ນ້ຳມັນຂາດແຄນ ແຕ່ເຈົ້າໜ້າທີ່ຣັຖ ລະດັບສູງ ຍັງໄດ້ຮັບນ້ຳມັນ ອຸດໜຸນ
2022.05.18

ເຖິງແມ່ນວ່າ ຣັຖບານລາວ ພ້ອມທີ່ຈະຊອກຫາວິທີແກ້ໄຂບັນຫາ ນໍ້າມັນເຊື້ອເພີງຂາດແຄນ ພາຍໃນປະເທດ ແລະຍັງມີລາຄາສູງຢູ່ນີ້ກໍຕາມ ແຕ່ຣັຖບານ ກໍຍັງສນອງນໍ້າມັນຟຣີ ໃຫ້ແກ່ເຈົ້າໜ້າທີ່ພາກຣັຖລະດັບສູງຄືເກົ່າ ດ່ັງທີ່ເຄີຍປະຕິບັດມາ ເຊິ່ງການໃຫ້ນໍ້າມັນຟຣີ ແກ່ເຈົ້າໜ້າທີ່ພາກຣັຖນີ້ ກໍຂຶ້ນກັບຕໍາແໜ່ງຂອງເຈົ້າໜ້າທີ່ແຕ່ລະທ່ານນັ້ນນໍາດ້ວຍ ໃນຂະນະທີ່ ປະຊາຊົນລາວໃນຫຼາຍແຂວງ ຍັງປະສົບບັນຫາໃນການຊອກຫາຊື້ນໍ້າມັນຍາກ ແລະຖ້າຫາກປໍ້າໃດເປີດໃຫ້ບໍຣິການ ກໍພາກັນຫຼັ່ງໄຫຼໄປລຽນຄິວຖ້າຊື້ ຖ້າໃສ່ນໍ້າມັນກັນຢ່າງໜາແໜ້ນ ເຊິ່ງເຮັດໃຫ້ມີສະພາບແອອັດຫຼາຍ ຮວມທັງລໍຖ້າດົນນໍາອີກ ແລະບາງຄົນ ກໍຕ້ອງລໍຖ້າເປັນມື້ ກໍບໍ່ໄດ້ໃສ່ ບໍ່ໄດ້ຊື້ນໍ້າມັນກໍມີ.
ດັ່ງເຈົ້າໜ້າທີ່ພາກຣັຖທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 18 ພຶສພາ ນີ້ວ່າ:
“ເພິ່ນປະຕິບັດແນວໃດ ເພິ່ນກະຍັງປະຕິບັດແນວນັ້ນຢູ່ຫັ້ນແຫຼະເນາະ ອຸດໜຸນຊ່ວຍເລັກໆໜ້ອຍໆຊີື່ໆນີ້ດອກ ຜູ້ຮັບຜິດຊອບຂອບເຂດວຽກສູງ ກໍຈະໄດ້ຫຼາຍກວ່າໜ້ອຍນຶ່ງ ປະທານປະເທດ, ຮອງປະທານປະເທດເບາະ, ປະທານສະພາ, ນາຍົກ, ຮອງຣັຖມົນຕຣີ ມັນເປັນໄປແບບນັ້ນນ່າ ບໍ່ກໍານົດໄດ້ນ່າ ມັນເປັນແຕ່ລະຂັ້ນນ່າ ຂີ່ໄປການ ເຮົາບໍ່ໄປວຽກທາງອື່ນ ນີ້ກະຂ້ອນຂ້າງກະພໍແດ່ແຫຼະ.”
