ເຂດເສຖກິດສົ້ນຂົວລາວໄທ ແຫ່ງທີ 4
2013.09.09
ພື້ນທີ່ສົ້ນຂົວມິຕພາບລາວ-ໄທ ແຫ່ງທີ 4 ທີ່ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ມີບໍຣິສັດເອເອຊີກຣຸບ ຈຳກັດຂອງໄທ ເຊົ່າຈາກຣັຖບານ ລາວ ປະມານ 200 ເຮັກຕາ ໃນຣະຍະ 80 ປີ ເພື່້ອສ້າງເປັນເຂດເສຖກິດພິເສດ ໂຮງແຮມ ອາຄານພານິດຕລາດຊາຍແດນ ພື້ນທີ່ ກະເສດເຂດ ປອດພາສີ ແລະ ສວນສນຸກ.
ຂົວມິຕພາບລາວ-ໄທ ແຫ່ງທີ 4 ຈະເປີດໃຊ້ ເປັນທາງການ ໃນເດືອນ ຕຸລາປີນີ້ ປະຊາຊົນ ທັງສອງຝ່າຍ ກໍຈະສາມາດ ເດີນທາງໄປມາຫາ ສູ່ກັນ ຜ່ານຂົວດັ່ງກ່າວໄດ້ຢ່າງສະບາຍ ຊື່ງໃນປັດຈຸບັນ ຂົວດັ່ງກ່າວ ກໍສ້າງແລ້ວ ເກືອບຮອດ 100%. ວຽກງານທີ່ຍັງເຫລືອ ຢູ່ທາງຝັ່ງລາວ ກໍແມ່ນ ການປູຢາງ ຈາກສົ້ນຂົວ ໄປສູ່ຖນົນ R3A ທີ່ມີຄວາມຍາວ ປະມານ 6 ກິໂລແມັດ ທາງການແຂວງ ຈະສຳເຣັດ ວຽກງານດັ່ງກ່າວ ພາຍໃນ 2 ອາທີິດ ຂອງເດືອນນີ້ ຖ້າຝົນບໍ່ຕົກ. ການກໍ່ສ້າງຂົວ ມິຕພາບລາວ-ໄທ ແຫ່ງທີ 4 ໄດ້ເລີ້ມມາແຕ່ ເດືອນ ມີຖຸນາ 2010 ແຕ່ໄດ້ ເລື່ອນ ເວລາ ຍ້ອນບັນຫາ ເຣື້ອງງົປມານ ແລະ ການເປີດໃຊ້ຂົວ ຢ່າງເປັນທາງການ ກໍໄດ້ເລື່ອນ ເວລາ ຈາກເດືອນກັນຍາ ໄປເປັນເດືອນ ຕຸລາ.
ເຖິງຢ່າງໃດກໍຕາມ ພື້ນທີ່ເຂດເສຖກິດພິເສດສົ້ນຂົວຝັ່ງລາວ ຈະເປັນພື້ນທີ່ການຄ້າລາຍໃຫຍ່ໃນລາວ ທີ່ຈະມີ ນັກລົງທືນ ຈາກໄທ ເຂົ້າມາ ເປີດ ທຸຣະກິດ ຫລາຍຢ່າງ. ຂົວມິຕພາບ ແຫ່ງນີ້ ເປັນການເຊື່ອມໂຍງ ການຄ້າ ລະຫວ່າງ 3 ປະເທດລາວ ໄທ ແລະຈີນ ໃນແຜນການ ພັທນາເສຖກິດ ເຫນືອໃຕ້ ຂອງຂົງເຂດ.