ຊາວນາຂໍຫຼຸດພາສີ ຣົດໄຖນາ

ຈໍາປາທອງ
2020.09.18
f-farmers ຊາວກະສິກອນລາວ
RFA

ປັດຈຸບັນ ການຫາຊື້ຣົດໄຖນາ (ແທັຣກເຕີ tractor) ຢູ່ປະເທດລາວ ບໍ່ມີຄວາມຫຍູ້ງຍາກ ຍ້ອນໄປຫາຊື້ຕາມຮ້ານ ແລະຮ້ານຕົວແທນ ຈໍາໜ່າຍໄດ້ ໃນຂນະທີ່ຊາວນາ ເຫັນວ່າການຫລຸດ ຂັ້ນຕອນກວດກາ ໃນການນໍາຣົດໄຖນາ ເຂົ້າມານັ້ນ ບໍ່ຊ່ອຍຫຍັງໄດ້ຫລາຍພໍປານໃດ ແຕ່ຢາກໃຫ້ມີການຫລຸດພາສີນໍາເຂົ້າ ຫລາຍກວ່າ ເພື່ອເຮັດໃຫ້ຣາຄາຣົດ ທີ່ຂາຍຕາມຮ້ານນັ້ນ ຖືກລົງ ແລະ ຜູ້ຊື້ກໍຈະໄດ້ຊື້ໃນຣາຄາຖືກລົງ. ດັ່ງຊາວນາຜູ້ນຶ່ງ ຜູ້ຊໍສງວນຊື່ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 17 ກັນຍາ ນີ້ວ່າ:

“ມັນກໍບໍ່ຫຍູ້ງຍາກ ມັນມີຕົວແທນຈໍາໜ່າຍຂາຍຢູ່ລາວ ໄປເລືອກເອົາຢູ່ຮ້ານ. ດຽວນີ້ມັນກໍມີໃຫ້ດາວ ຈ່າຍຜ່ອນໄດ້ ກະເສຕກອນໄປຂໍ ອະນຸຍາດ ຫລາຍຂັ້ນຕອນ ຕ້ອງມີທະບຽນ ຕ້ອງມີ ຫຍັງຫລາຍແນວ ສິໄປຂໍການນໍາເຂົ້າ ສິຄຸ້ມຄ່າບໍ່ ຖ້າເພິ່ນຫລຸດເຣື່ອງພາສີໃຫ້ ບໍຣິສັດມັນກໍຈະຖືກລົງ ກະເສດອາຈໄດ້ຊື້ຣົດຖືກລົງ.”

ແລະ ຊາວນາອີກທ່ານນຶ່ງ ຜູ້ຂໍສງວນຊື່ຄືກັນນັ້ນ ກໍກ່າວໃນທໍານອງດຽວກັນ ໃນມື້ດຽວກັນນີ້ວ່າ ຢາກໃຫ້ທາງການ ປ່ຽນຈາກການຫລຸດ ຂັ້ນຕອນໃນການນໍາເຂົ້າຣົດໄຖນາ ທີ່ ຊຸກຍ່າງນໍາ ມາເປັນການຫລຸດພາສີ ການນໍາຣົດດັ່ງກ່າວເຂົ້າມາຫລາຍກວ່າ:

“ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຫັ້ນນ່າ, ມີການຫລຸດພາສີລົງ ຖ້າຫາກວ່າມີການຫລຸດພາສີລົງ ລະການນໍາເຂົ້າມັນກໍສິຖືກລົງ ຣາຄາຣົດ ຣົດໄຖກໍອາຈຖືກກວ່ານີ້.”  

ກ່ຽວກັບເຣຶ່ອງນີ້ ຊາວນາລາວ ອີກທ່ານນຶ່ງ ຜູ້ຂໍສງວນຊື່ ເວົ້າໃນມື້ວັນທີ 17 ກັນຍາ ນີ້ວ່າ ຕົນຫວັງວ່າ ການຫລຸດພາສີ ການນໍາເຂົ້າ ຈະເຮັດ ໃຫ້ຣາຄາຣົດມັນຖືກລົງ ຍ້ອນປົກກະຕິ ຮ້ານຂາຍຣົດ ຈະເປັນຜູ້ນໍາຣົດເຂົ້າມາ ຊຶ່ງມີຄວາມຫຍູ້ງຍາກ ແລະເຂົາກໍອາຈຂາຍແພງ ແຕ່ໃນຂນະນີ້ ມີການຫລຸດຄວາມຫຍູ້ງຍາກລົງ ກໍຫວັງວ່າຣາຄາຣົດ ຈະຖືກລົງນໍາດ້ວຍ:

“ຊາວນາໄປຊື້ບໍ່ຍາກ ແຕ່ຄົນທີ່ເຂົານໍາເຂົ້າມາຂາຍນະ ມັນຫລາຍຂັ້ນຕອນ ພໍເຂົາມາຂາຍປຶບ ເຂົາກໍຂາຍແພງ ຖ້າມັນນໍາເຂົ້າມາງ່າຍໆ ກໍຈະຊ່ວຍຫລຸດຕົ້ນທຶນ.”