ທ່ານກ່າວຕື່ມວ່າ ສໍາລັບຕົນເອງ ກໍໄດ້ນໍ້າມັນຟຣີຈາກຣັຖບານບໍ່ຫຼາຍ ສເລັ່ຽແລ້ວມື້ນຶ່ງ ກໍຈະໄດ້ນໍ້າມັນຟຣີ ຢູ່ປະມານ 8 ພັນກີບ ເຊິ່ງກໍຍັງຕ້ອງໄດ້ໄປຊອກຊື້ນໍ້າມັນໃນປໍ້າ ມາໃສ່ຣົຖຂອງຕົນເອງຄືກັນ ເພາະນໍ້າມັນທີ່ຣັຖບານອຸດໜຸນໃຫ້ ບໍ່ພຽງພໍຕໍ່ຄວາມຕ້ອງການໃຊ້ ແຕ່ທີ່ທາງຣັຖບານໃຫ້ນໍ້າມັນຟຣີ ແກ່ເຈົ້າໜ້າທີ່ພາກຣັຖນີ້ ກໍຍ້ອນວ່າ ພາກຣັຖ ບໍ່ມີສວັດດີການ ຣົຖຮັບ-ສົ່ງພະນັກງານ:
“ທາງການໃຫ້ຕໍ່ນຶ່ງຫວາ 8 ພັນກະເອົາ ໃຫ້ 3 ລິດ ແຕ່ມື້ເກົ່າ ແຕ່ມາຄິດໃສ່ເງິນທຸກມື້ນີ້ກະບໍ່ພໍ ກະໄດ້ໄປຊື້ຢູ່ປໍ້າໃສ່ຫັ້ນແຫຼະ ເພິ່ນກະອຸດໜຸນນໍ້າມັນ ໃຫ້ເລັກໆໜ້ອຍໆນີ້ ອີງໃສ່ວ່າ ພວກເຮົາບໍ່ທັນມີ ຣົຖຮັບພະນັກງານເດ້ ຂີ່ສ່ວນຫຼາຍ ກະຂີ່ຣົຖສ່ວນຕົວ.”
ຂະນະທີ່ ເຈົ້າໜ້າທີ່ພາກຣັຖອີກທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ພາກຣັຖ ກໍຍັງສນອງນໍ້າມັນໃຫ້ແກ່ເຈົ້າໜ້າທີ່ຣັຖ ໃນຕໍາແໜ່ງສູງຄືເກົ່າ ບໍ່ໄດ້ມີການປ່ຽນແປງ ເຊັ່ນ: ຮອງຂແນງ ກໍຈະໄດ້ປະມານ 80,000 ກີບຕໍ່ເດືອນ, ນັກວິຊາການ ກໍຈະໄດ້ປະມານ 50 ພັນກີບຕໍ່ເດືອນ ແລະຣັຖບານ ກໍຍັງບໍ່ເຫັນຈະແນະນໍາ ຫຼືສົ່ງເສີມໃຫ້ພະນັກງານຣັຖ, ນັກຮຽນ ແລະປະຊາຊົນ ໃຫ້ໃຊ້ຣົຖເມ ຫຼືຣົຖສາທາຣະນະ ໄປຮຽນ ຫຼືໄປເຮັດວຽກ ທຸກຄົນກໍຍັງດໍາເນີນຊີວິດໃຜຊີວິດລາວ ໃຫ້ປະຢັດທີ່ສຸດ ເທົ່າທີ່ຈະປະຢັດໄດ້:
“ໄປວຽກເພິ່ນກໍຈ່າຍໄປຕາມງົບປະມານຫັ້ນແຫຼະ ດໍາຣັຖນາຍົກຫັ້ນແຫຼະ ວິຊາການທັມມະດາ ກະໃຫ້ 50 ພັນກີບ ຕໍ່ເດືອນ ຮອງຂແນງກໍໄດ້ 80 ພັນກີບຕໍ່ເດືອນເທົ່ານັ້ນແຫຼະ ຊ່ວງໂຄວິດ ມີແຈ້ງການເຮັດວຽກຢູ່ບ້ານ ຊ່ວງນີ້ກະ ເພິ່ນບໍ່ແຈ້ງການ ວ່າໃຫ້ພັກການ ເຮັດການຢູ່ບ້ານເທື່ອນ່າເນາະ ທຸກມື້ນີ້ ໃຜກະຮັດສາຍແອວແຫຼະ ປະຢັດໃຜປະຢັດມັນ.”
