ຫຼາຍແຂວງຢູ່ລາວ ອອກກວດກາ ຣາຄາສິນຄ້າ
2021.05.25

ປັຈຈຸບັນເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ໃນຫລາຍແຂວງໄດ້ລົງພື້ນທີ່ ກວດກາສິນຄ້າພາຍໃນແຂວງຂອງຕົນຢ່າງເປັນ ປົກກະຕິ. ໂດຍສະເພາະແມ່ນຣາຄາສິນຄ້າ ປະເພດອາຫານສົດ ເຊິ່ງເປັນສິນຄ້າຄຸ້ມຄອງ ພ້ອມທັງລົງໂທດປັບໃໝແມ່ຄ້າ ທີ່ສວຍ ໂອກາດຂຶ້ນຣາຄາສິນຄ້າ ດັ່ງເຈົ້າໜ້າທີ່ຜແນກອຸດສາຫະກັມແລະການຄ້າ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອ ວັນທີ 25 ພຶສພາ ວ່າ:
"ຣາຄາຂຶ້ນ ສວຍໂອກາດ ເຮົາກະເຮັດບົດບັນທຶກ ຕັກເຕືອນໄວ້ຊ່ວງໂຄວິດ ນີ້ບໍ່ຄ່ອຍຫຼາຍປານໃດດອກ. ເພາະວ່າມັນມີເຄື່ອງ ພວກເຮົາຄຸມຢູ່ແລ້ວ ມີແຕ່ພວກບໍຣິໂພກຫັ້ນ ເລັກໆນ້ອຍໆກະປັບໃໝ 5 ແສນ ຂຶ້ນເມືອຫາ 1 ລ້ານກີບ ເຖີງ 3 ລ້ານ 5 ລ້ານ ແບບນີ້."
ສ່ວນຜແນກອຸດສາຫະກັມ ແລະການຄ້າ ແຂວງໄຊຍະບູລີ ກໍມີການແຕ່ງຕັ້ງ ຄະນະສະເພາະກິຈ ລົງພື້ນທີ່ຕິດຕາມກວດກາຣາຄາ ສິນຄ້າໃນແຕ່ລະເມືອງ ເພື່ອປ້ອງກັນບໍ່ໃຫ້ ສວຍໂອກາດ ຂຶ້ນຣາຄາສິນຄ້າ. ດັ່ງເຈົ້າໜ້າທີ່ ໄດ້ກ່າວວ່າ:
"ໄດ້ຈັດຕັ້ງຄະນະກັມມະການຄຸ້ມຄອງຣາຄາສິນຄ້າ ລົງເຜີຍແຜ່ນິຕິກັມ ແລ້ວກະກົດຣະບຽບຕ່າງໆເນາະ ເພາະວ່າເຮົາໄດ້ກຳນົດ ຣາຄາສິນຄ້າໄວ້ເດ້. ຜູ້ໃດສວຍໂອກາດ ຂຶ້ນທີ່ບໍ່ ອະນຸຍາດ ຈາກພາກຣັຖຂອງພວກເຮົາເນາະ ກໍຊິໄດ້ມີມາຕການອີ່ຫຍັງຫັ້ນນ່າ."
ໃນນະຄອນຫຼວງວຽງຈັນ ຜແນກອຸດສາຫະກັມ ແລະການຄ້າ ກໍໄດ້ກ່າວວ່າ ກໍຍັງຄົງມີເຈົ້າໜ້າທີ່ ລົງຕິດຕາມຣາສີນຄ້າສິນຄ້າ ຢ່າງໃກ້ຊິດ ໃນໄລຍະການຣະບາດນີ້.
ສຳລັບຢູນະຄອນຫຼວງວຽງຈັນ ເອງກໍໄດ້ເອົາໃຈໃສ່ ວຽກງານຄວບຄຸມຣາຄາສິນຄ້າ ເປັນພິເສດໂດຍໄດ້ມີການແຕ່ງຕັ້ງເຈົ້າໜ້າທີ່ ຕາມເມືອງຕ່າງໆ ໃຫ້ລົງຕິດຕາມຣາຄາສິນຄ້າຢ່າງ ໃກ້ຊິດພ້ອມກັບປະຕິບັດຕາມມາຕການຕໍ່ ພໍ່ຄ້າ-ແມ່ຄ້າ ທີ່ລັກຂຶ້ນຣາຄາສິນຄ້າ ເພື່ອປົກປ້ອງ ຜົລປໂຍດຂອງຜູ້ບໍຣິໂພກ.