ທາງດ້ານເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ຜູ້ຂໍສງວນຊື່ ແລະສຽງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ແຜນການ ດັ່ງກ່າວເປັນການຫລຸດຂັ້ນຕອນ ທີ່ຫຍູ້ງຍາກ ໃຫ້ຊາວກະສິກອນ ທີ່ຕ້ອງການຊື້ຣົດ ແທັຣກເຕີ ຣົດໄຖນາ ຊຸກຍ່າງນໍາ ຈາກຕ່າງປະເທດ ໂດຍບໍ່ຕ້ອງມາແຈ້ງ ຕໍ່ຜແນກການຄ້ານີ້. ເມື່ອນໍາຣົດນັ້ນເຂົ້າມາແລ້ວ ໃຫ້ໄປແຈ້ງເຣື່ອງພາສີ ໄດ້ເລີຍ, ແຕ່ຕ້ອງນໍາຣົດເຂົ້າຜ່ານທາງ ດ່ານສາກົລ ເທົ່ານັ້ນ:

"ກ່ອນການນໍາເຂົ້າ ກໍຕ້ອງໄດ້ຂໍໃບອະນຸຍາດ ຈາກຂແນງການທີ່ກ່ຽວຂ້ອງເນາະ. ອັນນີ້ເຮົາຕັດອອກໄປເລີຍ ໝາຍຄວາມວ່າ ໄປແຈ້ງພາສີ ນໍາເຂົ້າໄດ້ເລີຍ, ບໍ່ຈໍາເປັນຕ້ອງ ມາຫາຜແນກ ການຄ້າຫັ້ນນ່າ. ຂແນງການທີ່ກ່ຽວຂ້ອງ ຍົກຕົວຢ່າງ ຄືກໍຣະນີ ທີ່ເຮົາມີແຜນນໍາເຂົ້າແລ້ວ ເນາະ, ສາມາດແຈ້ງພາສີນໍາເຂົ້າໄດ້ເລີຍ. ມີແຕ່ຣົດໄຖນາເດີນຕາມ ຕ້ອງເປັນດ່ານສາກົລເທົ່ານັ້ນ. ແຕ່ສ່ວນນະໂຍບາຍອື່ນໆ ທີ່ຕິດພັນ ກັບເຣື່ອງພາສີ ກໍປະຕິບັດຕາມຣະບຽບການ ຄືເກົ່າ."

ທ່ານເວົ້າວ່າ ກ່ອນການນໍາຣົດເຂົ້າ ຕ້ອງໄດ້ໄປຂໍໃບອະນຸຍາດ ຈາກຂແນງການທີ່ກ່ຽວຂ້ອງກ່ອນ. ແຕ່ມາດຽວນີ້ ເຮົາຕັດຂັ້ນຕອນນີ້ອອກ ໄປເລີຍ ໝາຍຄວາມວ່າ ໄປແຈ້ງພາສີນໍາເຂົ້າ ໄດ້ເລີຍ, ບໍ່ຈໍາເປັນຕ້ອງມາຫາ ຜແນກການຄ້າ ແລະຂແນງການອື່ນ ຍົກຕົວຢ່າງ ຄື; ກໍຣະນີທີ່ເຮົາມີແຜນນໍາຣົດ ເຂົ້າມາແລ້ວ ເຮົາສາມາດໄປແຈ້ງພາສີນໍາເຂົ້າໄດ້ເລີຍ. ແຕ່ສ່ວນນະໂຍ ບາຍອື່ນໆ ທີ່ຕິດພັນກັບເຣື່ອງພາສີ ກໍໃຫ້ປະຕິບັດຕາມຣະບຽບການ ຄືເກົ່າ.

ອີງຕາມການຣາຍງານ ເມື່ອວັນທີ 2 ກັນຍາ 2020, ກະຊວງອຸດສາຫະກັມ ແລະການຄ້າ ໄດ້ອອກຄໍາສັ່ງເຣື່ອງການລົບລ້າງ ການອອກໃບ ອະນຸຍາດ ນໍາເຂົ້າ ສໍາລັບຣົດແທັຣກເຕີ ທຸກປະເພດ ຊຶ່ງຢູ່ພາຍໃຕ້ລະຫັດພາສີ 8701 ເພື່ອຫລຸດຂັ້ນຕອນ ກ່ຽວກັບການນໍາຣົດເຂົ້າ ແລະ ຫລຸດຕົ້ນທຶນ ໃນການຜລິດຂອງຊາວ ກະເສຕກອນລາວ, ເພື່ອສົ່ງເສີມ ການຜລິດ ທາງການກະເສດ ໃຫ້ກາຍເປັນສິນຄ້າ ແລະ ປະກອບ ສ່ວນເຂົ້າໃນການພັທນາເສຖກິດ ແລະສັງຄົມແຫ່ງຊາດຂອງລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.