ຣາຄາສິນຄ້າທຸກຢ່າງ ຢູ່ລາວ ແພງຂຶ້ນ

ສິດນີ
2021.07.27
ຣາຄາສິນຄ້າທຸກຢ່າງ ຢູ່ລາວ ແພງຂຶ້ນ ໄຂ່ຂນາດຕ່າງໆທີ່ວາງຂາຍ ໃນລາຄາມາຕຖານ
File photo: RFA

ໃນໄລຍະ 1 ເດືອນຜ່ານມານີ້ ຣາຄາສິນຄ້າປະເພດອາຫານການກິນ ພາຍໃນນະຄອນຫຼວງວຽງຈັນ ແພງຂຶ້ນ ໂດຍສະເພາະ ໄຂ່ໄກ່, ໄຂ່ເປັດ, ແປ້ງນົວ ແລະນ້ຳຕານ ຊຶ່ງແຕ່ກ່ອນຊາວບ້ານ ເຄີຍຊື້ແຕະລະ 18 ພັນກີບ ມາເປັນແຕະລະ 30 ພັນກີບ, ໄຂ່ເປັດແຕະລະ 28 ພັນກີບ ມາເປັນ 38 ພັນກີບ, ແປ້ງນົວຖົງລະ 7 ພັນກີບມາເປັນ 10 ພັນກີບ. ຣາຄາສິນຄ້າແພງ ດັ່ງກ່າວນີ້ ເຮັດໃຫ້ການຊື້ຢູ່ ຊື້ກິນ ຂອງປະຊາຊົນມີບັນຫາ ເນື່ອງຈາກວ່າ ຣາຄາສິນຄ້າແພງ ແຕ່ເງິນເດືອນຍັງເໝືອນເດີມ ບໍ່ສົມດູນກັບຣາຍໄດ້ ຣາຍຈ່າຍໃນ ຄອບຄົວ. ຕາມຄຳເວົ້າຂອງຊາວບ້ານຢູ່ ບ້ານບົວ ນະຄອນຼວງວຽງຈັນ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 27 ກໍຣະກະດາ ນີ້ວ່າ:

”ມັນກໍປະສົບກັບບັນຫາ ຢູ່ຫັ້ນແຫຼະ ເພາະວ່າ ຖ້າເງິນເດືອນຂຶ້ນ ມັນຊີ່ບໍ່ປະສົບບັນຫາ ເງິນເດືອນກໍແມ່ນຊ່ຳເກົ່າ ຄືວ່າ 1 ລ້ານ 5 ແສນ ກີບຈັ່ງຊີ້ກໍແມ່ນ 1 ລ້ານ 5 ແສນກີບເລີຍລະ ກໍບໍ່ຂຶ້ນເລີຍ ຄັນວ່າອັນອື່ນຂຶ້ນໝົດ ກໍຂໍໃຫ້ເງິນເດືອນຂຶ້ນຫັ້ນນ່າ.”

ຊາວບ້ານຢູ່ບ້ານໜອງຫອຍ ເມືອງໂພນທອງແຂວງສວັນນະເຂດ ທ່ານນຶ່ງເວົ້າວ່າ ໃນໄລຍະ 2-3 ເດືອນ ຜ່ານມານີ້ ຣາຄາສິນຄ້າຢູ່ ແຂວງສວັນນະເຂດ ກໍແພງຂຶ້ນເໝືອນກັນ ເປັນຕົ້ນ ປາ, ຊີ້ນໝູ, ຜັກ ແລະໄຂ່ໄກ່ ຊຶ່ງກ່ອນໜ້ານີ້ ປາທີ່ເຄີຍຊື້ໂລລະ 60 ພັນກີບ ມາເປັນໂລລະ 80 ພັນກີບ, ຊີ້ນໝູໂລລະ 45 ພັນກີບ ມາເປັນໂລລະ 55 ພັນກີບ ແລະໄຂ່ໄກ່ເຄີຍຊື້ແຕະລະ 20 ພັນກີບ ມາເປັນ ແຕະລະ 36 ພັນກີບ.

