ຣັຖບານຫຼຸດຄ່າໄຟຟ້າ ຮອດທ້າຍປີ

ຣັຖບານລາວ ເຫັນດີ ໃຫ້ຫລຸດຄ່າ ໄຟຟ້າ ຈົນຮອດ ເດືອນ ທັນວາ ປີ 2020.

ຣັຖບານລາວ ເຫັນດີ ໃຫ້ຫລຸດຄ່າ ໄຟຟ້າ ຈົນຮອດ ເດືອນ ທັນວາ ປີ 2020. (ຮູບພະນັກງານ ໄຟຟ້າລາວ ອອກສ້ອມແປງ ອຸປກອນເຄື່ອງໄຟຟ້າ) ນັກຂ່າວພົລເມືອງ

ຫຼັງຈາກຫ້ອງວ່າການສຳນັກງານນາຍົກຣັຖມົນຕຼີ ເຫັນດີໃຫ້ປະຕິບັດນະໂຍຍາຍ ຫຼຸດຄ່າໄຟຟ້າ ໃນໄລຍະການແຜ່ຣະບາດໂຄວິດ-19 ສຳລັບພາກທີ່ຢູ່ອາສັຍ, ຊາວລາວຈຳນວນນຶ່ງ ກໍມີຄວາມຫວັງວ່າ ຄ່າໄຟຟ້າຈະຫລຸດລົງ. ຊາວນະຄອນຫລວງວຽງຈັນ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 16 ກໍຣະກະດາ ວ່າ:

"ຄັນເພິ່ນເວົ້າວ່າ ເພິ່ນຈະຫລຸດໃຫ້ຕິເນາະ ນາຍົກກະປະກາດອອກມາແລ້ວເນາະ ຄິດວ່າ ກະມີການປັບປຸງໂຄງສ້າງ ຢູ່ໃນການຈັດຕັ້ງ ຂອງເພິ່ນ ຄິດວ່າມັນໜ້າຈະມີການປ່ຽນແປງ ມີຄວາມຫວັງຢູ່ເນາະ ເພິ່ນກະເຮັດວຽກຢູ່ ຫາກອາດຈະຊັກຊ້າບໍ່ ຫລືວ່າ ອີ່ຫຍັງ ເພາະວ່າ ຊ້ວງນີ້ກະຄົນທ້ວງ."

ຍານາງກ່າວຕື່ມວ່າ ນັບຕັ້ງແຕ່ກອງປະຊຸມສະໄໝສາມັນ ເທື່ອ 9 ຂອງສະພາແຫ່ງຊາດ ຊຸດທີ 8 ໄດ້ສຳເຣັດລົງ ລາວກໍໄດ້ຕິດຕາມຂ່າວ ຄວາມຄືບໜ້າ ຂອງການຫລຸດຄ່າໄຟຟ້າຢູ່ ຕລອດ ແຕ່ກໍຍັງບໍ່ທັນເຫັນ ການປະຕິບັດ ຕົວຈິງ ແລະ ກໍເຫັນຊາວບ້ານຫຼາຍຄົນ ພາກັນ ຈົ່ມເຣື່ອງຄ່າໄຟຟ້າເລື້ອຍໆ.

ແຕ່ຊາວລາວອີກທ່ານນຶ່ງ ກໍກ່າວວ່າບໍ່ເຊື່ອວ່າ ຄ່າໄຟຟ້າຈຸດຫລຸດລົງແທ້ ຍ້ອນວ່າ ທີ່ຜ່ານມາທາງການລາວ ເຄີຍເວົ້າຫຼາຍເທື່ອແລ້ວ.

"ເພາະວ່າຫຼາຍເທື່ອແລ້ວເພິ່ນເວົ້າວ່າ ເພິ່ນຈະຫລຸດລາຄາ ແຕ່ວ່າເທື່ອນີ້ເປັນເທື່ອສຸດທ້າຍແຫຼະ ຜູ້ໃດກະຈົ່ມມອງເບິ່ງກ່ອນ ຫຼາຍປີແລ້ວເວົ້າ ນະ ເສີຍເປັນປົກກະຕິ ຢູ່ຜ່ານມານີ້ ມີແຕ່ຟັງ ເບິ່ງແຕ່ວ່າໝົດເດືອນນີ້ ເພິ່ນຊິວ່າແນວໃດ ບໍ່ຫລຸດກະແປວ່າຕົວະຫັ້ນແຫຼະ."

