ເງື່ອນໄຂສໍາລັບລາວນອກ ຂອງ ທາງການລາວ
2018.04.04
ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ພົບພໍ້ແລະໂອ້ລົມກັບຊາວລາວ ຢູ່ປະເທດອອສເຕຣເລັຽ ໃນຣະຍະເວລາທີ່ທ່ານໄປຮ່ວມ ກອງປະຊຸມ ສຸດຍອດ ອອສເຕຣເລັຽ-ອາຊຽນ ໃນມື້ວັນທີ 15-19 ມິນາ ຜ່ານມາ ທີ່ນະຄອນຊິດນີ ປະເທດ ອອສເຕຣເລັຽ ວ່າໃນປັດຈຸບັນ ຣັຖບານລາວ ໄດ້ໃຫ້ສິດທິພິເສດ ສຳລັບຄົນເຊຶ້ອຊາດລາວ ຢູ່ຕ່າງປະເທດ ຜູ້ທີ່ຢາກໄປປະກອບສ່ວນ ໃນການພັທນາສ້າງສາ ປະເທດຊາດ, ໄປຢ້ຽມຢາມ ຫລືໄປຢູ່ລາວແບບຖາວອນໄດ້ ຢ່າງສະດວກສະບາຍ.
ທ່ານວ່າ ແຕ່ໃດໆມາ ພັກປະຊາຊົນປະຕິວັດລາວ ແລະຣັຖບານລາວ ຖືຄົນເຊຶ້ອຊາດລາວ ຢູ່ຕ່າງປະເທດ ຍັງເປັນຄົນລາວເຫມືອນເດີມ ບໍ່ສາມາດແຍກອອກຈາກກັນໄດ້. ກຸ່ມຄົນລາວຢູ່ຕ່າງປະເທດ ຖືວ່າເປັນແຮງນຶ່ງ ໃນການຊຸກຍູ້ການພັທນາສ້າງສາ ປະເທດຊາດ ຮ່ວມທັງ ເປັນຂົວເຊຶ່ອມຕໍ່ ໃນການພົວພັນກັບຕ່າງປະເທດ ເປັນຕົ້ນປະເທດ ທີ່ຂະເຈົ້າອາສັຍຢູ່.
ທ່ານ ທອງລຸນ ເວົ້າວ່າ ພັກແລະຣັຖ ມີນະໂຍບາຍ ມາແຕ່ຕົ້ນໃນການຊັກຊວນ ແລະໃຫ້ຄວາມສະດວກ ແກ່ຄົນເຊຶ້ອສາຍລາວ ໃນຕ່າງ ປະເທດ ໃນການໄປຢ້ຽມຢາມຍາດພີ່ນ້ອງ ແລະປິຕູພຸມ ບ້ານເກີດເມືອງນອນຂອງຕົນ ໄປຮ່ວມສລອງວັນສຳຄັນ ຂອງຊາດ ແລະເຂົ້າຮ່ວມ ການພັທນາ ບ້ານເກີດເມືອງນອນຂອງຕົນ.
ກຸ່ມຄົນລາວຈຳນວນ 50 ຄົນ ທີ່ ທ່ານທອງລຸນ ພົບພໍ້ທີ່ອອສເຕຣເລັຽນັ້ນ ນຳໂດຍຕົວແທນ ແນວລາວສ້າງຊາດ ປະຈຳປະເທດ ອອສເຕຣເລັຽ ຍານາງ ໄພວັນ ພູມີນ ພົນເສນາ.
ກ່ຽວກັບເຣື້ອງນີ້ ທ່ານ ວັນໄຊ ໄຊເສນາ ເຈົ້າຫນ້າທີ່ຜແນກພົວພັນ ກັບຄົນເຊຶ້ອຊາດລາວ ຢູ່ຕ່າງປະເທດ ກະຊວງການຕ່າງປະເທດ ສປປລາວ ເວົ້າວ່າ ທາງການລາວ ມີນະໂຍບາຍພິເສດ ສຳລັບຄົນລາວຢູ່ຕ່າງປະເທດ ຫລາຍຢ່າງ ນຶ່ງໃນນັ້ນກໍແມ່ນ ຄົນເຊຶ້ອສາຍລາວ ອາຍຸຕ່ຳກວ່າ 15 ປີ ລົງມາແລະສຸງກວ່າ 64 ປີ ຂຶ້ນໄປ ຈະບໍ່ໄດເສັຽຄ່າວິຊາ ເຂົ້າໄປລາວ. ແລະຜູ້ທີ່ມີອາຍຸ ປານກາງ ຫລືອາຍຸເຮັດວຽກ ກໍສາມາດເຂົ້າລາວ ໄດ້ໂດຍບໍ່ໄດ້ເສັຽຄ່າວິຊາ ຖ້າຂໍໃນສະຖານທູດລາວ ຫລືກົງສູນລາວຢູ່ປະເທດ ທີ່ຕົນອາສັຍຢູ່. ແຕ່ສຳລັບຜູ້ທີ່ຂໍວິຊາ ໃນປະເທດທີສາມ ຈະບໍ່ຖືກຍົກເວັ້ນ.
