ເສັ້ນທາງ ຕານມີໄຊ-ສີເກີດ, ພວມເຈຣະຈາ ຣາຄາ

ມະ​ນີ​ຈັນ
2016.07.13
F-Dongdok ເສັ້ນທາງໃນເຂດມະຫາວິທຍາໄລແຫ່ງຊາດ
RFA

ຫລັງຈາກ ທີ່ປະທານ ບໍຣິສັດ ລາວເວີນ ວິສາວະກຳ ແລະ ກໍ່ສ້າງ ຈຳກັດ, ທ່ານ ສັກໄຊ ວົງມາລາສິດ, ໄດ້ຂຽນຈົດ ໝາຍເຖິງ ຣັຖບານ ໃນວັນທີ 28 ມິຖຸນາ ເພື່ອຂໍຖອນຕົວ ອອກຈາກ ການລົງທຶນ ກໍ່ສ້າງເສັ້ນທາງ ແຕ່ສີ່ແຍກ ໄຟແດງຕານມີໄຊ ໄປຫາ ສາມແຍກສີເກີດ.

ຫລ້າສຸດ ໃນວັນທີ 1 ກໍຣະກະດາ, ຫ້ອງວ່າການ ສຳນັກງານ ນາຍົກຣັຖມົນຕຼີ ມີໜັງສືແຈ້ງການເຖິງ ກະຊວງແຜນການ ແລະ ການລົງທຶນ ເພື່ອໃຫ້ມີ ການເຈຣະຈາ ຕໍ່ລອງມູນຄ່າ ການກໍ່ສ້າງ ເສັ້ນທາງ ດັ່ງກ່າວ ກັບບໍຣິສັດ ລາວເວີນ ວິສາວະກຳ ແລະ ກໍ່ສ້າງຈຳກັດ.

ລາຄາ ທີ່ຣັຖບານ ຕັ້ງເອົາໄວ້ແມ່ນ 45 ລ້ານ ໂດລາ ລວມອັດຕຣາ ດອກເບັ້ຍ 3.5 ເປີເຊັນ, ເວລາ ໃນການໃຊ້ໜີ້ ແມ່ນ 7 ປີ, ແລະ ໃນກໍລະນີ ບໍ່ສາມາດ ຕົກລົງກັນໄດ້ ແມ່ນໃຫ້ກະຊວງແຜນການ ແລະ ການລົງທຶນ ໃຫ້ຣາຍງານ ຣັຖບານ ເພື່ອພິຈາລະນາ, ອີງຕາມແຈ້ງການ.

ນອກຈາກນີ້ ແຈ້ງການ ຍັງລະບຸ ອີກວ່າ ທຸກໆໂຄງການລົງທຶນ ຂອງຣັຖ ຕ້ອງປະຕິບັດຕາມກົດໝາຍ ວ່າດ້ວຍ ການລົງທຶນ ຂອງຣັຖ ຢ່າງເຂັ້ມງວດ ໝາຍຄວາມວ່າ ຕ້ອງໄດ້ມີການປະມູນ ແບບເປີດກ້ວາງ, ໂປ່ງໄສ ສາມາດ ກວດສອບໄດ້, ມີຄວາມສເມີພາບ ແລະ ຍຸຕິທັມ.

ເຖິງຢ່າງໃດກໍຕາມ, ຜົນຂອງການເຈຣະຈາ ຍັງບໍ່ທັນ ໄດ້ປະກາດອອກມາ ວ່າ ທັງສອງຝ່າຍ ຈະສາມາດ ຕົກລົງກັນໄດ້ ຫລື ບໍ່. ກ່ຽວກັບ ການເຈຣະຈາ ເຣື່ອງຣາຄາ ລະຫວ່າງ ຣັຖບານ ກັບ ບໍຣິສັດ ມີຂຶ້ນ ນັບແຕ່ເດືອນພຶສພາ ແລ້ວຫລາຍຄັ້ງ, ອີງຕາມ ໜັງສືແຈ້ງການ ຂອງບໍຣິສັດ.

ເສັ້ນທາງ ດົງໂດກ ມີຄວາມຍາວ ປະມານ 9 ກິໂລແມັດ ແລະ ກວ້າງ 28 ແມັດ ໃນປັດຈຸບັນ ມີສະພາບເປ່ເພ ແລະ ຣັຖບານ ໄດ້ອອກ ງົປມານສຸກເສີນ ສ້ອມແປງ ໃນລະຫວ່າງລະດູຝົນ ປີນີ້.

ກ່ຽວກັບ ຂໍ້ມູນເພີ້ມຕື່ມ, ເອເຊັຍເສຣີ ເຄີຍຕິດຕໍ່ ສຳພາດ ທ່ານ ແພງ ດວງເງິນ, ຫົວໜ້າກົມຂົວທາງ, ຫລາຍເທື່ອ, ແຕ່ວ່າ ທ່ານ ບໍ່ຮັບໂທຣະສັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.