ຜູ້ອາຍຸຕໍ່າກວ່າ 18 ຫຼິ້ນການ ພະນັນ

ກາຊີໂນ ກາງແປນ ຊື່ງມີເດັກນ້ອຍ ຮ່ວມຢູ່ນໍາ ໃນແຂວງບໍ່ແກ້ວ ໃນງານເທສການ ດອກງີ້ວບານ ຄັ້ງທີ 11 ທີ່ເມືອງຕົ້ນເຜີ້ງ 2011.
ກາຊີໂນ ກາງແປນ ຊື່ງມີເດັກນ້ອຍ ຮ່ວມຢູ່ນໍາ ໃນແຂວງບໍ່ແກ້ວ ໃນງານເທສການ ດອກງີ້ວບານ ຄັ້ງທີ 11 ທີ່ເມືອງຕົ້ນເຜີ້ງ 2011. (RFA)

0:00 / 0:00

ເຈົ້າຂອງຮ້ານຫລິ້ນການພະນັນໃນລາວ ທ່ານນື່ງເວົ້າວ່າ ການພະນັນເຕະບານ ໃນລາວ ບໍ່ວ່າຈະຫລິ້ນໃນເຄືອຂ່າຍ ອິນເຕີແນັດ ຫລືເປີດຮ້ານ ໃຫ້ຫລິ້ນ ສ່ວນຫລາຍແລ້ວ ບໍ່ໄດ້ກຳນົດ ອາຍຸ ຂອງຜູ້ຫຼິ້ນ ແຕ່ຢ່າງໃດ. ໃຜກໍ່ຫລິ້ນໄດ້ ເຮັດໃຫ້ກຸ່ມວັຍລຸ້ນ ອາຍຸບໍ່ຮອດ 18 ປີ ສາມາດເຂົ້າ ຫລິ້ນໄດ້ ວ່າແຕ່ມີເງີນ ຂຶ້ນຢູ່ກັບເງື່ອນໄຂ ຂອງຜູ້ເປີດຮ້ານ:

"ກະແລ້ວແຕ່ເຂົາ ເຂົາພໍໃຈເຂົາມີເງິນ ເຮົາກໍໃຫ້ເຂົາຫລິ້ນໂລດ ກະບໍ່ຈຳກັດອາຍຸ ໄລ່ໄປເດັກນ້ອຍ ຄົນວ່າເດັກນ້ອຍ ເຂົາມີເງິນກໍມາ ແບບລູກ ຄົນມີເງິນຫຍັງ ຊີ່ແລ້ວ".

ເຈົ້າຂອງຮ້ານເວົ້າຕື່ມວ່າ ເດັກນ້ອຍທີ່ຫລິ້ນການພະນັນເຕະບານ ຫລາຍຄົນຂໍເງິນ ຈາກພໍ່ແມ່ແຕ່ກໍຫລີ້ນ ໃນຈຳນວນເງິນບໍ່ຫລາຍ ບໍ່ເທົ່າກັບຜູ້ ໃຫຍ່ຫຼິ້ນ ກັນແບບໃຊ້ເງີນ ເປັນຈຳນວນຫລວງຫລາຍ ເລີ້ມແຕ່ 50 ພັນ ກີບ ຫາແສນກີບ ຫລືຫລາຍກວ່ານັ້ນ. ຫລາຍຄົນ ກໍຕິດຫນີ້ ແລະມີ ບັນຫາ ໃນຄອບຄົວ.

ທ່ານວ່າ ຮ້ານພະນັນເຕະບານໃນລາວ ມີມາແຕ່ດົນແລ້ວ ແລະຖືກຕ້ອງຕາມກົດຫມາຍ ເພາະແຕ່ລະປີ ຂະເຈົ້າກໍເສັຽພາສີໃຫ້ຣັຖ ແລະເຈົ້າຫນ້າ ທີ່ຣັຖ ບາງຄົນ ກໍມັກຫລິ້ນພະນັນ ດ້ານນີ້.

ຫນັງສືພີມ ວຽງຈັນທາມສ໌ ເຄີຍຣາຍງານວ່າ ຣັຖວິສາວະກິດ ຫວຍພັທນາລາວ ຕຣຽມເປີດໃຫ້ ປະຊາຊົນຫລິ້ນ ການພະນັນເຕະບານ ຢ່າງຖືກ ຕ້ອງຕາມກົດຫມາຍ ເລີ້ມແຕ່ ເດືອນນີ້ໄປ ໂດຍຈະໃຫ້ຫລິ້ນ ຜ່ານທາງ ອິນເຕີເນັດ ເທົ່ານັ້ນ. ຜູ້ສົນໃຈ ຕ້ອງໄດ້ລົງທະບຽນ ກັບຣັດວິສາຫະກິດ ຫວຍພັທນາລາວ.