ຊຶ່ງການຂຶ້ນຣາຄາດັ່ງກ່າວ ເຮັດໃຫ້ຊາວບ້ານມີຣາຍຈ່າຍເພິ່ມຂຶ້ນ ແລະກໍ່ເປັນການຂຶ້ນຣາຄາສູງ ໃນຮອບຫຼາຍປີຜ່ານມາ ຍ້ອນບັນຫາ ໂຄວິດ-19 ຫາເງິນບໍ່ຄ່ອຍໄດ້ ແລະ ບໍ່ມີວຽກເຮັດ ງານທຳ ມາປະສົບກັບບັນຫາ ຣາຄາສິນຄ້າແພງນຳອີກ. ດັ່ງທ່ານເວົ້າວ່າ:

”ອີ່ຫຍັງກໍເພີ່ມຂຶ້ນ ເຄີຍຊື້ຖືກກວ່າຊັ້ນສ່າ ຜັກໝີ່ຊີ່ຊອມ ມັນກໍຂຶ້ນໄປນຳກັນໝົດ ຂຶ້ນພິລຶກ ດຽວນີ້ ແຕ່ວ່າ ຍ່ຳແຍ້ໂຄວິດນີ້ ເຄີຍໄດ້ (ວຽກ) ກໍບໍ່ໄດ້ແລ້ວບາດນີ້.”

ກ່ຽວກັບເຣື່ອງນີ້ ຜູ້ປະກອບການຟາມໄຂ່ໄກ່ ໃນແຂວງສວັນນະເຂດ ທີ່ເປີດຟາມໄກ່ມາໄດ້ 4-5 ປີ ລ້ຽງໄກ່ 10 ພັນໂຕ ກ່າວວ່າ ສາເຫດ ທີ່ເຮັດໃຫ້ໄຂ່ໄກ່ແພງກໍຍ້ອນວ່າ ບໍຣິສັດ ຂາຍຫົວອາຫານຂຶ້ນຣາຄາ ຈຶ່ງເຮັດໃຫ້ເຈົ້າຂອງຟາມລ້ຽງໄກ່ ຂຶ້ນຣາຄານຳ ຍ້ອນ ຂາດຣາຍໄດ້ເພື່ອໃຊ້ຈ່າຍ ປະເພດຕ່າງໆ ດັ່ງຄ່າແຮງງານ ໄຟຟ້ານ້ຳແລະອື່ນໆ.

”ສາຍເຫດກໍຄືຫົວອາຫານຫຼັກໆ ກໍຫົວອາຫານຂຶ້ນ ຫົວອາຫານຣາຄາແພງ ເກີດຈາກ ຕະກີ້ ປົກກະຕິເນາະ ປະມານ 5-6 ເດືອນຫຼັງ ຕົກຢູ່ 95 ພັນຕໍ່ເປົ໊າ ມາຮອດປັດຈຸບັນນີ້ ມັນຈະຢູ່ບາງເຂດ 2 ແສນກີບ ໃນ ສວັນ ຢູ່ນີ້ກໍ 1 ແສນ 35 ພັນກີບຕໍ່ເປົ໊າ.”

ຜູ້ປະກອບການຟາມໄຂ່ໄກ່ ຈຳນວນຫຼາຍເຊົາການລ້ຽງໄກ່ ຍ້ອນທົນບໍ່ໄຫວ ແຕ່ຍັງມີຜູ້ປະກອບການຟາມລ້ຽງໄກ່ ອີກຈຳນວນນຶ່ງ ຍັງສູ້ຊົນການລ້ຽງໄກ່ໄປຢູ່ ແຕ່ໄດ້ຫລຸດເຮືອນ ລ້ຽງໄກ່ລົງ ເພຶ່ອໃຫ້ທຸຣະກິດຢູ່ລອດ.

”ເຮົາມີຜົລກະທົບຫຼາຍ ນັບແຕ່ຫົວອາຫານຂຶ້ນມາຫັ້ນເນາະ ກຳໄຣນີ້ແທ້ຄັນໄລ່ໃສ່ ສົມທຽບໃສ່ແລ້ວ ລະແມ່ນ ໄລ່ຄ່າແຮງງານໃສ່ ລະແມ່ນ ເກືອບຈະບໍ່ເຫຼືອ ເພາະວ່າລ້ຽງທຸກມື້ນີ້ກໍ ກໍບຶນໄປຊື່ໆຫັ້ນນ່າ ຫຼາຍຄົນກໍຢຸດໝົດລະເພາະວ່າ ຕົ້ນທຶນມັນສູງຈົນເກີນໄປ.”

ໃນຂນະດຽວກັບຜູ້ປະກອນການ ຂາຍໄຂ່ໄກ່ ໄຂ່ເປັດ ຣາຄາສົ່ງແລະຣາຄາຍ່ອຍ ຣາຍໃຫຍ່ ທ່ານນຶ່ງຢູ່ນະຄອຫຼວງວຽງຈັນ ກ່າວວ່າ ສາເຫດນຶ່ງ ທີ່ຣາຄາໄຂ່ໄກ່ ແລະໄຂ່ເປັດຂຶ້ນຣາຄາ ເປັນຍ້ອນການຣະບາດ ຂອງໂຄວິດ-19 ເຮັດໃຫ້ໄຂ່ຂາດຕລາດຍ້ອນ ພໍ່ຄ້າໄທຍ ແລະວຽດນາມບໍ່ສາມາດສົງເຂົ້າມາຂາຍໄດ້.