ໃນປະເດັນທີ່ວ່າ ຄົນເຊຶ້ອຊາດລາວ ຢູ່ຕ່າງປະເທດ ຜູ້ທີ່ຢາກແຕ່ງງານກັບຄົນລາວໃນລາວ ຈະຕ້ອງໄດ້ຜ່ານຂັ້ນຕອນ ງ່າຍກວ່າຄົນຕ່າງຊາດ ທີ່ບໍ່ເປັນຄົນລາວ ຈາກປະເທດອຶ່ນໆ.
ສຳລັບນະໂຍບາຍ ທີ່ຄົນເຊຶ້ອສາຍລາວ ຢູ່ຕ່າງປະເທດ ຕ້ອງການຢາກຢູ່ລາວ ແບບຖາວອນຫລື PERMANENT RESIDENT ທ່ານ ວັນໄຊ ເວົ້າວ່າຄົນລາວຢູ່ຕ່າງປະເທດ ຕ້ອງມີຜູ້ຄ້ຳປະກັນໃນລາວ ທີ່ເປັນຍາດພີ່ນ້ອງ ຫຼືຄູ່ຮ່ວມທຸຣະກິດຫຼືອື່ນໆໃນລາວ ຜູ້ທີ່ຈະສາມາດ ຄ້ຳປະກັນປວັດ ຖານະແລະໃຫ້ຂໍ້ມູນ ໃນການຍື່ນຫນັງສືນັ້ນໄດ້. ຫລາຍຄົນໄດ້ຮັບ ອະນຸມັດຖານະ ດັ່ງກ່າວ ຈາກທາງການລາວແລ້ວ.
ສິດທິພິເສດອີກອັນນຶ່ງ ທີ່ລາວນອກຈະໄດ້ຮັບ ກໍແມ່ນວ່າ ຖ້າຕ້ອງການຂໍສັນຊາດລາວຄືນ ເປັນຄົນລາວ ກົດຣະບຽບກໍງ່າຍກວ່າເກົ່າ ບໍ່ມີ ຂໍ້ກຳນົດຫລາຍແບບ ທີ່ຜ່ານມາ ເປັນຕົ້ນ ເວລາອາສັຍຢູ່ລາວ ກ່ອນຈະຍື່ນຄຳຮ້ອງໄດ້ ກໍສັ້ນກວ່າທີ່ຜ່ານມາ ນອກຈາກນັ້ນກໍມິສິດຊື້ທີ່ດິນ ບ້ານເຮືອນ ການລົງທຶນແລະການດຳເນີນທຸຣະກິດ ໃນລາວ ກໍງ່າຍແລະສະດວກ ຊຶ່ງໃນປັດຈຸບັນ ຫນ່ວຍງານທີ່ກ່ຽວຂ້ອງ ກໍໄດ້ພາກັນຮ່າງ ແລະດັດແປງກົດຫມາຍ ກ່ຽວກັບສິດທິ ດັ່ງກ່າວ ເພື່ອໃຫ້ສະພາແຫ່ງຊາດ ລົງມະຕິ ໃນກອງປະຊຸມສະພາ ໃນຊຸດຊີ່ມາເພື່ອການປະຕິບັດໃຊ້.
ໃນປັດຈຸບັນຄາດວ່າ ມີຄົນເຊຶ້ອສາຍລາວ ຢູ່ຕ່າງປະເທດກວ່າ 9 ແສນຄົນ ສ່ວນໃຫຍ່ຈະຢູ່ ໃນສະຫະຣັດ ຊຶ່ງໃນອອສເຕເຣັຽ ມີປະມານ 15 ພັນຄົນ ສ່ວນເຫລືອແມ່ນຢູ່ ການາດາ ຝຣັ່ງເສດ ອັງກິດ ແລະອຶ່ນໆ ຫລາຍຄົນກໍມີອາຍຸບຳນານ ແລະຫລາຍຄົນ ກໍຢາກກັບໄປລາວ.