ຂະນະດຽວກັນ ເຈົ້າໜ້າທີ່ໂຍທາທິການແລະຂົນສົ່ງ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວໃນມື້ດຽວກັນນີ້ວ່າ ປັດຈຸບັນ ກໍຍັງບໍ່ເຫັນທາງການ ມີແຜນຈະປັບປຸງລະບົບຣົຖສາທາຣະນະ ໃນຍາມທີ່ລາຄານໍ້າມັນແພງຂຶ້ນນີ້ເລີຍ ຫຼາຍຄົນກໍໃຊ້ຊີວິດໃຜ ຊີວິດລາວ ຕາມປົກກະຕິ:
“ບໍ່ມີແຈ້ງການອັນໃດໃດ໋ລະ ຄັນມີແຈ້ງການ ກໍໄດ້ປະຕິບັດ ຕາມແຈ້ງການຫັ້ນແຫຼະ ບໍ່ຮອດຂັ້ນຮ້າຍແຮງປານນັ້ນຕິ ບໍ່ມີປັບປຸງອັນໃດ.”
ກ່ຽວກັບເຣື່ອງດັ່ງກ່າວນີ້ ປະຊາຊົນລາວໃນແຂວງສວັນນະເຂດ ທ່ານນຶ່ງ ກໍໄດ້ກ່າວວ່າ ປັດຈຸບັນນີ້ ຫາຊື້ນໍ້າມັນຍາກລໍາບາກຫຼາຍ ເຊິ່ງມື້ວານ-ມື້ຊືນນີ້ ມີແມ່ຍິງຢູ່ແຖວບ້ານໃກ້ເຮືອນຄຽງກັບຕົນເອງ ລາວເຈັບທ້ອງຈະເກີດລູກ ແຕ່ຣົຖບໍ່ມີນໍ້າມັນເພື່ອຈະແລ່ນໄປໂຮງໝໍ ຕົນເອງກໍຕ້ອງໄປຂໍຄວາມຊ່ອຍເຫຼືອຈາກຊາວບ້ານຄົນອື່ນ ທີ່ຣົຖເຂົາເຈົ້າພໍມີນໍ້າມັນ ເພື່ອໄປສົ່ງລາວໄປໂຮງໝໍ ທັ້ງໆທີ່ຊາວບ້ານຄົນນັ້ນ ກໍຢ້ານນໍ້າມັນໝົດ ລາວເອງກໍຊອກຫາຊື້ນໍ້າມັນ ບໍ່ໄດ້ຄືກັນ ແຕ່ດ້ວຍຄວາມເປັນມະນຸດດ້ວຍກັນ ກໍຕ້ອງຊ່ອຍເຫຼືອກັນ.
ຂະນະທີ່ ເຈົ້າໜ້າທີ່ພາກຣັຖລະດັບສູງ ມີນໍ້າມັນຟຣີໃສ່ຣົຖໄປນັ້ນ-ໄປນີ້ໄດ້ ສ່ວນປະຊາຊົນ ພາກັນ ປະສົບບັນຫານໍ້າມັນຂາດແຄນຢູ່.
“ເດືອດຮ້ອນຫຼາຍ ບໍ່ມີນໍ້າມັນຈະເອົາໃສ່ຣົຖແລ້ວ ຊື້ນໍ້າມັນສໍ່າໄປຂໍທານ ແຕ່ 2 ມື້ ກໍຍັງບໍ່ໄດ້ ບາງເທື່ອນັ້ນ ມື້ຊືນຄືຢູ່ແຖວບ້ານຂ້ອຍ ມີຄົນເຈັບທ້ອງຈະເກີດລູກນີ້ ມີຣົຖແຕ່ມັນບໍ່ມີນໍ້າໃສ່ ໄປໂຮງໝໍນີ້ເດ້ ສໍ່າເຈົ້ານາຍໄປຫັ້ນມານີ້ ນໍ້າມັນບໍ່ໄດ້ຊື້ເດ້ ມັນມີຫຼາຍກວ່າເຮົາຫຼາຍ ແລ້ວເພິ່ນກະເອົາລັດເອົາປຽບນີ້ແຫຼະ.”
