ຊາວບ້ານວ່າຫຼຸດຄ່າໄຟ ດີກວ່າ ຄ່ານ້ຳ
2020.05.22
ຊາວບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຫຼຸດຄ່າໄຟຟ້າຫຼາຍກ່ວາຄ່ານ້ຳ 5 ເປີເຊັນ ຍ້ອນ ວ່າຄ່ານ້ຳແຕ່ລະເດືອນ 10 ພັນ ຫາ 20 ພັນ ກີບ. ແຕ່ຄ່າໄຟຟ້າ ເດືອນ ເມສາ ແພງຂຶ້ນຈາກ 1 ແສນປາຍກິບ ມາເປັນ 2 ແສນປາຍກີບ, ຊາວບ້ານໜອງພະຍາ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ພຶສພາ ວ່າ:
"ຄ່ານ້ຳປະປາ ເຮົາກໍພໍຈ່າຍໄດ້ແມ່ນບໍ່, ເດືອນນຶ່ງ 10 ປາຍພັນ 20 ພັນ ກໍມີແຕ່ຊ່ຳຫັ້ນ ເລື່ອງໃຊ້ໄຟຟ້າ ຄົນເຮົາກໍໃຊ້ປົກກະຕິແລ້ວ ແຕ່ວ່າ ຄ່າພະລັງງານມັນຂຶ້ນ ກໍຢາກໃຫ້ສົມແບບວ່າ ແບດເຕີຣີຂອງອາຊຽນ ກໍຢາກໃຫ້ຄິດເຫັນຈິດໃຈ ຄິດເຫັນປະຊາຊົນລາວ ເຮົານີ້ ຖ້າວ່າເພິ່ນມາ ລົງທຶນບໍ່ ໃຫ້ຄົນລາວໃຊ້ຫຼຸດລາຄາບໍ່ ໃຫ້ປະຊາຊົນເຮົາມີຣາຍໄດ້ ທາງອື່ນມາ ໃຫ້ໄປຈ່າຍແຕ່ທາງອື່ນບໍ່ ໃຫ້ຈ່າຍແຕ່ຄ່າໄຟນີ້ນ່າ."
ຊາວບ້ານສົມສະອາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຢາກໃຫ້ພາກສ່ວນກ່ຽວຂ້ອງ ຫຼຸດຄ່າໄຟຟ້າລົງ 50 ເປີເຊັນ ຫຼາຍກ່ວາຫຼຸດຄ່ານ້ຳ 5 ເປີເຊັນ ຍ້ອນວ່າປະຊາຊົນພາຍໃນບ້ານ 400 ຄອບຄົວບໍ່ໄດ້ໃຊ້ ນ້ຳປະປາ ແຕ່ໃຊ້ນ້ຳສ້າງແທນ ຈະບໍ່ໄດ້ຮັບຜົນປໂຍດ ຈາກການຫຼຸດ ຄ່ານ້ຳ 5 ເປີເຊັນ ແຕ່ຢ່າງໃດ.
"ບໍ່ແຫຼະ! ກໍບໍ່ໄດ້ຮັບຜົນປະໂຫຍດແຫຼະ ເຮົາບໍ່ໄດ້ໃຊ້ນ້ຳປະປາ ບໍ່ໄດ້ໃຊ້ນ້ຳນີ້ ສ່ວນຫຼາຍຢູ່ກຸ່ມບ້ານເຮົາ ມັນເປັນຊົນນະບົດບ້ານນອກເຮົາໃຊ້ ນ້ຳສ້າງບໍຣິໂພກ ກິນກໍນ້ຳດື່ມ, ໄຟຟ້າຄັນເປັນໄປໄດ້ ກໍຢາກໃຫ້ ຫຼຸດລົງຈັກເຄິ່ງພຸ້ນແຫຼະ, ເດືອນນຶ່ງ 50-60 ພັນ ກໍໃຫ້ເສັຍ 30 ກໍຍັງໄຄ."
ຊາວບ້ານຢາກໃຫ້ຫຼຸດຄ່າໄຟຟ້າຫຼາຍກວ່າ ຍ້ອນວ່າ ເດືອນເມສາ ທີ່ຜ່ານມາ ຄ່າໄຟແພງຂຶ້ນ 1 ແສນກີບ ມາເປັນ 1 ແສນ 50 ພັນກີບ ແລະເພື່ອ ຊ່ອຍຫຼຸດຜ່ອນຄ່າໃຊ້ຈ່າຍ ຂອງປະຊາຊົນພາຍໃນບ້ານ ທີ່ ສ່ວນໃຫຍ່ເປັນຄົນງານລາວ ທີ່ເຮັດວຽກຢູ່ໄທ, ແລ້ວກັບມາຢູ່ເຮືອນ.