“ແມ່ຄ້າຊາວຂາຍ ຂະເຈົ້າກໍຂຶ້ນໄປໜ້າຟາມແລ້ວ ເຂົາກໍຍາດໄຂ່ກັນຂາຍ ເພາະວ່າບໍ່ມີໄຂ່ ເພາະວ່າບໍ່ມີໄຂ່ນຳເຂົ້າ ແຕ່ກ່ອນກໍນຳເຂົ້າ ມາຈາກວຽດນາມແດ່ ແຂວງສວັນນະເຂດ ກໍນຳເຂົ້າມາແຕ່ໄທຍ ກໍຄືມຸກດາຫານ ແຕ່ຫາກຊ່ວງນີ້ ຄືວ່າຫັ້ນແຫລະ ສະພາບໂຄວິດ-19 ມັນກໍເຂົາເຈົ້າກໍປິດດ່ານ ປິດຫຍັງ ເຂົາເຈົ້າກໍບໍ່ໃຫ້ເຂົ້າຫັ້ນນ່າ.”

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ອຸດສາຫະກັມ ແລະການຄ້າ ແຂວງສັວນນະເຂດ ກ່າວວ່າໃນໄລຍະຜ່ານມາ ກໍໄດ້ລົງຕິດຕາມຣາຄາສິນຄ້າ ໃນທ້ອງຕລາດກໍພົບວ່າ ຣາຄາປະເພດໄຂ່ເປັດ, ໄຂ່ໄກ່ສູງຂຶ້ນແທ້ ຕາມທີ່ຊາວບ້ານຈົ່ມ ແຕ່ຣາຄາອາຫານປະເພດອື່ນໆ ປົກກະຕິ ທາງການຈະລົງຕິດຕາມເພີ່ມຕື່ມ ພ້ອມທັງປຶກຫາກັບພາກສ່ວນກ່ຽວຂ້ອງ ເພຶ່ອແກ້ໄຂບັນຫາດັ່ງກ່າວ.

”ສ່ວນຫຼາຍຣາຄາປົກກະຕິ ມີແຕ່ຣາຄາໄຂ່ໄກ່ ສູງຂຶ້ນ ພວກຊິ້ນ ພວກຜັກ ກໍຍັງປົກກະຕິ ວັນພະຫັດພຸ້ນ ຊີ່ລົງອີກ (ລົງໄປກວດກາ) ຊີ່ລົງໄປຕອນເຊົ້າ.”

ເຖິງຢ່າງໃດກໍຕາມ ສຳລັບສິນຄ້າຂຶ້ນຣາຄາ ໃນທ້ອງຕລາດເປັນຕົ້ນ ປະເພດອາຫານການກິນນັ້ນ ເຈົ້າໜ້າທີ່ອຸດສາຫະກັມ ແລະ ການຄ້າ ທ່ານດຽວກັນນີເວົ້າວ່າ ສາເຫດນຶ່ງ ກໍເປັນຍ້ອນວ່າ ການອ່ອນໂຕຂອງເງິນກີບ ຕໍ່ເງິນບາດ ຈຶ່ງເຮັດໃຫ້ສິນຄ້າທີ່ນຳເຂົ້າມາ ຈາກຕ່າງປະເທດແພງ ໂດຍສເພາະ ຫົວອາຫານສັດ, ແປ້ງນົວ, ນ້ຳຕານ ແລະ ອາຫານແຫ້ງ ປະເພດຕ່າງໆ ຍ້ອນຄົນລາວຕ້ອງ ໄດ້ເອົາເງິນກີບ ໄປແລກເອົາເງິນບາດ ໄປຊື້ສິນຄ້າ ຈາກຝັ່ງໄທຍ ມາຂາຍໃນລາວ ຊຶ່ງອັດຕຣາ ການແລກປ່ຽນ ໃນປັດຈຸບັນ ຈາກ ເງິນກີບ ເປັນເງິນບາດ ຢູ່ທີ່ 35 ພັນກີບຕໍ່ 100 ບາດ ກ່ອນໜ້ານີ້ ແມ່ນ 25 ພັນກີບ ຕໍ່ 100 ຮ້ອຍບາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.