ປະຊາຊົນລາວ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍກ່າວວ່າ ປັດຈຸບັນນີ້ ກໍຍັງປະສົບບັນຫາ ໃນການຊອກຊື້ນໍ້າມັນຍາກເຊັ່ນກັນ ຂະນະທີ່ເຈົ້າທີ່ພາກຣັຖ ຕໍາແໜ່ງໃຫຍ່ໆ ລະດັບສູງ ໄດ້ມີນໍ້າມັນຟຣີໃຊ້ນັ້ນ ກໍເປັນເຣື່ອງທີ່ໜ້າອຸກໃຈຢູ່ ແຕ່ກໍບໍ່ສາມາດເຮັດຫຍັງໄດ້ ຍ້ອນວ່າເຂົາເຈົ້າເປັນຄົນລະດັບໃຫຍ່ໂຕ ປະຊາຊົນຢ່າງພວກເຮົາ ກໍຕ້ອງອົດທົນໃຊ້ຊີວິດໃຫ້ໄດ້.
“ເພິ່ນຕອບສນອງປະຊາຊົນບໍ່ໄດ້ແລ້ວດຽວນີ້ນ່າ ເຮົາປະຊາຊົນ ເວົ້າເຣື່ອງອຸກນີ້ ກະອຸກຫັ້ນແຫຼະ ເຮົາຊິໄປເຮັດຫຍັງໄດ້ ຄ່າຄອງຊີບນີ້ແພງຫຼາຍ ດຽວນີ້ບໍ່ໄຫວລະ ດໍາຣົງຊີວິດຍາກ ເຮົາພຍາຍາມເຮັດຈັ່ງໃດ ໃຫ້ປະຢັດທີ່ສຸດຫັ້ນລະ ວ່າຊັ້ນສາ ເຮັດໄດ້ສໍ່າໃດ ກໍແຄ່ສໍ່ານັ້ນ.”
ຢ່າງໃດກໍຕາມ ບັນຫານໍ້າມັນຂາດແຄນໃນປະເທດລາວນີ້ ທ່ານຈັນທອນ ສິດທິໄຊ ປະທານບໍຣິສັດ ປິໂຕຣລ້ຽມ ເທຣດດີ້ງລາວ ມະຫາຊົນ ຫຼື (PLUS) ກໍໄດ້ຖແຖງຂ່າວ ໃນວັນທີ່ 14 ພຶສພາ 2022 ທີ່ຜ່ານມານີ້ວ່າ ທາງບໍຣິສັດ PLUS ໄດ້ຮ່ວມປະຊຸມສຶກສາຄົ້ນຄວ້າກັບຣັຖບານ ແລະທະນາຄານ ແຫ່ງ ສປປ ລາວ ເພື່ອແກ້ໄຂບັນຫາຫຼາຍດ້ານ ໃນວິກິຈຕນໍ້າມັນຂາດແຄນນີ້ ເຊິ່ງຕົ້ນຕໍຂອງບັນຫາ ກໍພົບວ່າ ແມ່ນການຂາດເຂີນເງິນຕຣາຕ່າງປະເທດ ແລະການແລກປ່ຽນເງິນຕຣາບໍ່ໄດ້ ເຊິ່ງບໍ່ໄດ້ໝາຍຄວາມວ່າ ບໍ່ມີເງິນຕຣາ ແຕ່ຍ້ອນມີການກັກຕຸນເງິນຕຣາຕ່າງປະເທດ ຈຶ່ງເຮັດໃຫ້ແລກປ່ຽນເງິນຕຣາບໍ່ໄດ້ ເນື່ອງຈາກຄວາມແຕກຕື່ນຂອງປະຊາຊົນ ແລ້ວພາກັນກັກຕຸນເງິນຕຣາ.