ເຈົ້າຫນ້າທີ່ກະຊວງຕ່າງປະເທດ ສປປລາວ ຜູ້ທີ່ບໍ່ປະສົງອອກຊື່ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີວ່າ ຣັຖບານລາວຍິນດີ ຕ້ອນຮັບລາວນອກ ທຸກຄົນ ຜູ້ທີ່ຢາກກັບບ້ານ ແຕ່ຕ້ອງປະຕິບັດຕາມກົດຫມາຍ ຄົນເຂົ້າເມືອງແບບຄົນຕ່າງດ້າວ ຊຶ່ງຣັຖບານລາວ ໄດ້ຮ່າງໄວ້ແບບພິເສດ ສຳລັບລາວນອກ. ດັ່ງທ່ານກ່າວໃນຕອນນື່ງວ່າ:
"ຖ້າຫາກວ່າ ຄົນລາວຢູ່ຕ່າງປະເທດ ຢາກມາອາສັຍຢູ່ລາວແບບຖາວອນຣະຍະຍາວ ຄວາມຈິງ ນະໂຍບາຍ ມັນກໍ່ເຈາະໂຈງ ແບບລວມໆ ໃຜຢາກມາກໍໄດ້ ອາຍຸສູງຫລືຄົນລຸ້ນຫນຸ່ມ ຜູ້ທີ່ມີທຸຣະກິດ ຢາກມາຢູ່ຣະຍະຍາວ ຫລືວ່າຢູ່ແບບຖາວອນໄດ້."
ກ່ຽວກັບບັນຫາ ການຢູ່ລາວແບບຖາວອນ ຫລື PERMANENT RESIDENT ນັ້ນ ຕ້ອງໄດ້ມີການຄ້ຳປະກັນ ຈາກຄົນຢູ່ລາວແລະອາສັຍ ຢູ່ລາວຢ່າງນ້ອຍ 5 ປີ ຫລືໄປໆມາໆ ຈຶ່ງຈະສາມາດຍື່ນໄດ້ ທາງການຈະພິຈາຣະນາ ເປັນກໍຣະນີ ກໍຣະນີໄປ. ທ່ານກ່າວເພິ້ມວ່າ:
"ກໍຕ້ອງມີຜູ້ຄ້ຳປະກັນຢູ່ລາວ ຈະເປັນຍາດພີ່ນ້ອງ ຫລືຜູ້ຮ່ວມທຸຣະກິດ ຜູ້ຢູ່ຕ່າງປະເທດ ກໍຕ້ອງມີຫນັງສື ຄ້ຳປະກັນຖານະ ຈະມີ COPY PASSPORT ແລະ ໃບແຈ້ງໂທດແລະອື່ນໆ."
ທ່ານວ່າ ເງຶ່ອນໄຂອຶ່ນໆ ເປັນຕົ້ນການຊຶ້ທີ່ດິນ ບ້ານເຮືອນຫລືສິ່ງປຸກສ້າງຮ່ວມທັງການລົງທຶນ ການຝາກເງິນ ແລະການເຂົ້າ-ອອກ ປະເທດໃນນາມນັກທ່ອງທ່ຽວ ແລະອຶ່ນໆນັ້ນ ກໍມີຄວາມສະດວກສະບາຍ ກວ່າແຕ່ກ່ອນ ຍ້ອນຣັຖບານລາວ ໄດ້ດັດແປງ ກົດຫມາຍ ຫລາຍຢ່າງ.
ແຕ່ເຖິງຢ່າງໃດກໍຕາມ ທ່ານວ່າເງຶ່ອນໄຂດັ່ງກ່າວ ທັງຫມົດທີ່ກ່າວມາຂ້າງເທິງນີ້ ໃຫ້ທ່ານຖາມເອງ ທີ່ກະຊວງຕ່າງປະເທດຜແນກພົວພັນ ກັບຄົນເຊຶ້ອຊາດລາວ ຢູ່ຕ່າງປະເທດ. ທ່ານຈະໄດ້ຣາຍລະອຽດກວ່າ ເພາະວ່າ ກໍຣະນີ ຂອງແຕ່ລະຄົນ ບໍ່ຄືກັນ.
