ຂ.ສວັນນະເຂດອາຈມີ ສນາມບິນ ໃໝ່

ອຸ່ນແກ້ວ ສຸກສະຫວັນ
2017.02.28
f-airport ເດີ່ນຍົນ ແຂວງສະຫວັນນະເຂດ ທີ່ໃຫ້ບໍຣິການ ໃນປະຈຸບັນ
Screen captured Lao Airlines video

ຣັຖບານລາວ ເຊັນ ບົດບັນທຶກ ຄວາມຊົງຈຳ ຫລື MOU ເປີດໃຫ້ ນັກລົງທຶນ ຕ່າງຊາດ ເຂົ້າມາສຳຣວດ ສ້າງສະໜາມບິນ ແຫ່ງໃໝ່ ຢູ່ເມືອງເຊໂນ ແຂວງ ສະຫວັນນະເຂດ ເພື່ອຍົກຣະດັບ ໃຫ້ເປັນ ສະໜາມບິນ ສາກົນ. ດັ່ງ ເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ທ່ານນຶ່ງ ກ່າວວ່າ:

"ຕົວນີ້ ມີແຕ່ເພິ່ນເຊັນ MOU ຢ່າງລະອຽດ ບໍ່ໄດ້ຮັບຊາບ ນຳເພິ່ນ ຍັງແມ່ນວຽກງານ ຂອງ ກະຊວງແຜນການ ຂອງເພິ່ນ ຄຸ້ມຄອງຢູ່ ໂຕນີ້ ຍັງຢູ່ໃນ ລະຍະ ເອບີເອສ ຊື່ໆ".

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ນັກລົງທຶນ ມາເຊັນສັນຍາ ເພື່ອພັທນາ ສະໜາມບິນ ແຫ່ງໃໝ່ນີ້ ເປັນນັກລົງທຶນ ຈາກ ສິງກະໂປ ແຕ່ຍັງບໍ່ທັນຮູ້ ຣາຍລະອຽດ ເຖິງກຳນົດການ ວ່າຈະເລີ້ມ ໂຄງການເມື່ອໃດ.

ສະໜາມບິນແຫ່ງໃໝ່ ເປັນການປັບປຸງຄືນ ຈາກລານຈອດ ເຮືອບິນຊົ່ວຄາວ ໃນເຂດ ເມືອງເຊໂນ ຫ່າງຈາກ ເທສບານເມືອງ ປະມານ 9 ກິໂລແມັດ. ດັ່ງເຈົ້າໜ້າທີ່ ປົກຄອງແຂວງ ທ່ານນຶ່ງ ໄດ້ກ່າວວ່າ:

"ມັນຊິເປັນສ້າງໃໝ່ ນັ້ນແຫລະ ເພາະວ່າ ມັນແຕ່ກ່ອນ ເປັນພຽງແຕ່ ນັ້ນຊື່ໆ ມັນບໍ່ເປັນ ບໍ່ໄດ້ມີ ອິຫຍັງນະ ເຄື່ອງຍົນລົງ ແຕ່ກ່ອນ ເຄື່ອງບິນ ຂຶ້ນລົງ ແບບສຸກເສີນ ແບບນັ້ນຊື່ໆ ມັນບໍ່ໄດ້ ມີອິຫຍັງ".

ປັດຈຸບັນ ມີສະໜາມບິນ ຢູ່ແຂວງ ສະຫວັນນະເຂດ 1 ແຫ່ງ ຊຶ່ງເປັນ ສະໜາມບິນນ້ອຍ ສາມາດ ຮອງຮັບ ຜູ້ໂດຍສານໄດ້ 300 ຄົນ ຕໍ່ວັນເທົ່ານັ້ນ, ແລະ ປັດຈຸບັນ ມີແນວໂນ້ມວ່າ ຜູ້ໂດຍສານ ຈະມາໃຊ້ ບໍຣິການເລື້ອຍໆ ແລະ ຣັຖບານ ມີແຜນຈະສ້າງ ສະໜາມບິນ ແຫ່ງໃໝ່ນີ້ ເພື່ອໃຫ້ ສາມາດ ຮອງຮັບ ຜູ້ໂດຍສານ ໃນຣະດັບ ພາກພື້ນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.