ເຊິ່ງໃນໂຕຈິງ ບໍ່ແມ່ນປະເທດລາວ ຂາດດຸນການຄ້າໃນປະເທດ ເພາະໃນໄລຍະ 3 ເດືອນຕົ້ນປີ ຂອງປີ 2022 ທີ່ຜ່ານມາ ປະເທດລາວ ເກີນດຸນການຄ້າ ຫຼາຍກວ່າ 500 ລ້ານໂດລ້າຣ໌ສະຫະຣັຖ ເຮັດໃຫ້ເງິນຕຣາຕ່າງປະເທດໃນສັງຄົມ ໃນປັດຈຸບັນ ພຽງພໍໃນການຮັບໃຊ້ ແຕ່ຍ້ອນປະຊາຊົນແຕກຕື່ນເກີນໄປ ຈຶ່ງເຮັດໃຫ້ຜູ້ນໍາເຂົ້ານໍ້າມັນ ບໍ່ສາມາດແລກປ່ຽນເງິນຕຣາໄດ້ ແລະເຮັດໃຫ້ເງິນກີບ ນັບມື້ນັບອ່ອນຄ່າ.
ເພື່ອແກ້ໄຂບັນຫາດັ່ງກ່າວນີ້ ທ່ານ ຈັນທອນ ຍັງແນະນໍາວ່າ ຂໍໃຫ້ປະຊາຊົນ ຢ່າແຕກຕື່ນຈົນເກີນໄປ ຄວນຈະແບ່ງປັນຈຸນເຈືອ ການຊົມໃຊ້ນໍ້າມັນ ກໍຈະພຽງພໍໃນສັງຄົມ ເພາະສະພາບທີ່ເກີດຂຶ້ນ ບໍ່ແມ່ນແຕ່ປະເທດລາວເທົ່ານັ້ນ ຍັງມີປະເທດອື່ນ ກໍເກີດສະພາບແບບດຽວກັນ ແຕ່ປະຊາຊົນເຂົາເຈົ້າບໍ່ແຕກຕື່ນ ຈຶ່ງບໍ່ເກີນຄວາມວຸ້ນວາຍ.
ນອກຈາກນີ້ ບໍຣິສັດ PLUS ເປັນບໍຣິສັດເອກກະຊົນ ທີ່ນໍາເຂົ້ານໍ້າມັນຣາຍໃຫຍ່ທີ່ສຸດ ຂອງປະເທດລາວ ຈະຮ່ວມມືກັບສະມາຄົມນໍ້າມັນເຊື້ອໄຟ ນໍາເຂົ້ານ້ໍາມັນບໍ່ໃຫ້ຂາດ ເພື່ອໃຫ້ປະຊາຊົນໄດ້ຊົມໃຊ້ ເພາະປັດຈຸບັນ ບໍຣສັດ ມີຢູ່ທັງໝົດ 150 ປໍ້າ ແລະສາງເກັບນໍ້າມັນທົ່ວປະເທດ ແລະບໍ່ເຄີຍປິດບໍຣິການປໍ້ານໍ້າມັນ ໂດຍສະເພາະໃນໄລຍະທີ່ ຂາດເຂີນນໍ້າມັນ ກໍບໍ່ເຄີຍປິດປໍ້າ ແຕ່ຍ້ອນປະຊາຊົນຍາດແຍ່ງນໍ້າມັນກັນ ເຮັດໃຫ້ຕ້ອງເປີດປໍ້າຊ້າລົງ ແລະປິດໄວຂຶ້ນ ຄື: ເປີດຂາຍແຕ່ເວລາ 7 ໂມງເຊົ້າ ຫາ 17 ໂມງແລງຂອງທຸກມື້ ແລະຍັງໄດ້ແບ່ງປັນນໍ້າມັນ ໃຫ້ຣົຖໃຫຍ່ໃສ່ ແຕ່ 300,000 ກີບ - 500,000 ກີບຕໍ່ຄັນ ນໍາດ້ວຍ.
ຫຼ້າສຸດນີ້ ໃນວັນທີ່ 18 ພຶສພາ 2022 ປໍ້ານໍ້າມັນ PLUS ທຸກປໍ້າ ທີ່ ປີໂຕຣເທຣດ ບໍຣິຫານເອງ ຈະບໍ່ຂາຍໃສ່ຕຸກໃຫ້ປະຊາຊົນ ເພື່ອເປັນການປ້ອງກັນເຫດອັກຄີພັຍ, ອີງຕາມການຣາຍງານ ຂອງວິທຍຸຊາວໜຸ່ມລາວ ຫຼື Lao youth Radio.