ໂຄງການສ້າງຕຶກຢູ່ບຶງ ທາຕຫຼວງ
2014.02.04

ປັດຈຸບັນ ບໍຣິສັດ ກໍ່ສ້າງວັນເຟັງຊຽງໄຮ້ຂອງຈີນ ກຳລັງເລິ້ມສ້າງຕຶກຄອນໂດ ຫລາຍຫລັງ ຢູ່ເຂດ ເສຖກິດສະເພາະ ບຶງທາດຫລວງ ຊຶ່ງນັກ ທຸຣະກິດ ຫລາຍ ຄົນຄິດວ່າ ຈະກາຍ ເປັນສູນການຄ້າ ແລະທຸຣະກິດ ທີ່ໃຫຍ່ທີ່ສຸດ ແຫ່ງນຶ່ງໃນລາວ. ໃນຂະນະນີ້ ນັກລົງ ທຶນຊາດອື່ນໆ ກໍຫັນມາສົນໃຈ ຢາກລົງທຶນ ເຮັດທຸຣະກິດ ຢູ່ເຂດດັ່ງກ່າວ ຫລາຍຂື້ນແລ້ວ. ດ່ັງເຈົ້າໜ້າທີ່ລາວ ນາງນຶ່ງເວົ້າວ່າ:
“ຕອນນີ້ກະມິຫລາຍອັນ ກະມີນັກລົງທຶນໄທນຳ ຖ້າມາທາງເບື້ອງຣັດ ເຮົານີ້ຍັງບໍ່ຮອດ 100 ເທື່ອນະ ສ່ວນໂຕຂອງຜູ້ລົງທຶນ ກະບໍ່ຮູ້ວ່າ ຫລາຍປານໃດ.”
ບໍຣິສັດວັນເຟັງຊຽງໄຮ້ ມີແຜນຈະສ້າງຕຶກຄອນໂດທັງໝົດ 18 ຫລັງຢູ່ເຂດບຶງທາດຫລວງ ແຕ່ລະຫລັງສູງເຖິງ 18 ຊັ້ນ ໂດຍຈະໃຊ້ງົບປະມານ ກວ່າ 40 ລ້ານດອນລ່າສະຫະຣັຖ. ການກໍ່ສ້າງທັງໝົດ ຈະໃຫ້ສຳເຣັດພາຍໃນ 15 ປີ ຫລື 20 ປີຂ້າງໜ້າ. ຫາກສ້າງຕຶກໃດ ສຳເຣັດແລ້ວ ທາງ ບໍຣິສັດ ຈະໃຫ້ ຜູ້ຊື້ ຜູ້ເຊົ່າ ຍ້າຍເຂົ້າຢູ່ໄດ້ ທັນທີ.
ຈຸດປະສົງຂອງບໍຣິສັດຈີນ ໃນການສ້າງຕຶກ ຫລືເຂດເສຖກິດສະເພາະ ບຶງທາດຫລວງ ນີ້ກໍເພື່ອ ໃຫ້ຊາວຈີນ ຫລາຍໝື່ນຄົນ ເຂົ້າມາຢູ່ອາສັຍ ໃນ ອະນາຄົດ. ສຳຣັບການກໍ່ສ້າງນັ້ນ ເຈົ້າໜ້າທີ່ ອະທິບາຍວ່າ ປັດຈຸບັນ ບໍຣິສັດກໍ່ສ້າງ ໃຊ້ຄົນງານ ທັງໝົດປະມານ 100 ຄົນ ຊຶ່ງມີທັງ ຄົນງານລາວ ວຽດນາມ ແລະຈີນ. ໃນພາຍໜ້າ ອາດຈະຈ້າງແຕ່ຄົນງານ ຕ່າງດ້າວຫລາຍກວ່າ ເພື່ອສ້າງໂຕຕຶກອາຄານ ແລະ ສິ່ງທີ່ສຳຄັນ ອື່ນໆ. ຈີນ ໄດ້ຮັບ ສຳປະທານ ເຊົ່າທີ່ດິນ ບຶງທາດຫລວງ ເປັນເວລາເກືອບ 100 ປີ.