ຂແນງການຂົນສົ່ງວ່າ ເສັຽເວລາ ຢູ່ດ່ານ

ມະນີຈັນ
2020.09.17
f-border ດ່ານສາກົນບໍ່ເຕັນ ແຂວງຫຼວງນໍ້າທາ ມີຣົດບັນທຸກຂົນສົ່ງສິນຄ້າ ອຸປກອນກໍ່ສ້າງຕ່າງໆ ຜ່ານເຂົ້າອອກເປັນປະຈໍາ ແລະ ເມື່ອກ່ອນການ ຣະບາດຂອງພຍາດ ໂຄວິດ-19 ກໍມີຫຼາຍ ຫົວໜ່ວຍທຸຣະກິດ ຮ້ອງທຸກວ່າໃຊ້ເວລາ ຢູ່ດ່ານດົນເກີນຄວນ
File photo: RFA

ຜູ້ປະກອບການຂົນສົ່ງສິນຄ້າ ຂາເຂົ້າ-ຂາອອກ ຣະຫວ່າງປະເທດ ຢູ່ລາວ ຍັງປະເຊີນກັບອຸປສັກຫລາຍຢ່າງ ໃນໄລຍະເກີດການຣະບາດ ຂອງເຊື້ອພຍາດໂຄວິດ-19 ໂດຍສະເພາະ ເຣື່ອງຣະບົບການກວດກາສິນຄ້າ ທີ່ມີຫຼາຍຂັ້ນຕອນ ແລະໃຊ້ເວລາດົນເຮັດໃຫ້ຜູ້ປະກອບການ ຂົນສົ່ງ ມີຄວາມຫຍູ້ງຍາກ ແລະເສັຽເວລາໂດຍບໍ່ຈໍາເປັນ, ດັ່ງ ພະນັກງານ ບໍຣິສັດ ຂົນສົ່ງສິນຄ້າ ຣະຫວ່າງ ປະເທດ ຜູ້ຂໍສງວນຊື່ ໃນ ນະຄອນຫລວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 17 ກັນຍາ ນີ້ວ່າ:

“ອີງຕາມ ພາບລວມຫັ້ນແຫລະ ສິນຄ້າມັນໜ້ອຍ ແລ້ວກະຫຍູ້ງຍາກບ່ອນວ່າ ພະນັກງານຂອງຣັຖບານ ເຮົາຫັ້ນແຫລະເນາະ ມີແຕ່ເພິ່ນ ປັບປຸງເລີຍໆຫັ້ນນ່າ ພວກເຮົາກະມັນບໍ່ຢາກທັນ ປານໃດ ກະຊັກຊ້າເປັນບາງເວລາຫັ້ນແຫລະ ຣະບົບຂອງພວກເຮົານີ໋ແດ່ ຣະບົບທີ່ວ່າ ເຣື່ອງອອນລາຍ ມັນກະຢາກຊັກຊ້າ.”  

ພະນັກງານຜູ້ນີ້ ເວົ້າຕື່ມວ່າ ໃນໄລຍະການຣະບາດ ຂອງໂຄວິດ-19 ມານີ້ ຣະບົບກວດກາສິນຄ້າ ແລະຂັ້ນຕອນ ໃນການຂົນສົ່ງ ຕ້ອງໃຊ້ ເວລາບໍ່ຫລຸດ 2 ຊົ່ວໂມງ. ຫາກສິນຄ້າມີຫລາຍ ກໍຈະໃຊ້ເວລາ ເຖິງ 4-5 ຊົ່ວໂມງ ໃນການກວດກາ ແລະ ເຮັດເອກສານ.

ນີ້ຍັງບໍ່ຮວມທັງເວລາ ໃນການປ່ຽນສິນຄ້າຢູ່ສາງ ຊຶ່ງໃຊ້ເວລາອີກຫລາຍຊົ່ວໂມງ ເພາະບໍ່ມີພະນັກງານປ່ຽນສິນຄ້າໃຫ້ ຍ້ອນທາງການລາວ ອະນຸຍາດໃຫ້ມີແຕ່ຄົນຂັບຣົດ ແລະ ຜູ້ຊ່ວຍເທົ່ານັ້ນເຮັດ.

ແລະ ພະນັກງານບໍຣິສັດຜລິດສິນຄ້າ ແລະຂົນສົ່ງສິນຄ້າຣະຫວ່າງປະເທດ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງຜູ້ຂໍສງວນຊື່ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ນັບແຕ່ເກີດການຣະບາດ ຂອງເຊື້ອພຍາດໂຄວິດ-19 ມີຄວາມຫຍູ້ງຍາກຫຼາຍຢ່າງ, ບໍ່ສາມາດຂົນສົ່ງສິນຄ້າໄປຢູໂຣບ ໄດ້ຕາມເປົ້າໝາຍ ແລະ ທັນຕາມກໍານົດ ຍ້ອນບໍ່ມີການຂົນສົ່ງ ສິນຄ້າທາງອາກາດ ຄື ແຕ່ກ່ອນ, ດັ່ງນັ້ນຈຶ່ງຢາກໃຫ້ ທາງການລາວ ແກ້ໄຂຣະບົບ ແລະຂັ້ນຕອນໃນການກວດກາ ສິນຄ້າໃຫ້ໄວຂຶ້ນ:

“ບັນຫາກະມີແຕ່ວ່າ ການຂົນສົ່ງທາງອາກາດ ເພິ່ນຍັງບໍ່ອະນຸຍາດ ໃຫ້ຍົນຜ່ານ ຍັງເຮັດບໍ່ໄດ້. ທັງເຂົາທັງອອກ ແລ້ວແມ່ນຣະບົບຊ້າ ແລະກະ ເຮັດໃຫ້ໄວຂຶ້ນກະດີ ຕັດອອກໄດ້ກະດີ.”