ສ່ວນປະຊາຊົນ ຜູ້ບໍຣິໂພກທີ່ກຳລັງປະເຊີນກັບ ເຣື່ອງຂອງລາຍຮັບໃນໄລຍະໂຄວິດ-19 ຣະບາດນັ້ນ, ປະຊາຊົນກໍຮຽກຮ້ອງມາຍັງ ພາກສ່ວນກ່ຽວຂ້ອງ ຊ່ອຍຄວບຄຸມຣາຄາ ບໍ່ໃຫ້ແພງຫຼາຍເກີນໄປ ໂດຍສະເພາະແມ່ນ ປະເພດຊີ້ນສັດ ທີ່ແພງກວ່າປົກກະຕິຫຼາຍ.
"ໂອກະຂື້ນຢູ່ເດ້; ຫມູກະແພງ ຊີ້ນຂາຍແພງໝົດ ເຂົ້ານໍ້າກະແພງແຫຼະ ມື້ລະແສນປາຍພຸ້ນ. ຢາກໃຫ້ທາງການເພິ່ນມາແກ້ໄຂເບິ່ງນຳ ໂຄວິດຫາເງິນກະບໍ່ໄດ້ ໄປອອກເຮັດວຽກເຮັດ ງານກະບໍ່ໄດ້ ເຂົ້ານໍ້າ ນີ້ກະແພງ."
ປະຊາຊົນອີກທ່ານນຶ່ງ ໄດ້ກ່າວວ່າ ເຮົາຕ້ອງຊື້ກິນທຸກວັນ ສ່ວນຣາຄາອາຫານກໍແພງຫຼາຍ ປັຈຈຸບັນໂຄວິດ-19 ຜູ້ຕິດເຊື້ອຍັງເພີ່ມຂຶ້ນ ແຕ່ລະມື້ ລາຍຈ່າຍແຕ່ລະມື້ກໍຫຼາຍ ກໍຢາກໃຫ້ ແກ້ໄຂໃຫ້ມັນເໝາະສົມ ກັບສະພາບປັຈຈຸບັນທີ່ ປະຊາຊົນຫາເງິນຍາກ.
"ຢາກໃຫ້ຫລຸດມັນມີແຕ່ ເພີ່ມປັຈຈຸບັນນີ້ ຈົນບໍ່ກ້າອອກບ້ານ ຄືເປັນພວກຊີ້ນເນາະ ຫລັງຈາກກິໂລ 35 ພັນກີບ ຕອນນີ້ມັນ 45-50 ພັນກີບ ມັນຂຶ້ນເກືອບເທົ່າໂຕຄືເຮົາ ຕ້ອງຊື້ຕ້ອງກິນ ທຸກວັນຫັ້ນນ່າ ແບບປະຢັດສຸດໆ ລະກະປະມານ 1 ແສນ ກີບຕໍ່ວັນ."
ຊາວບ້ານອີກທ່ານນຶ່ງ ໄດ້ກ່າວວ່າ ພາກສ່ວນກ່ຽວຂ້ອງ ມີມາຕການທີ່ເຂັ້ມງວດກວດກາ ເຣື່ອງຂອງຣາຄາຈົນແມ່ຄ້າໃນຕລາດບໍ່ກ້າ ຂຶ້ນຣາຄາ. ພ້ອມນີ້ເຈົ້າໜ້າທີ່ ກໍໃຫ້ປະຊາຊົນ ສາມາດຮ້ອງຮຽນໄດ້ ຖ້າພົບມີຜູ້ຂາຍເຄື່ອງແພງ.
"ເພິ່ນບໍ່ໃຫ້ຂຶ້ນຣາຄາເດ້ ການຄ້າລົງກວດນຳຕລາດ ນໍາອີ່ຫຍັງເພິ່ນບໍ່ໃຫ້ຂຶ້ນຣາຄາສິນຄ້າ ທຸກຢ່າງເພິ່ນກາບອກໃຫ້ແຈ້ງ ໄດ້ແຈ້ງສູນ ສະເພາະກິຈ ໂລດ."
ພະນັກງານປະຈຳຈຸດ ຂາຍສິນຄ້າໄດ້ກ່າວຕໍ່ເຣື່ອງ ການຄວບຄຸມຣາຄາ ຂອງທາງຄະນະສະເພາະກິຈວ່າ ຜແນກອຸດສາຫະກັມ ແລະ ການຄ້າ ນະຄອນຫລວງວຽງຈັນ ຮ່ວມກັບ ຣັຖວິສາຫະກິຈ ແລະ ຜູ້ປະກອບການໄດ້ຈັດຕັ້ງຈຸດ ຂາຍເຂົ້າສານ ແລະ ຊີ້ນໝູ ຢູ່ຫຼາຍ ແຫ່ງ ໃນນະຄອນຫຼວງວຽງຈັນ ໂດຍຂາຍໃນຣາຄາຊີ້ນຳ ຂອງຣັຖບານ.