ສ່ວນວ່າຜູ້ປະກອບການ ຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫຼວງພະບາງ ທີ່ໃຊ້ໄຟຟ້າຫຼາຍກ່ວາ 462 ກິໂລວັດໂມງ ຕໍ່ເດືອນ ຄົງຈະບໍ່ເສັຍຄ່າໄຟຟ້າຫລຸດລົງ, ດັ່ງຜູ້ປະກອບການຮ້ານ ອາຫານກ່າວວ່າ:

"ກະປົກກະຕິ ຫລຸດກະຫລຸດໜ້ອຍດຽວ ເພາະວ່າ ຂ້ອຍເປັນໄຟຟ້າ ທຸຣະກິດ ມັນກະບໍ່ໄດ້ຫລຸດຄືຜູ້ອື່ນ ມັນຈະລາຄາແພງກວ່າຜູ້ອື່ນ ຫັ້ນນະ ມື້ນຶ່ງລະ 7 ຊົ່ວໂມງ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາຫ້ອງການ ສຳນັກງານນາຍົກຣັຖມົນຕຼີ ແລະ ກະຊວງພະລັງງານ ແລະບໍ່ແຮ່ ເພື່ອຖາມຣາຍລະອຽດເພີ່ມເຕີມ ແຕ່ເຈົ້າໜ້າທີ່ ກ່ຽວຂ້ອງ ບໍ່ສະດວກໃຫ້ຄຳເຫັນ.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ກ່າວຢູ່ໃນກອງປະຊຸມ ສະໄໝສາມັນເທື່ອ 9 ຂອງສະພາແຫ່ງຊາດ ຊຸດ 8 ໃນວັນທີ 25 ມິຖຸນາ ຕອນນຶ່ງວ່າ:

"ຜູ້ຊົມໃຊ້ຕັ້ງແຕ່ 151 ກິໂລວັດໂມງ ມັນມີຮອດ 70 ກ່ວາເປີເຊັນພຸ້ນ 70 ກວ່າເປີເຊັນ ຫັ້ນແມ່ນພາກສ່ວນໃດ ແມ່ນປະຊາຊົນຜູ້ຣາຍຮັບ ບໍ່ສູງ ຜູ້ກິນເງິນເດືອນ ແລະ ອື່ນໆຢູ່ໃນນີ້ເຮົາໄດ້ ສະເໜີໃຫ້ປັບລົງ 50 ເປີເຊັນຕັ້ງແຕ່ 151 ຂຶ້ນເມືອຫາ 461 ແລະ ຕໍ່ໆໄປຫັ້ນໃຫ້ເປັນລາຄາດຽວ."

ແຈ້ງການຂອງສຳນັກງານ ນາຍົກຣັຖມົນຕຼີ ທີ່ອອກມາໃນວັນທີ 14 ກໍຣະກະດາ 2020 ໄດ້ຣະບຸວ່າ ຜູ້ໃຊ້ໄຟຟ້າແຕ່ 0-150 ກິໂລວັດໂມງ ຕໍ່ເດືອນ ໃຫ້ຄູນໃສ່ 355 ກີບ ຕໍ່ກິໂລວັດໂມງ. ຜູ້ໃຊ້ໄຟຟ້າຕັ້ງແຕ່ 151-461 ກິໂລວັດໂມງ ຕໍ່ເດືອນ ຈະໄດ້ເສັຽສ່ວນທີ່ເກີນຈາກ 150 ກິໂລວັດໂມງ ໃນລາຄາ 710 ກີບ ຕໍ່ກິໂລວັດໂມງ ແຕ່ຖ້າຜູ້ໃດໃຊ້ໄຟຟ້າແຕ່ 462 ກິໂລວັດໂມງ ຂຶ້ນໄປໃຫ້ຄູນ 710 ກີບ ຕໍ່ກິໂລວັດໂມງ ໝົດເລີຍ.

ໃນເວລາດຽວກັນ ຢູ່ໃນແຈ້ງການສະບັບນີ້ ຍັງໄດ້ຊີ້ແຈງຕື່ມວ່າ ໃຫ້ກະຊວງພະລັງງານ ແລະບໍ່ແຮ່ ສົມທົບກັບພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ໂຄງສ້າງລາຄາໄຟຟ້າ ໃນໄລຍະຍາວ ແລ້ວ ນຳສເນີໃຫ້ຣັຖບານ ພິຈາລະນາ ໃນເດືອນຕຸລາ 2020 ນີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org