ ຕໍ່ 1 ຫຸ້ນ ໃນມື້ວານ ນີ້ ເປັນຍ້ອນວ່າ ນັກ ລົງທຶນ ເປັນຫ່ວງ ກ່ຽວກັບ ຊຶ້-ຂາຍ ດັ່ງກ່າວ.

ຖ້າ ການຊື້-ຂາຍ ຫາກ ສຳເຣັດ ບໍຣິສັດ ສິນຊັບ ກວາງຕຸ້ງ ຂອງຈີນ ຈະສາມາດ ຄວບຄຸມ ບໍ່ແຮ່ ໃນລາວ ແລະ ໃນປະເທດ ປາປົວ ນິວກີນີ ຂອງ ບໍຣີສັດ ແພນອອສ ຊຶ່ງ ເປັນບໍ່ຄຳ ແລະ ທອງແດງ ທີ່ ບໍ່ທັນ ພັທນາ ທີ່ໃຫຍ່ ທີ່ສຸດ ໃນໂລກ.

ວ່າງປີ ຜ່ານມາ ບໍຣິສັດ ແພນອອສ ໄດ້ຕົກລົງ ຊຶ້ບໍ່ ດັ່ງກ່າວ ໃນປະເທດ ປາປົວ ນີວກີນີ ຈາກ ບໍຣິສັດ Glencore Xstrata ໃນຈຳນວນ ເງິນ 1 ຕື້ 8 ຮ້ອຍ ລ້ານ ໂດລາ ຊຶ່ງ ການຊຶ້ຂາຍ ໄດ້ ຕົກລົງ ກັນ ວ່າງເດືອນ ກັນຍາ ຜ່ານມາ.

ວ່າງ ສາມ-ສີ່ ປີ ຫລັງໆ ມານີ້ ບໍຣິສັດ ມິນເມໂຕ ຂອງຈີນ ກໍໄດ້ຊຶ້ ບໍ່ຄຳ ທີ່ ເຊໂປນ ຈາກ ບໍຣິສັດ ໂອຊີອານາ ຂອງ ອອສເຕຣເລັຍ ໃນຈຳນວນ ເງິນຫລາຍ ພັນ ລ້ານ ໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.