ຢູ່ເຂດເສຖກິດພິເສດ ສວັນ-ເຊໂນ ແຂວງສວັນນະເຂດ ພະນັກງານບໍຣິສັດ ຂົນສົ່ງສິນຄ້າ ຜູ້ຂໍບໍ່ອອກຊື່ ແລະຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 17 ກັນຍາ ນີ້ວ່າ ການຂົນສົ່ງສິນຄ້າ ໃນໄລຍະ ທີ່ເກີດການຣະບາດ ຂອງໂຄວິດ-19 ມາຮອດປັດຈຸບັນຖືວ່າ ຊັກຊ້າຫລາຍ ບໍ່ຮູ້ວ່າເປັນຍ້ອນມາຕການ ກວດກາ ຂອງເຈົ້າໜ້າທີ່ ດ່ານຊາຍແດນ ຫລື ຍ້ອນສາເຫດໃດແທ້:

“ເຮົາກະບໍ່ຮູ້ໃນໜ້າງານເຂົາ ພາກຣັຖ ຄືວ່າແຫລະ ຊ່ວງໂຄວິດເນາະ ເຂົາບໍຣິສັດກະເວົ້າມາຢູ່ ຣະບົບມັນຢາກຊ້າ ບາງເທື່ອກະດາຍ.”  

ສໍາລັບພະນັກງານບໍຣິສັດ ຂົນສົ່ງສິນຄ້າຣະຫວ່າງ ປະເທດຂອງໄທຍ ຜຸູ້ຂໍສງວນຊື່ກໍກ່າວຕໍ່ RFA ວ່າການຂົນສົ່ງສິນຄ້າໄປລາວໃນໄລຍະ ການຣະບາດຂອງໂຄວິດ-19 ນີ້ຫຍູ້ງຍາກ ຫຼາຍເພາະເຈົ້າໜ້າທີ່ປະຈໍາດ່ານສາກົລຂອງລາວ ຈໍາກັດຄົນເຂົ້າເມືອງ ແລະໃຊ້ເວລາດົນຫຼາຍ ຊົ່ວໂມງ ໃນການກວດກາສິນຄ້າ ເຮັດໃຫ້ການປ່ຽນສິນຄ້າຢູ່ສາງ ແກ່ຍາວ ທ່ານກ່າວ:

“ກະມີຢູ່ ດ້ວຍຄວາມທີ່ ແຕ່ລະດ່ານຊາຍແດນ ເຂົາຈໍາກັດເນາະ ເຣື່ອງການເຂົ້າເມືອງ ເຣື່ອງເວລາເຂົ້າ-ອອກ ເຂັ້ມງວດ, ຈໍາກັດຄົນທີ່ ເຂົ້າໄປ ເຂົ້າໄປໄດ້ແຕ່ຄົນຂັບຣົດ ແລະ ກະຜູ້ຕິດຕາມ 2 ຄົນຕໍ່ຄັນ.”

ກ່ຽວກັບບັນຫາຕິດພັນ ກັບການອໍານວຍຄວາມສະດວກ ທາງດ້ານການຄ້າ ແລະພາສີ-ອາກອນ ເຈົ້າໜ້າທີ່ສະພາອຸດສາຫະກັມ ແລະການຄ້າ ແຫ່ງຊາດລາວ ແລະຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງກ່າວຕໍ່ RFA ໃນມື້ວັນທີ 17 ກັນຍານີ້ວ່າໄລຍະການຣະບາດ ຂອງໂຄວິດ-19 ນີ້ ຜູ້ປະກອບການຂົນສົ່ງສິນຄ້າ ໄດ້ຮ້ອງຮຽນເຂົ້າມາຫາຫຼາຍສົມຄວນ ເຣື່ອງຂໍ້ຫຍູ້ງຍາກ ທັງຣະບົບ ຂັ້ນຕອນການຂົນສົ່ງສິນຄ້າທີ່ໃຊ້ເວລາດົນ, ການຈໍາກັດຄົນເຂົ້າ-ອອກ ປະເທດ ແລະຄວາມໂປ່ງໄສ ໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ປະຈໍາດ່ານສາກົລ ບາງຄົນ ທີ່ຮຽກເອົາຜົລ ປໂຍດໃຫ້ຕົນເອງ.