ໃນຂນະດຽວກັນ ກຸ່ມນອກຫລາຍກຸ່ມ ກໍເວົ້າວ່າ ເປັນການຍາກທີ່ຈະເຊື່ອ ທາງການລາວ ຍ້ອນມີຫລາຍບັນຫາ ເປັນຕົ້ນ:
1-ຣະບົບຍຸດຕິທັມໃນສານລາວ ຍັງບໍ່ມີການຄ້ຳປະກັນສິດທິ ຂອງຜູ້ຕ້ອງຫາ ຍັງມີທະນາຍຄວາມ ຖ້າມີບັນຫາເກີດຂຶ້ນ ຫລືວ່າຖ້າມີຄົນ ຫາເຣຶ້ອງໃສ່
2-ສປປລາວ ຍັງປົກຄອງ ແບບຜະເດັດການ ພັກ ຄອມມຸນິດພັກໂທນພັກດຽວ ອຳນາດທຸກຢ່າງຂຶ້ນກັບພັກຣັດ ເຈົ້າຫນ້າທີ່ລາວຢາກເຮັດ ຫຍັງກໍໄດ້
3-ສປປລາວ ຍັງຂາດຄວາມໂປ່ງໃສ ຂາດປະຊາທິປະຕັຍ ແລະຂາດການຮັບຟັງຄຳຮຽກຮ້ອງ ຂອງປະຊາຊົນ ຫຼືຄົນຕ່າງຊາດ ຜູ້ທີ່ມີບັນຫາ ໃນລາວ
4-ລາວນອກ ກາຍເປັນເປົ້າສາຍຕາ ຂອງເຈົ້າຫນ້າທີ່ລາວ ຜູ້ທີ່ສິ້ງຊອມ ການໄປມາແລະການພົວພັນ ກັບກຸ່ມອຶ່ນໆໃນລາວ ເປັນຕົ້ນຄົນ ຕ່າງຊາດ ຊຶ່ງເຈົ້າຫນ້າທີລາວ ບາງຄົນ ຍັງຖືລາວນອກ ວ່າເປັນສັດຕູຂອງພັກຣັດຢູ່.
5-ສປປລາວ ຍັງບໍ່ຮັບສິດທິການສະແດງອອກ ການປາກເວົ້າ ແລະການໂອ້ລົມກັນ ແບບເສຣີ ແລະສິດທິອື່ນໆ
6-ແລະບັນຫາອື່ນໆຫລາຍບັນຫາ ທີ່ຍັງຂາດຄວາມເຊື່ອຫມັ້ນ ຂອງກຸ່ມລາວນອກ ເປັນຕົ້ນກຸ່ມທີ່ເຄີຍ ປະທ້ວງແລະຕ້ານ ພັກຣັດມາກອ່ນ.
7-ບັນຫາສຸດທ້າຍ ກໍແມ່ນວ່າ ເຈົ້າຫນ້າທີ່ລາວ ຍັງຖືວ່າ ລາວນອກ ເປັນປໍຣະປັກຂອງຣັຖບານລາວຢູ່.
ເຖິງຢ່າງໃດກໍຕາມ ນັກວິເຄາະເວົ້າວ່າ ເປັນການດີ ທີ່ທາງການລາວອອກນະໂຍບາຍໃຫມ່ ໃຫ້ກັບລາວນອກເທື່ອນີ້ ແຕ່ອາດຈະຊ້າເກີນໄປ ຍ້ອນວ່າຖ້າຫມົດລຸ້ນນີ້ ຊຶ່ງໃນປັດຈຸບັນນີ້ກໍອາຍຸກວ່າ 60 ປາຍປີແລ້ວ ຫຼາຍຄົນກໍເສັຽຊິວິດໄປແລ້ວ ຖ້າຍັງມີຢູ່ ກໍລຳບາກ ໃນການໄປມາ ແມ້ແຕ່ການໄປຢ້ຽມຢາມລາວ ກໍຍາກ, ຄົນລາວລຸ້ນໃຫມ່ ຫລືຄົນລາວທີ່ເກີດຢູ່ຕ່າງປະເທດ ຈະບໍ່ກັບເມືອລາວ ອີກແລ້ວ ຫລາຍຄົນຍັງບໍ່ຮູ້ວ່າ ປະເທດລາວເປັນຢ່າງໃດ ແລະ ບາງຄົນກໍເວົ້າພາສາລາວ ບໍ່ໄດ້.