ນ້ຳມັນລົງສິນຄ້າຍັງແພງ

ສິດນີ
2016.02.10
F-Gas ປັ້ມນໍ້າມັນ ນະຄອນຫຼວງວຽງຈັນ
RFA

ປະຊາຊົນ ລາວ ຢາກໃຫ້ ທາງການ ກວດກາ ຣາຄາ ສິນຄ້າ ໃນທ້ອງຕລາດ ນັ້ນຍັງສູງຢູ່ ຫລັງຈາກ ເຫັນວ່າ ຣາຄາ ນ້ຳມັນ ໄດ້ຫລຸດລົງ ຫຼາຍແລ້ວ. ຣາຄານ້ຳມັນ ຫລຸດລົງ ຕ່ຳສຸດ ໃນຮອບ 1 ປີ ຖ້າທຽບໃສ່ ປີກາຍ ປະມານ 30% ຄືຈາກ 9,400 ກີບ ຕໍ່ລິດ ມາເປັນ 6,900 ກີບ ຕໍ່ລິດ. ຣາຄາສິນຄ້າ ກໍຄວນ ຈະຫລຸດລົງ ເຫມືອນກັນ. ດັ່ງ ປະຊາຊົນ ລາວ ທີ່ເມືອງ ຫາດຊາຍຟອງ ນະຄອນຫຼວງ ວຽງຈັນ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 2 ກຸມພາ ນີ້ວ່າ:

"ຜູ້ຈຳຫນ່າຍນີ້ ຂະເຈົ້າ ອ້າງຂຶ້ນ ຣາຄາສິນຄ້າ ຕາມຣາຄາ ນ້ຳມັນ ຣາຄາ ນ້ຳມັນຫລຸດລົງ ເປັນຫຍັງ ຣາຄາ ສິນຄ້າ ເຣື້ອງເຄື່ອງໃຊ້ ອຸປໂພກ- ບໍຣິໂພກ ຍັງຄົງທີ່. ບາງທີ່ມັນ ກໍເພີ້ມຂືຶ້ນ ສະນັ້ນແລ້ວ ເຮົາຈຶ່ງຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ໃຫ້ເພິ່ນ ພິຈາຣະນາ ເບີ່ງຄືນ ຄືວ່າບໍ່ຢາກ ໃຫ້ເປັນການ ເອົາປຽບ ຜູ້ຊົມໃຊ້".

ທ່ານ ກ່າວຕື່ມວ່າ ເຖິງເວລາແລ້ວ ທີ່ ທາງການ ຄວນເບິ່ງຄືນ ຫລື ຄວບຄຸມ ຣາຄາສິນຄ້າ ຖ້າປ່ອຍໄປ ແບບນີ້ ເປັນການເອົາປຽບ ຜູ້ ບໍຣິໂພກ. ຕໍ່ບັນຫາ ດັ່ງກ່າວ ຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ ສອບຖາມໄປຍັງ ກົມການຄ້າ ກະຊວງ ອຸດສາຫະກັມ ແລະ ການຄ້າ ໃນວັນທີ 2 ກຸມພາ ຜ່ານມາ ກໍໄດ້ຮັບ ຄຳຕອບຈາກ ເຈົ້າຫນ້າທີ່ ຜູ້ທີ່ ຂໍສງວນຊື່ ທ່ານນຶ່ງວ່າ, ພາກສ່ວນ ກ່ຽວຂ້ອງ ມີແຜນການ ຈະ ໄປກວດກາຢູ່ ແຕ່ຕ້ອງ ປ່ອຍໃຫ້ເປັນ ໄປຕາມກົນໄກ ຂອງ ເສຖກິຈ ຕລາດກ່ອນ. ດັ່ງ ທ່ານ ກ່າວວ່າ:

"ມັນກະຕ້ອງ ໄດ້ເບິ່ງກ່ອນ ເພາະຣາຄາ ຄ່າຂົນສົ່ງ ມັນ ບໍ່ທັນລົງເດ ຍັງຊີ່ໄດ້ ເວົ້າຄືນຢູ່ ຄ່າຂົນສົ່ງ ສິນຄ້າ ວ່າລົງ ຫລືບໍ່ລົງ ທີ່ຈະເອົາ ຣາຄາລົງ ແຕ່ບາງອັນ ມັນ ກໍລົງແລ້ວ ມັນ ກະຂຶ້ນກັບ ມັນກະຕາມ ກົນໄກ ຂອງຕລາດ ມັນກະຂຶ້ນກັບ ສິນຄ້າ ບາງໝວດ ຊື່ໆ".

ເຖິງຢ່າງໃດ ກໍຕາມ ຄົນລາວ ສ່ວນໃຫຍ່ ເຊື່ອວ່າ ຣາຄາ ສິນຄ້າ ໃນລາວ ເມື່ອຂຶ້ນແລ້ວ ບໍ່ມີທາງ ຈະຫລຸດລົງ ຈະຂຶ້ນໄປ ເລື້ອຍໆ. ດັ່ງນັ້ນ ຈຶ່ງຕ້ອງການ ຢາກໃຫ້ ທາງການລາວ ກວດສອບ ຣາຄາ ສິນຄ້າ ຄືນໃຫມ່ ຫລັງຈາກ ຣາຄາ ນ້ຳມັນ ກໍລົງ ຫຼາຍແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.