ບັນຫາທີ່ເກີດຂຶ້ນທັງໝົດ ກໍ່ໃຫ້ເກີດຄວາມເສັຽຫາຍ ແກ່ທາງການລາວ. ສະພາອຸດສາຫະກັມ ແລະການຄ້າແຫ່ງຊາດລາວ ໄດ້ສເນີບັນຫາ ທັງໝົດໄປໃຫ້ກະຊວງອຸດສາຫະກັມ ແລະ ການຄ້າ ແລະພາກສ່ວນກ່ຽວຂ້ອງ ເລັ່ງແກ້ໄຂ:

“ເພາວ່າຂແນງທຸຣະກິດ ຂນາດໃຫຍ່ເນາະ ມັນຄານໍາໜ່ວຍງານຄວບ ຄຸມພຍາດໂຄວິດນະ ແຕ່ວ່າປັດຈຸບັນນີ້ ຕ້ອງໄດ້ຜ່ານຄະນະສະເພາະ ກິຈໂຕນີ້ຫັ້ນນ່າ. ບາງຄົນບາງພາກສ່ວນ ສ້າງຂອດຂຶ້ນມາເພື່ອຫາ ປໂຍດແດ່ ມັນຕ້ອງໄດ້ຈໍາກັດ ແຕ່ຄົນຂັບຣົດເດ໋.”  

ໃນມື້ວັນທີ 16 ກັນຍາ 2020 ກະຊວງອຸດສາຫະກັມ ແລະ ການຄ້າ ຮ່ວມກັບສະພາອຸດສາຫະກັມ ແລະການຄ້າແຫ່ງຊາດລາວ ແລະຜູ້ ປະກອບການ ພາກເອກຊົນ ໄດ້ຈັດກອງປະຊຸມ ປຶກສາຫາຣື ເພື່ອແກ້ໄຂບັນຫາ ໃຫ້ຄວາມສະດວກ ແກ່ຜູ້ປະກອບການ ຂົນສົ່ງ ສິນຄ້າ ພາຍໃນປະເທດ ແລະສິນຄ້າຂາເຂົ້າ ແລະ ຂາອອກ ຣະຫວ່າງປະເທດ.

ຍານາງ ເຂັມມະນີ ພົນເສນາ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ກ່າວຕໍ່ກອງປະຊຸມນັ້ນວ່າ ພາກສ່ວນກ່ຽວຂ້ອງຮັບຮູ້ບັນຫາ ທີ່ພາກເອກຊົນສເນີມານັ້ນແລ້ວ ຊຶ່ງທາງ ກະຊວງ ຈະນໍາໄປປຶກສາຫາຣື ຮ່ວມກັບພາກສ່ວນກ່ຽວຂ້ອງຕື່ມ ເພື່ອຫາທາງແກ້ໄຂຕໍ່ໄປ:

“ມັນມີ 11 ບັນຫາ ກ່ຽວຂ້ອງກັບວຽກງານ ອໍານວຍຄວາມສະດວກທາງດ້ານການຄ້າ ເພາະສະນັ້ນແລ້ວປີນີ້ນິ ພວກຂ້າພະເຈົ້າຈະແກ້ຜ່ານ ຄະນະກັມການ ອໍານວຍຄວາມສະດວກ ທາງດ້ານ ການຄ້າ ອັນນີ້ລະແມ່ນຈຸດປະສົງ ຂອງມື້ນີ້.”  

ໃນກອງປະຊຸມຄັ້ງນີ້ ພາກເອກຊົນ ຍັງຢາກໃຫ້ທາງການລາວ ແກ້ໄຂຣະບົບ ການເຊື່ອມໂຍງຂໍ້ມູລ ຣະຫວ່າງ ພາກຣັຖ ແລະ ພາກທຸຣະກິດ ຫລືຣະບົບ LNSW ສໍາລັບການນໍາ ເຂົ້າ-ສົ່ງອອກ ສິນຄ້າ, ແກ້ໄຂຂັ້ນຕອນ ການເຮັດເອກສານຕ່າງໆ, ແກ້ໄຂເຣຶ່ອງຄ່າຂົນສົ່ງສິນຄ້າ ແລະ ຄ່າທໍານຽມ ໃບອະນຸຍາດ ນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ແພງເກີນໄປນໍາດ້ວຍ.

ອີງຕາມຂ່າວວຽງຈັນທາມສ ວັນທີ 28 ສິງຫາ 2020, ລາວ ມີຄວາມເປັນໄປໄດ້ສູງ ທີ່ຈະສູນເສັຽຣາຍຮັບ ຈາກການສົ່ງສິນຄ້າອອກປະມານ 483 ລ້ານໂດລາ ຫລື ຄິດເປັນ 8.4% ເມື່ອທຽບໃສ່ປີ 2019 ຊຶ່ງໃນປີ 2020 ລາວ ຕັ້ງເປົ້າໝາຍ ທີ່ຈະເພີ່ມ ມູລຄ່າການສົ່ງອອກໃຫ້ໄດ້ 6,422 ລ້ານໂດລາ ສະຫະຣັຖ. ແຕ່ໃນໄລຍະ 7 ເດືອນຕົ້ນປີມານີ້ ໄດ້ພຽງແຕ່ 2,316 ລ້ານໂດລາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.