ປ່າໄມ້ແຂວງວຽງຈັນຖືກທຳລາຍ


2014.02.20
F-vientiane ໃນຕົວເມືອງ ວຽງຈັນ
RFA

 

ເຈົ້າຫນ້າທີ່ ກະຊວງກະສີກັມປ່າໄມ້ ທ່ານນື່ງເວົ້າວ່າ ແຂວງວຽງຈັນ ຖືວ່າເປັນແຂວງ ທີ່ມີການຕັດໄມ້ ທຳລາຍປ່າ ຢ່າງຫລວງຫລາຍໃນທຸກມື້ນີ້ ເນື່ອງຈາກວ່າ ທາງການແຂວງໄດ້ອະນຸຍາດໃຫ້ສຳປະທານທີ່ດິນ ທັງເພື່ອຂຸດຄົ້ນແຮ່ທາດ ແລະປູກຕົ້ນໄມ້ເສຖກິດດັ່ງຢາງພາລາ ມັນຕົ້ນ ອ້ອຍ ແລະອື່ນໆ.ການອະນຸຍາດໃຫ້ສຳປະທານຂຸດຄົ້ນແຮ່ທາດໃນຈຳນວນ 60 ໂຄງການໃນເນື້ອທີ່ກວ່າ 5200 ກິໂລແມັດມົນທົນ ແລະ ການສຳປະ ທານທີ່ດີນເພື່ອປູກຕົ້ນໄມ້ເສຖກິດໃນຈຳນວນ 62 ໂຄງການໃນເນື້ອທີ່ປະມານ 1 ແສນເຮັກຕາ ນັ້ນ ນອກຈາກຈະມີການບຸກເບີກ ພື້ນທີ່ໃນການ ຂຸດຄົ້ນແຮ່ທາດ ຢ່າງກວ້າງຂວາງແລ້ວ ຍັງໄດ້ລຸກລ້ຳປ່າສງວນນຳອີກ ໂດຍສະເພາະປ່າສງວນແຫ່ງຊາດພູເຂົາຄວາຍ ແລະປ່າສງວນແຫ່ງຊາດ ພູພະນັງທັງສອງແຫ່ງນີ້ ຖືກບຸກລຸກແລະຖືກຕັດໄມ້ຫລາຍທີ່ສຸດ. ເຂດທີ່ຖືກບຸກລຸກຈາກການຂຸດຄົ້ນແຮ່ທາດ ຫລາຍທີ່ສຸດກໍຄືໃນເຂດເມືອງຫມື່ນ ແລະເມືອງເຟືອງ:

"ອິງຕາມການເກັບກຳຂໍ້ມູນແລະຜົລສຳຣວດເພື່ອໃຫ້ເຫັນບັນຫາຕົວຈິງ ເມື່ອເຫັນບັນຫາຕົວຈີງແລ້ວ ກໍໄດ້ສເນີອຳນາດການປົກຄອງໃຫ້ເລັ່ງ ໃນ ການແກ້ໄຂ ຕົວຢ່າງຄື ການບຸກລຸກປ່າສງວນ ການບຸກລຸກ ປ່າຍອດນ້ຳ ປ່າແຫລ່ງນ້ຳ ທີ່ຖືວ່າໄດ້ມີການທຳລາຍຢ່າງຫລວງຫລາຍຢູ່ ຂອບເຂດ ແຂວງວຽງຈັນໂດຍສະເພາະແມ່ນຢູ່ເມືອງຫມື່ນແລະເມືອງເຟືອງ".

ໃນປັດຈຸບັນ ຣັຖບານໄດ້ອະນຸຍາດ ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ນັກລົງທຶນໄປແລ້ວຈຳນວນ 470 ໂຄງການໃນເນື້ອທີ່ປະມານ 36,30 ກິໂລແມັດມົນທົນແລະປູກພືດເສຖກິດໃນ 212 ໂຄງການໃນເນື້ອທີ່ກວ່າ 5.7 ລ້ານເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.