ປັດຈຸບັນ ເຂົາເຈົ້າ ຍັງບໍ່ມີວຽກເຮັດງານທຳ ໃນໄລະຍການຣະບາດຂອງ ໂຄວິດ19 ແລະ ອີກຈຳນວນນຶ່ງ ກໍເຮັດໄຮ່-ເຮັດນາ, ແຕ່ເຂົາເຈົ້າບໍ່ ສາມາດເອົາຜົນຜລິດກະສິກັມ ໄປຂາຍຢູ່ດ່ານປະເພນີໄດ້ຄືເກົ່າ.
ຊາວບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ເຫັນດີທີ່ພາກສ່ວນກ່ຽວຂ້ອງ ປັບໂຄງສ້າງລາຄາ ກໍໃຫ້ຄ່າໃຊ້ຂຶ້ນ ມັນໃນໄລຍະນີ້ ເປັນທຸກໆປີ.
"ສ່ວນໂຕຢູ່ໃນເກນທີ່ໂອເຄຢູ່ ເພາະປົກກະຕິ ມີບັນຫາກັນຊ້ວງເດືອນ 4 ເດືອນ 5 ແລ້ວ ຈາກເດືອນ 6-7 ໄປ, ບໍ່ຄ່ອຍມີດອກ ມັນກໍເປັນ ລັກສນະ ນີ້ທຸກປີຢູ່ແລ້ວ."
ຊາວບ້ານທ່ານນີ້ ກ່າວຕື່ມວ່າ ຫຼັງຈາກທີ່ມີການປັບໂຄງສ້າງລາຄາໄຟຟ້າ ຈາກ 6 ຂັ້ນ ມາເປັນ 2 ຂັ້ນ ລາວ ກໍໄດ້ເສັຍຄ່າໄຟຟ້າ 60 ພັນກີບ ຕໍ່ເດືອນ ຈາກທີ່ເຄີຍເສັຍ 20 ພັນ ກີບ ຕໍ່ເດືອນ ເພາະວ່າ ໄລຍະນີ້ ອາກາດຮ້ອນ ສ່ວນວ່າລາຄານ້ຳກໍເສັຍ 20 ພັນ ກີບ ຕໍ່ເດືອນ.
ສ່ວນວ່າເລື່ອງຄ່ານ້ຳ ຣັຖວິສາຫະກິດ ນ້ຳປະປາ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ໄດ້ອອກແຈ້ງການຫຼຸດຄ່າ ນ້ຳປະປະ ໃຫ້ຜູ້ ຊົມໃຊ້ປະເພດຄົວເຮືອນ ທົ່ວໄປຊຶ່ງເປັນລູກຄ້າປະເພດ1 ແຕ່ເດືອນພຶສພາ ຫາ ເດືອນກໍຣະກະດາ ແລະ ເລື່ອນເວລາຊຳຣະ ນ້ຳປະປາ ອອກໃຫ້ຈາກ 2 ເດືອນ ເປັນ 3 ເດືອນ ເພື່ອຊ່ວຍຫລຸດຜ່ອນຜົນກະທົບໂຄວິດ19.
"5 ເປີເຊັນ ເດືອນ 5,6,7 ເດ້ ຕາມເຮົາລົງແຈ້ງການ ແລະເຮົາຜ່ອນຈາກວ່າ ການຊຳຣະເຄີຍຕິດໜີ້ 2 ເດືອນ ເຮົາຈະຫຼຸດຜ່ອນເປັນກາຍ ໃຫ້ເພີ່ມອີກເປັນ 3 ເດືອນ ຈັ່ງຊີ້ນາ."
ຍາງນາງ ກ່າວອີກວ່າ ສ່ວນລູກຄ້າປະເພດ 2 ແລະ 3 ແມ່ນ ສຳນັກງານອົງການພັກ-ຣັຖ ແລະ ຫົວໜ່ວຍທຸຣະກິດ ໂຮງຈັກ ໂຮງງານ ຮ້ານອາຫານ ແມ່ນຍັງຄິດໄລ່ປົກກະຕິ ແຕ່ຈະເລື່ອນເວລາ ຊຳຣະຄ່ານ້ຳ ປະປາອອກໄປຈາກ 2 ເດືອນ ເປັນ 3 ເດືອນ ເທົ່ານັ້ນ ຊຶ່ງ ຈະເລີ້ມປະຕິບັດ ແຕ່ເດືອນພຶສພາ ຫາ ເດືອນກໍຣະກະດາ.