"ເຮົາແມ່ນຂາຍຕາມຣາຄາຊີ້ນຳ ຂອງຜແນກອຸດສາຫະກັມ ແລະການຄ້າ ຊ່ອຍເຫຼືອຊາວກະສິກອນ ປະຊາຊົນຜູ້ທີ່ເຂົາເຈົ້າຢູ່ໃນເຂດ ຂອງພຍາດຫັ້ນ. ບາງເທື່ອຢູ່ຕລາດເວລາມັນມີ ຫລາຍເຂົາກະຂາຍຖືກ ເວລາມີນ້ອຍເຂົາກໍຂາຍແພງ."
ສ່ວນພະນັກງານປະຈຳຈຸດ ຂາຍສິນຄ້າອາຫານ ໃນຣາຄາຊີ້ນຳຂອງຣັຖບານຢູ່ຈຸດເມືອງນາຊາຍທອງ ກ່າວວ່ານັບແຕ່ເປີດບໍຣິການ ຂາຍສິນຄ້າ ແລະ ອາຫານ ເປັນຕົ້ນມາ ກໍມີຊາວບ້ານ ຫຼາຍຄົນອອກມາຊື້ເຂົ້າຈ້າວ ແລະເຂົ້າໜຽວ ຍ້ອນຂາຍໃນຣາຄາທ້ອງຕລາດ.
"ຢູ່ນີ້ມີແຕ່ຂາຍເຂົ້າ ແຕ່ກີ້ກະມີເອົາສີນຄ້າ ຜລິຕພັນ ຂອງໂອດອບ ມາຂາຍແລ້ວຢູ່ນີ້ ຈະເຫລືອແຕ່ເຂົ້າ ກະມີຄົນມາຊື້ເຂົ້າເພາະວ່າ ເຂົາເປີດຂາຍເຂົ້າຣາຄາຖືກ ຖືກກວ່າຕລາດ."
ສ່ວນຣາຄາສິນຄ້າ ທີ່ຂາຍຕາມຣາຄາຊີ້ນຳ ເຂົ້າຈ້າວຣາຄາ 42 ພັນກີບຕໍ່ຖົງ 5 ກິໂລ, ເຂົ້າຫນຽວ ປະເພດ 1 ຣາຄາ 35 ພັນກີບ ຕໍ່ຖົງ 5 ກິໂລ ແລະ ຊີ້ນໝູປະເພດ 1 ຣາຄາສູງສຸດ 48 ພັນກີບຕໍ່ກິໂລ.
ເຖິງຢ່າງໃດກໍຕາມ ສຳລັບປະຊາຊົນລາວ ກໍຍັງເຫັນໃນໄລຍະ ນີ້ຣາຄາສິນຄ້າ ໃນທ້ອງຕລາດທົ່ວໄປຖືວ່າ ຍັງຣາຄາສູງຢູ່ເຊີ່ງຍັງບໍ່ ເໝາະສົມກັບສະພາບປັຈຈຸບັນ. ດັ່ງຣາຄາຊີ້ນໝູ ປັຈຈຸບັນ 50 ພັນກີບຕໍ່ກິໂລ, ຊີ້ນງົວ 70-85 ພັນກີບຕໍ່ກິໂລ, ເຂົ້າໜຽວ ໝື່ນລະ 60-80 ກີບ ແລະ ເຂົ້າຈ້າວໝື່ນລະ 85-1 ແສນກີບ.
ກອງປະຊຸມຂອງສະພາແຫ່ງຊາດລາວ ຄັ້ງປະຖົມມະຣືກ ເມື່ອເດືອນມິນາ ຜ່ານມາ ທ່ານ ພັນຄຳ ວີພາວັນ ນາຍົກຣັຖມົນຕຣີ ໄດ້ຣາຍງານຜ່ານແຜນພັທນາເສຖກິຈ ໂດຍບາງຕອນໄດ້ ຣະບຸວ່າ ອັດຕຣາເງິນເຟີ້ ສະເລັ່ຍແມ່ນຢູ່ໃນຣະດັບ 2,57% ຕໍ່ປີ, ອັດຕຣາແລກປ່ຽນເງິນກີບ ທຽບໃສ່ໂດລາ ສະຫະຣັຖ ອອ່ນຄ່າ 2,75% ແລະ ເງິນກີບທຽບໃສ່ເງິນບາດ ອ່ອນຄ່າ 5,0%